ມະຫາວິທະຍາໄລລາຊະພັດສວນສຸນັນທາ

ມະຫາວິທະຍາໄລໃນບາງກອກ ປະເທດໄທ

ມະຫາວິທະຍາໄລລາຊະພັດສວນສຸນັນທາ (ໄທ: มหาวิทยาลัยราชภัฏสวนสุนันทา) ; (ອັງກິດ: Suan Sunandha Rajabhat University) ແມ່ນມະຫາວິທະຍາໄລຂອງລັດ ເຊິ່ງຕັ້ງຢູ່ໃນພື້ນທີ່ວັງສວນສຸນັນທາ ອັນເຄີຍເປັນເຂດພະລາຊະຖານຂອງພະລາຊະວັງດຸສິດໃນລາຊະການທີ່ 5 ມາກ່ອນ

มหาวิทยาลัยราชภัฏสวนสุนันทา
Suan Sunandha Rajabhat University
ຄະຕິພົດຊົງປັນຍາ ສັດທາທຳ ນຳສັງຄົມ
ສະຖາປະນາ17 ພຶດສະພາ ຄ.ສ. 1937 (ໂຮງຮຽນສວນສຸນັນທາວີທະຍາໄລ) 79 ປີ
ປະເພດມະຫາວິທະຍາໄລລັດ
ອະທິການບະດີລືເດດ ເກີດວິໄຊ
ນາຍົກສະພາມະຫາວິທະຍາໄລກອນ ທັບພະຮັງສີ
ທີ່ຕັ້ງເລກທີ່ 1 ຖະໜົນອູ່ທອງນອກ ແຂວງວະຊິລະພະຍາບານ ເຂດດຸສິດ ບາງກອກ 10300
ເວັບໄຊຕ໌http://www.ssru.ac.th

ມະຫາວິທະຍາໄລແຫ່ງນີ້ມີຮາກຖານມາຈາກການສະຖາປະນາ "ໂຮງຮຽນສວນສຸນັນທາວິທະຍາໄລ" ເມື່ອວັນທີ 17 ພຶດສະພາ ພ.ສ. 2480 ເປີດສອນ ປະກາດສະນີຍະບັດປະໂຍກຄູປະຖົມ (ປ.ປ.) ຕໍ່ມາເຈິ່ງຍົກຖານະຂຶ້ນແມ່ນ "ວິທະຍາໄລຄູສວນສຸນັນທາ" ໃນປີ ພ.ສ. 2518 ຕາມພະລາຊະບັນຍັດວິທະຍາໄລຄູ ພ.ສ. 2518 ເປີດສອນຮອດລະດັບປະລິນຍາຕີຫຼັກສູດຄຸສາດບັນດິດ