ລາຍຊື່ວັນສຳຄັນຂອງໄທ

ວັນຫຍຸດສຳຄັນຂອງໄທ ແມ່ນເປັນໄປຕາມທີລັດຖະບານໄທກຳໜົດ ແລະສ່ວນໃຫຍ່ຖືປະຕິບັດກັນທັ້ງພາກລັດແລະພາກເອກະຊົນ ປົກກະຕິແລ້ວປີໜຶງມີວັນຫຍຸດລາຊະການ 19 ມື້ ແຕ່ອາດເພີ່ມໄດ້ຕາມປະກາດຄະນະລັດຖະມົນຕີໄທ ນອກຈາກນີ້ຍັງມີວັນອື່ນໆ ທີ່ຖືປະຕິບັດທັ້ງທາງການແລະບໍ່ທາງການ ແລະມີລັກສະໜະທັ້ງສາກົນແລະທ້ອງຖິ່ນ.

ວັນຫຍຸດລາຊະການທັ້ງໝົດໄດ້ຮັບຖືປະຕິບັດຈາກໜ່ວຍງານທຸກແຫ່ງຂອງລັດ ສ່ວນວັນຫຍຸດທະນາຄານນັ້ນທະນາຄານແຫ່ງປະເທດໄທແມ່ນຜູ້ກຳໜົດ ເຊີ່ງແຕກຕ່າງເລັກນ້ອຍຈາກທີພາກລັດຖືປະຕິບັດ ກົດໝາຍໄທໄດ້ກຳໜົດໃຫ້ທຸລະກິດເອກະຊົນຕ້ອງມີວັນຫຍຸດຢ່າງນ້ອຍ 13 ມື້ຕໍ່ປີ ໃນຈຳນວນນີ້ລວມເຖີງວັນແຮງງານແຫ່ງຊາດດ້ວຍ ແຕ່ຈະເລືອກເປັນວັນຫຍຸດວັນອື່ນຕາມທີໂຕເອງຍຶດຖືກົໄດ້ ຖ້າວັນຫຍຸດລາຊະການຕົງກັບວັນຫຍຸດສຸດສັບດາ ລັດຖະບານໄດ້ກຳໜົດໃຫ້ຫຍຸດວັນທຳງານວັນຖັດມາເພີ່ມອີກ 1 ມື້.

ວັນຫຍຸດລາຊະການ

ດັດແກ້

ປັດຈຸບັນປະເທດໄທມີວັນຫຍຸດຂອງພາກລັດຢູ່ 19 ມື້ ໄດ້ແກ່

ວັນທີ ຊື່ ໝາຍເຫດ
1 ມັງກອນ ວັນປີໃໝ່ສາກົນ
วันขึ้นปีใหม่

ມື້ທຳອິດຂອງປີຕາມປະຕິທິນສຸລິຍະຄະຕິໄທແລະປະຕິທິນກຣິກອຣຽນ ສະເຫຼີມສະຫຼອງວັນເລີ່ມຕົ້ນປີໃໝ່
ຂຶ້ນ 15 ຄ່ຳ ເດືອນ 3
(ກຸມພາ ຫຼື ມີນາ)

ວັນມາຄະບູຊາ
วันมาฆบูชา

ວັນສຳຄັນຂອງສາສະໜາພຸດຕາມປະຕິທິນຈັນທະລະຄະຕິໄທ ເພື່ອລຳລຶກເຖີງມື້ທີພຣະໂຄຕະມະພຸດທະເຈົ້າຊົງສະແດງໂອວາທະປາຕິໂມກ ເມື່ອ 589 ປີ ກ່ອນ ຄ.ສ.
6 ເມສາ ວັນຈັກກີ
วันที่ระลึกมหาจักรีบรมราชวงศ์

ລຳລຶກເຖີງການສ້າງຕັ້ງລາຊະວົງຈັກກີແລະອານາຈັກຣັດຕະນະໂກສິນ ໂດຍພະບາດສົມເດັດພະພຸດທະຍອດຟ້າຈຸລາໂລກມະຫາລາດ ເມື່ອ ຄ.ສ. 1782 ແລະຖືເປັນ ວັນພະບາດສົມເດັດພະພຸດທະຍອດຟ້າຈຸລາໂລກມະຫາລາດ (ໄທ: วันพระบาทสมเด็จพระพุทธยอดฟ้าจุฬาโลกมหาราช) ອີກດ້ວຍ
13–15 ເມສາ ເທດສະການສົງການ
เทศกาลสงกรานต์

