ຟີລຳ (ຝຣັ່ງ: phylum) ຫຼື ໄຟລຳ (ອັງກິດ: phylum) ແມ່ນຂັ້ນອະນຸກົມວິທານຂັ້ນນຶ່ງໃນການຈຳແໜກສັດໃນທາງວິທະຍາສາດ (ໃນທາງພືດນິຍົມໃຊ້ຄຳວ່າ ສ່ວນ ແທນຟີລຳ). ຟີລຳຖືເປັນການຈັດກຸ່ມໃນຂັ້ນສູງທີ່ສຸດແຍກຕາມສາຍວິວັດທະນາການ ແຕ່ບາງເທື້ອກໍມີການລວມຟີລຳເປັນຟີລຳໃຫຍ່ (superphylum) ອີກທີນຶ່ງ ເຊັ່ນ Echdysozoa ເຊິ່ງປະກອບດ້ວຍສັດມີເປືອກແຂງແລະໜອນໂຕກົມ ແລະ Deuterostomia ເຊິ່ງປະກອບດ້ວຍປາດາວແລະສັດມີແກນສັນຫຼັງ.

ຟີລຳຂອງສັດທີ່ຮູ້ຈັກກັນຫຼາຍກວ່າໝູ່ ໄດ້ແກ່ ໂມນລັດ, ຟອງນ້ຳ, ນີດາລີ, ໜອນໂຕແບນ, ເນມາຕົດ, ອັງເນລິດ, ອາກຕະໂລປົດ, ເອກີໂນແດກ ແລະ ສັດມີແກນສັນຫຼັງ (ເຊິ່ງມະນຸດຈັດຢູ່ໃນຟີລຳນີ້). ເຖິງແມ່ນວ່າຈະມີຟີລຳທັງໝົດປະມານ 35 ຟີລຳ (ໜ່ວຍຂອງຟີລຳ) ຟີລຳທີ່ກ່າວທັງ 9 ນີ້ຄອບຄຸມແອສະແປດສ່ວນໃຫຍ່ ແລະທຸກຟີລຳຍົກເວ້ນ Onychophora ຕ່າງກໍມີສະມາຊິກອາໄສໃນມະຫາສະໝຸດ.

ອ້າງອີງ ດັດແກ້

ບັນນານຸກົມ
  • Berg, Linda R. (2007-03-02). Introductory Botany: Plants, People, and the Environment (2 ed.). Cengage Learning. p. 15. ISBN 9780534466695.
  • Collins AG, Valentine JW (2001). "Defining phyla: evolutionary pathways to metazoan body plans." Evol. Dev. 3: 432-442.
  • "Life sciences". The American Heritage New Dictionary of Cultural Literacy (third ed.). Houghton Mifflin Company. 2005. Retrieved 2008-10-04. "Phyla in the plant kingdom are frequently called divisions."

ແຫຼ່ງຂໍ້ມູນອື່ນ ດັດແກ້