ວິກິພີເດຍ:ເວັບຫຍໍ້

ທີ່ຢູ່ຫຍໍ້ ຫຼື ເວັບຫຍໍ້ ຫຼື ລິ້ງຫຍໍ້ ຫຼື ລິງກ໌ຫຍໍ້ ໃນວິກິພີເດຍ ໝາຍເຖິງຢູອາຣ໌ແອລ ຫຼື "ທີ່ຢູ່ອິນເຕີເນັດ" ຢ່າງຫຍໍ້ຂອງໜ້າບົດຄວາມ ທີ່ຢູ່ອິນເຕີເນັດຢ່າງຫຍໍ້ນີ້ປະກອບດ້ວຍຊຸດຕົວອັກສອນອັກຂະຫຼະຈຳນວນຈຳກັດ ທີ່ປະກອບດ້ວຍອັກສອນອັກສອນລາຕິນ ແລະ ເລກອາຣັບເທົ່ານັ້ນ ເພື່ອຄວາມສະດວກໃນການອ້າງອີງຈາກແຫຼ່ງຂໍ້ມູນອື່ນ ເນື່ອງຈາກມີຂະໜາດສັ້ນຈື່ງ່າຍພິມງ່າຍ ເຊັ່ນ ບົດຄວາມ "ສັດທະອັກສອນສາກົນ" ສາມາດເຂົ້າເຖິງໄດ້ດ້ວຍທີ່ຢູ່ອິນເຕີເນັດດັ່ງຮູບພາບ:

ຮູບ:Unicode eng fix uglyurl.jpg

ນອກຈາກນີ້ ທີ່ຢູ່ຫຍໍ້ຍັງໃຊ້ເພື່ອຫຼີກລ້ຽງບັນຫາໃນການຕື່ມຢູອາຣ໌ແອລພາສາລາວໃນເວັບບຣາວເຊີບາງຕົວ

ການໃຊ້ງານ ດັດແກ້

ການໃຂ້ງານທີ່ຢູ່ຫຍໍ້ເຮັດໄດ້ໂດຍນຳໃຊ້ແມ່ແບບ {{ເວັບຫຍໍ້}} ດັ່ງຕໍ່ໄປນີ້:

{{ເວັບຫຍໍ້|__ຊື່ຫຍໍ້__}}

ຊື່ຫຍໍ້ຄວນໃຊ້ອັກສອນລາຕິນ ຫຼື ຊື່ອື່ນທີ່ສັ້ນກວ່າ ແລະ ການເຖິງສະດວກກວ່າຊື່ບົດຄວາມ

ຕົວຢ່າງ:

{{ເວັບຫຍໍ້|IPA}}

ປາກົດເປັນກ່ອງນ້ອຍໆ ໃນໜ້າ "ສັດທະອັກສອນສາກົນ" ເຊິ່ງຊື່ຫຍໍ້ IPA ເປັນໜ້າປ່ຽນທາງມາຍັງບົດຄວາມດັ່ງກ່າວ

ສຳລັບເນມສະເປຊ "ວິກິພີເດຍ:" ໃຫ້ຂຶ້ນຕົ້ນດ້ວຍ "WP:" ແລະ ເນມສະເປຊ "ຊ່ວຍເຫຼືອ:" ໃຫ້ຂຶ້ນຕົ້ນດ້ວຍ "H:"

ການຕັ້ງຊື່ຫຍໍ້ ດັດແກ້

ບໍ່ມີກົດຕາຍຕົວວ່າຄວນຈະໃຊ້ຊື່ຫຍໍ້ສຳລັບທີ່ຢູ່ຫຍໍ້ວ່າແນວໃດແນ່ນອນວ່າຊື່ຫຍໍ້ຄວນກະຊັບກວ່າຊື່ບົດຄວາມ ມັນຍັງສະກົດງ່າຍ ຫຼື ເປັນຄຳທີ່ແຜ່ຫຼາຍໃນຜູ້ເວົ້າພາສາລາວ (ເນື່ອງຈາກທີ່ນີ້ແມ່ນສາລານຸກົມພາສາລາວ) ທີ່ສຳຄັນທີ່ສຸດກໍແມ່ນ ຊື່ຫຍໍ້ຕ້ອງສື່ຄວາມໝາຍເຖິງຫົວຂໍ້ທີ່ໂຍງໄປຫາ ທັງບໍ່ຈຳເປັນຕ້ອງເປັນ "ຄຳ" ໃນພາສາໃດໆ ຂໍໃຫ້ສື່ຄວາມໝາຍໄດ້ກໍພຽງພໍແລ້ວ

ຄວນຫຼີກລ້ຽງການໃຊ້ຕົວພິມນ້ອຍປົນກັບຕົວພິມໃຫຍ່ (CamelCase) ເນື່ອງຈາກຫຍຸ້ງຍາກໃນການພິມ ແລະ ມີໂອກາດສັບສົນສະກົດຜິດ

ຕົວຢ່າງຊື່ຫຍໍ້ສຳລັບໃຊ້ໃນທີ່ຢູ່ຫຍໍ້:

  • ວິ​ທະ​ຍາ​ສາດ​ຄອມ​ພິວ​ເຕີ ຫຍໍ້ເປັນ Comsci — ມາຈາກ "Computer Science" ໃນພາສາອັງກິດໝາຍເຖິງ ວິ​ທະ​ຍາ​ສາດ​ຄອມ​ພິວ​ເຕີ (ກໍລະນີນີ້ ຫຼີກລ້ຽງທີ່ຈະໃຊ້ ComSci ທີ່ໃຊ້ຕົວນ້ອຍໃຫຍ່ປົນກັນ)
  • ໂລໂມກຣາຟີ ຫຍໍ້ເປັນ Lomo — ອ່ານວ່າ "ໂລໂມ" ເປັນຄຳທີ່ຜູ້ເວົ້າພາສາລາວໃຊ້ເອີ້ນທັງ ການຖ່າຍຮູບແບບໂລໂມ (ໂລໂມກຣາຟີ) ແລະ ກ້ອງໂລໂມ (ຊື່ນີ້ສັ້ນ ແລະ ສະກົດງ່າຍກວ່າ Lomography ໃນຂະນະທີ່ຍັງໃຊ້ສື່ສານໄດ້)
  • ວິກິພີເດຍ:ຂໍໃຫ້ກ້າແກ້ໄຂບົດຄວາມ ຫຍໍ້ເປັນ WP:BOLD — bold ແປວ່າ ຄວາມກ້າ (ຈະເຫັນວ່າ ຊື່ຫຍໍ້ ບໍ່ຈຳເປັນຕ້ອງແປຊື່ຫົວຂໍ້ມາ)
  • ວິກິພີເດຍ:ຫ້າເສົາຫຼັກ ຫຍໍ້ເປັນ WP:5P — 5P ມາຈາກ Five Pillars ຫຼື ຫ້າເສົາ (ຈະເຫັນວ່າ ຊື່ຫຍໍ້ ບໍ່ຈຳເປັນຕ້ອງເປັນຄຳໃນພາສາໃດ)

ເບິ່ງເພີ່ມເຕີມ ດັດແກ້