ວັນສະເຫຼີມສະຫຼອງບຸນປີໃໝ່ໄທ ຈັດຂຶ້ນ 3 ມື້ ໂດຍມື້ທຳອິດ ແມ່ນ ວັນມະຫາສົງການ (ໄທ: วันมหาสงกรานต์) ມື້ທີສອງ ແມ່ນ ວັນເນົາ (ໄທ: วันเนา) ແລະມື້ທີສາມ ແມ່ນ ວັນຖະເຫຼີງສົກ (ໄທ: วันเถลิงศก) ສ່ວນວັນທີ 13 ຖືເປັນ ວັນຜູ້ສູງອາຍຸແຫ່ງຊາດ (ໄທ: วันผู้สูงอายุแห่งชาติ) ແລະວັນທີ 14 ຖືເປັນ ວັນຄອບຄົວ (ໄທ: วันครอบครัว)
4 ພຶດສະພາ ວັນສັດມົງຄົນ
วันฉัตรมงคล

ວັນສະເຫຼີມສະຫຼອງເຖີງການບໍລົມລາຊາພິເສກຂອງພະບາດສົມເດັດພະວະຊິຣະເກົ້າເຈົ້າຢູ່ຫົວເມື່ອ ຄ.ສ. 2019
ພຶດສະພາ
(ຕາມກຳໜົດ)

ວັນພືດມຸງຄຸນ
วันพืชมงคล

ວັນປະກອບພະລາຊະພີທີພືດມຸງຄຸນຈະຫຼົດພະນັງຄັນແຮກນາຂວັນ ເພື່ອໃຫ້ພອນແກ່ແລະປະກາດລຶດູການທຳນາແກ່ຊາວນາທົ່ວປະເທດ ເຊີ່ງວັນປະກອບພິທີຈະຖີກກຳໜົດໂດນສຳນັກພະລາຊະວັງ ແລະຖືເປັນ ວັນຊາວໄຮ່ (ໄທ: วันชาวไร่) ອີກດ້ວຍ
ຂຶ້ນ 15 ຄ່ຳ ເດືອນ 6
(ພຶດສະພາ ຫຼື ມິຖຸນາ)

ວັນວິສາຂະບູຊາ
วันวิสาขบูชา

ວັນສຳຄັນຂອງສາສະໜາພຸດຕາມປະຕິທິນຈັນທະລະຄະຕິໄທ ເພື່ອລຳລຶກເຖີງມື້ທີພຣະໂຄຕະມະພຸດທະເຈົ້າປະສູດເມື່ອ 624 ປີ ກ່ອນ ຄ.ສ. ຕຣັດສະຮູ້ເມື່ອ 589 ປີ ກ່ອນ ຄ.ສ. ແລະປະຣິນິບພານເມື່ອ 544 ປີ ກ່ອນ ຄ.ສ. ແລະຖືເປັນ ວັນຕົ້ນໄມ້ແຫ່ງຊາດ (ໄທ: วันต้นไม้แห่งชาติ) ອີກດ້ວຍ
3 ມິຖຸນາ ວັນສະເຫຼີມພະຊົນພັນສາສົມເດັດພະນາງເຈົ້າຯ ພະບໍລົມລາຊິນີ
วันเฉลิมพระชนมพรรษาสมเด็จพระนางเจ้าฯ พระบรมราชินี

ວັນສະເຫຼີມສະຫຼອງເຖີງການພະລາຊະສົມພົບຂອງສົມເດັດພະນາງເຈ້າສຸທິດາ ພັດຊະຣະສຸທາພິມົນລັກ ພະບໍລົມລາຊິນີເມື່ອ ຄ.ສ. 1978
28 ກໍລະກົດ ວັນສະເຫຼີມພະຊົນພັນສາພະບາດສົມເດັດພະເຈົ້າມະຫາຊີວິດ
วันเฉลิมพระชนมพรรษาพระบาทสมเด็จพระเจ้าอยู่หัว

ວັນສະເຫຼີມສະຫຼອງເຖີງການພະລາຊະສົມພົບຂອງພະບາດສົມເດັດພະວະຊິຣະເກົ້າເຈົ້າຢູ່ຫົວເມື່ອ ຄ.ສ. 1952
ຂຶ້ນ 15 ຄ່ຳ ເດືອນ 8
(ກໍລະກົດ ຫຼື ສິງຫາ)

