ມະຫາສະໝຸດ
ມະຫາສະໝຸດ (ຄຳເຄົ້າ: ມະຫາສມຸທຣ໌) ແມ່ນ ນໍ້າເຄັມສ່ວນຫຼັກ(ໃຫຍ່) ທີ່ກວມເອົາເກືອບ 70% ຂອງເນື້ອທີ່ຜິວໂລກ. ໂດຍທົ່ວໄປ ບັນດານໍ້າເຄັມນີ້ ຈະຖືກແບ່ງອອກເປັນ 5 ມະຫາສະໝຸດ ແລະ ທະເລທີ່ນ້ອຍກວ່າອີກ. ຫຼາຍກວ່າເຄິ່ງໜຶ່ງ ຂອງ ມະຫາສະໝຸດຈະມີຄວາມເລິກ ຫຼາຍກວ່າ 3,000 ແມັດ. ອັດຕາຄວາມເຄັມ ຂອງ ມະຫາສະໝຸດ ໂດຍສະເຫຼ່ຍ ຈະຢູ່ໃນລະດັບ ປະມານ 35 ppt (3.5%), ສຳຫຼັບ ທະເລ ແມ່ນ ປະມານ 31 ຫາ 38 ppt.
![](http://upload.wikimedia.org/wikipedia/commons/thumb/8/82/World_ocean_map.gif/250px-World_ocean_map.gif)