ສັດ (ຄຳເຄົ້າ: ສັຕວ໌[1], ອັງກິດ: animal) ເປັນສິ່ງມີຊີວິດກຸ່ມທີ່ໃຫຍ່ທີ່ສຸດ ຈັດຢູ່ໃນ ອານາຈັກສັດ (ຄຳເຄົ້າ: ອານາຈັກຣ໌ສັຕວ໌[1], ອັງກິດ: Kingdom Animalia) ເປັນສິ່ງມີຊີວິດພວກທີ່ນິວຄຽສມີຜະໜັງຫໍ່ຫຸ້ມ ປະກອບດ້ວຍ ຫຼາຍເຊລລ໌ມີການແບ່ງໜ້າທີ່ຂອງແຕ່ລະເຊລລ໌ເພື່ອເຮັດໜ້າທີ່ສະເພາະຢ່າງແບບຖາວອນ ບໍ່ມີຄໍໂລຟິນ ສ້າງອາຫານຜູ້ດຽວບໍ່ໄດ້ ດຳລົງຊີວິດໄດ້ຫຼາຍລັກສະນະທັງເທິງບົກໃນນ້ຳ ແລະບາງຊະນິດເປັນປໍລະສິດ. ອານາຈັກນີ້ໄດ້ແກ່ສັດທຸກຊະນິດ ຕັ້ງແຕ່ສັດບໍ່ມີດູກສັນຫຼັງຈົນຮອດສັດທີ່ມີດູກສັນຫຼັງ ໄດ້ແກ່ ພະຍາດໃບໄມ້ ກົບ ລີງ ກະຕ່າຍ ດາວທະເລ ແມງດາທະເລ ຫອຍສອງຝາ ແມງສາບ ໃນທາງຊີວະວິທະຍາ ມະນຸດ ກໍຈັດຢູ່ໃນອານາຈັກສັດ ໂດຍຄຳວ່າສັດ ກາຍຄວາມໝາຍມາຈາກຄຳວ່າ "ສຕຕວ" ໃນພາສາປາລີເຊິ່ງແປວ່າ "ສິ່ງມີຊີວິດ".

ອ້າງອີງແກ້ໄຂ

  1. 1.0 1.1 ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.