ວັນອາສາລະຫະະບູຊາ
วันอาสาฬหบูชา

ວັນສຳຄັນຂອງສາສະໜາພຸດຕາມປະຕິທິນຈັນທະລະຄະຕິໄທ ເພື່ອລຳລຶກເຖີງມື້ທີພຣະໂຄຕະມະພຸດທະເຈົ້າຊົງສະແດງທຳມະຈັກກັບປະວັດທະນະສູດເມື່ອ 589 ປີ ກ່ອນ ຄ.ສ. ແລະຖືເປັນ ວັນງົດດື່ມສຸລາແຫ່ງຊາດ (ໄທ: วันงดดื่มสุราแห่งชาติ) ອີກດ້ວຍ
ແຮມ 1 ຄ່ຳ ເດືອນ 8
(ກໍລະກົດ ຫຼື ສິງຫາ)

ວັນເຂົ້າພັນສາ
วันเข้าพรรษา

ວັນສຳຄັນຂອງສາສະໜາພຸດຕາມປະຕິທິນຈັນທະລະຄະຕິໄທ ແມ່ນມື້ເລີ່ມຕົ້ນຂອງການພຳນັກຂອງພຣະສົງ ນະທີໃດທີໜຶ່ງຕະຫຼອດສາມເດືອນໃນລຶດູຝົນຕາມທີພຣະວິໄນບັນຍັດໄວ້
12 ສິງຫາ ວັນສະເຫຼີມພະຊົນພັນສາສົມເດັດພະບໍລົມລາຊະຊົນນະນີພັນປີຫຼວງ
วันเฉลิมพระชนมพรรษาสมเด็จพระบรมราชชนนีพันปีหลวง

ວັນສະເຫຼີມສະຫຼອງເຖີງການພະລາຊະສົມພົບຂອງສົມເດັດພະນາງເຈົ້າສິຣິກິດ ພະບໍຣົມລາຊິນີນາດ ພະບໍຣົມລາຊະຊົນນະນີພັນປີຫຼວງເມື່ອ ຄ.ສ. 1932 ແລະຖືເປັນ ວັນແມ່ແຫ່ງຊາດ (ໄທ: วันแม่แห่งชาติ) ອີກດ້ວຍ
13 ຕຸລາ ວັນນະວະມິນທະຣະມະຫາລາດ
วันนวมินทรมหาราช

ລຳລຶກເຖີງການສະຫວັນຄົດຂອງພະບາດສົມເດັດພະມະຫາພູມິພົນອະດຸນຍະເດດມະຫາລາດ ບໍຣົມມະນາດຖະບໍພິດ ເມື່ອ ຄ.ສ. 2016
23 ຕຸລາ ວັນປິຍະມະຫາລາດ
วันปิยมหาราช

ລຳລຶກເຖີງການສະຫວັນຄົດຂອງພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວ ເມື່ອ ຄ.ສ. 1910
5 ທັນວາ ວັນຊາດ
วันชาติ

ລຳລຶກເຖີງການພະລາຊະສົມພົບຂອງພະບາດສົມເດັດພະມະຫາພູມິພົນອະດຸນຍະເດດມະຫາລາດ ບໍຣົມມະນາດຖະບໍພິດ ເມື່ອ ຄ.ສ. 1927 ໂດຍກຳໜົດໃຫ້ເປັນວັນຊາດຕາມທຳນຽມຂອງປະເທດທີມີເຈົ້າຊີວິດເປັນປະມຸກ ແລະຖືເປັນ ວັນຄລ້າຍວັນພະລາຊະສົມພົບພະບາດສົມເດັດພະມະຫາພູມິພົນອະດຸນຍະເດດມະຫາລາດ ບໍຣົມມະນາດຖະບໍພິດ (ໄທ: วันคล้ายวันพระบรมราชสมภพพระบาทสมเด็จพระมหาภูมิพลอดุลยเดชมหาราช บรมนาถบพิตร) ແລະ ວັນພໍ່ແຫ່ງຊາດ (ໄທ: วันพ่อแห่งชาติ) ອີກດ້ວຍ
10 ທັນວາ ວັນລັດຖະທຳມະນູນ
วันพระราชทานรัฐธรรมนูญ

ລຳລຶກເຖີງການປະກາດໃຊ້ລັດຖະທຳມະນູນແຫ່ງລາຊະອານາຈັກສະຫຍາມເມື່ອ ຄ.ສ. 1932 ເຊີ່ງແມ່ນລັດຖະທຳມະນູນສະບັບຖາວອນສະບັບທຳອິດຂອງປະເທດໄທ
31 ທັນວາ ວັນສິ້ນປີ
วันสิ้นปี

ມື້ສຸດທ້າຍຂອງປີຕາມປະຕິທິນສຸລິຍະຄະຕິໄທແລະປະຕິທິນກຣິກອຣຽນ ສະເຫຼີມສະຫຼອງວັນສົ່ງທ້າຍປີເກົ່າ