ລົດໄຟຟ້າ ມາຫານະເທີ

ຮູບເງົາໄທ

ລົດໄຟຟ້າ ມາຫານະເທີ ອັນແປວ່າ "ລົດໄຟຟ້າ ມາຫາເດີ້ເຈົ້າ" (ໄທ: รถไฟฟ้า มาหานะเธอ, ອັງກິດ: Bangkok Traffic Love Story) ແມ່ນຮູບເງົາໄທແນວໂຣແມນຕິກ-ຄອມເມດີ້ ອອກສາຍໃນໂຮງສາຍຮູບເງົາວັນທີ 15 ຕຸລາ 2009. ກຳກັບໂດຍ ອະດິສອນ ຕີສິລິກະເສມ ກຳກັບພາບໂດຍ ຈິລະ ມະລິກຸນ. ນຳສະແດງໂດຍທີລະເດດ ວົງພົວພັນ, ຄຣິສ ຫໍວັງ, ແລະອັງສຸມາລິນ ສິລະພັດສັກເມທາ.

ລົດໄຟຟ້າມາຫານະເທີ
(Bangkok Traffic Love Story)
รถไฟฟ้า มาหานะเธอ
ກຳກັບອະດິສອນ ຕີສິລິກະເສມ
ອຳນວຍການສ້າງຈິລະ ມະລິກຸນ
ເຊັ່ນຊົນນະນີ ສຸນທອນສານທູນ
ສຸວິມົນ ເຕຊະສຸປິນັນ
ວັນລຶດີ ພົງສິດທິສັກ
ຂຽນບົດເບັນຈະມາພອນ ສະບົວ
ນະວະພົນ ທຳລົງລັດຕະນະລິດ
ອະດິສອນ ຕີສິລິກະເສມ
ນຳສະແດງທີລະເດດ ວົງພົວພັນ
ຄຣິສ ຫໍວັງ
ອັງສຸມາລິນ ສິລະພັດສັກເມທາ
ດົນຕີປະກອບຫົວລຳໂພງລິດດິມ (ດນຕີປະກອບ)
ອິນສະທິງ (ເພງນຳ)
ກຳກັບພາບສົມບູນ ພິລິຍະພັກດີກຸນ
ຈິລະ ມະລິກຸນ
ຕັດຕໍ່ວິດຊະພັດ ໂກຈິ໋ວ
ທຳມະລັດ ສຸເມດສຸພະໂຊກ
ປະນາຍຸ ຄຸນວັນລີ
ຄ່າຍຈີທີເອຊ
ຈໍກວ້າງຟີມ
ຈຳໜ່າຍ/ເຜີຍແພ່ຈີເອັມເອັມ ໄທ ຫັບ
ສາຍ15 ຕຸລາ ຄ.ສ. 2009 (2009-10-15) (ໄທ)


29 ກໍລະກົດ ຄ.ສ. 2010 (2010-07-29) (ສິງຄະໂປ)

[1]
ປະເທດແມ່ແບບ:Flagcontry
ພາສາໄທ
ລາຍໄດ້147 ລ້ານບາດ[2]
ຕໍ່ຈາກນີ້ລົດໄຟຟ້າ ມາຫານະເພີນ
ຂໍ້ມູນຈາກ IMDb
ຂໍ້ມູນຈາກຖານຂໍ້ມູນຮູບເງົາໄທ
ຂໍ້ມູນຈາກສະຫຍາມໂຊນ

ຮູບເງົານຳສະເໜີໃນມຸມມອງຂອງ "ເໝີຍລີ້" ພະນັກງານບໍລິສັດສາວໂສດໄວ 30 ປີ ຜູ້ພົບຮັກກັບວິສະວະກອນໄຟຟ້າຂອງລົດໄຟຟ້າບີທີເອສ. ບ່ອນເຊິ່ງຖ່າຍທຳສ່ວນຫຼາຍແມ່ນຖ່າຍທຳໃນລົດໄຟຟ້າ ສະຖານີລົດໄຟຟ້າ ບໍລິສັດລົດໄຟຟ້າບີທີເອສ ຮວມເຖິງສະຖານທີ່ອື່ນໃນບາງກອກ, ປະເທດໄທ ເຊັ່ນ ຖະໜົນຈັນ ສອງຝັ່ງຄອງຮິມແມ່ນ້ຳເຈົ້າພະຍາ ພະທີ່ນັ່ງອະນັນຕະສະມາຄົມ ເຍົາວະຣາດ ທ້ອງຟ້າຈຳລອງ ເປັນຕົ້ນ.

ຮູບເງົາໄດ້ຮັບການຕອບຮັບຢ່າງດີ. ເປີດໂຕລາຍໄດ້ໃນມື້ທຳອິດທີ 15.1 ລ້ານບາດ.​ ທຳລາຍສະຖິຕິລາຍໄດ້ມື້ເປີດໂຕໃນປີນີ້ຂອງຮູບເງົາ ຫ້າແພ່ງ ທີ 14.9 ລ້ານບາດ. ຕິດອັນດັບ 1 ດົນນານ 4 ສັບປະດາ. ເຮັດລາຍໄດ້ລວມ 147 ລ້ານບາດ. ນອກຈາກນັ້ນພາຍຫຼັງຮູບເງົາສາຍຍັງມີອອກໃນຮູບແບບກາຕູນ. ສ່ວນທາງດ້ານຮາງວັນເຊິ່ງຮູບເງົາເລື່ອງ ລົດໄຟຟ້າ ມາຫານະເທີ ໄດ້ຮັບ ແມ່ນສາຂາຮູບເງົາດີເດັ່ນ ຈາກ 2 ສະຖາບັນແມ່ນຮາງວັນຂວັນໃຈສື່ມວນຊົນແລະທັອບອະວອດ 2009 ຮວມເຖິງຍັງໄດ້ຮັບລາງວັນ ຮູບເງົາຍອດນິຍົມຈາກສະຕາພິກອະວອດ.​ ສ່ວນໃນດ້ານຮາງວັນການສະແດງ ຄຣິສ ຫໍວັງ ໄດ້ຮັບຮາງວັນປະເພດນັກສະແດງຍິງດີເດັ່ນຈາກຫຼາຍສະຖາບັນ.

ອ້າງອີງ ດັດແກ້

  1. "Bangkok Traffic Love Story(2010)". Yahoo!. Retrieved 2010-07-24.
  2. "October Sonata รักที่รอคอย" กวาด 6 รางวัลชมรมวิจารณ์บันเทิง "คริส หอวัง-ปรเมศร์" คว้านำหญิง-ชาย

ແຫຼ່ງຂໍ້ມູນອື່ນ ດັດແກ້