ພຣະພູຄຳ ແກ້ວປະທຸມ

ພຣະພູຄຳ ແກ້ວປະທຸມ
ຂໍ້ມູນ ສະເພາະບຸກຄົນ
ຊື່ : ພູຄຳ (ລື່ນ)
ຊື່ນາມສະກຸລ : ແກ້ວປະທຸມ
ສາຍາ : ອານັນທະມຸນີ
ວັນເກີດ : 8 ເດືອນກັນຍາ ປີພ.ສ. 2533,(ຄ.ສ.1990)
ບ່ອນເກີດ : ບ້ານດົງທ່າ ເມືອງອຸທຸມພອນ ແຂວງສະຫວັນນະເຂດ
ສັນຊາດ : ລາວ (LaoPDR)
ຮູ້ຈັກຜ່ານທາງ : ນັກເທດສະນາທັມ(ໂວຫານ),
ຄະຕິທັມປະຈຳໃຈ :
ງານຄືຊີວິຕ ຊີວິຕຄືງານ ບັນດານສຸຂ
ທຳງານໃຫ້ສະນຸກ ເປັນສຸກເມື່ອທຳງານ
ຈຳພັນສາຢູ່ວັດ : ວັດທາດຫລວງເຫນືອ ເມືອງໄຊເສດຖາ ນະຄອນຫລວງ
ຜົນງານການຂຽນ
ຫນັງສື : ສາສະນະຈັກກັບສາສະນະທັມ
ເທດສະນາທັມ : ພຸດທະສາສະນາກັບຄ່ານິຍົມຂອງສັງຄົມ
ການສຶກສາ : ຈົບປະລິນຍາໂທ ສາຂາການບໍຣິການການສຶກສາ ມຈຣ. (ໄທ)
ງານຕ່າງປະເທດ
  • ສຳມະນາວິຊາການທາງດ້ານພຣະພຸດທະສາສະນາ
  • ພຣະພຸດທະສາສະນາກັບຄ່ານິຍົມຂອງປະເທດ
  • ຜູ້ນຳຊາວພຸດໃນລຸ່ມແມ່ນ້ຳຂອງ ປີພ.ສ.2558
ພຣະພູຄຳ ສາຍາ ອານັນທະມຸນີ ນາມສະກຸນ[1] ແກ້ວປະທຸມ ອັງກິດ: phoukham Anundamuni (Keophathoum); (ຊື່ຫລີ້ນ: ລື່ນ ) ເກິດເມື່ອວັນທີ 8 ກັນຍາ ປີ ພ.ສ.[2] Archived 2019-10-07 at the Wayback Machine 2535 (ຄ.ສ.[[3]] 1990) ທີ່ບ້ານດົງທ່າ ເມືອງອຸທຸມພອນ ແຂວງສະຫວັນນະເຂດ Lao PDR. ບິດາ ຊື່ທ້າວທອງຈັນ ແກ້ວປະທຸມ ມານດາຊື່ ນາງຄຳໄພ ແກ້ວປະທຸມ ມີອ້າຍເອື້ອຍນ້ອງທັງຫມົດ 4 ຄົນ ເປັນລູກຊາຍໂທນພຽງຄົນດຽວໃນຄອບຄົວ ແລະ ພຣະພູຄຳ ເປັນລູກຄົນທີ 2 ມີລາຍຊື່ດັງນີ້
  1. ນາງໄລ ແກ້ວປະທຸມ
  2. ທ້າວພູຄຳ ແກ້ວປະທຸມ
  3. ນາງລົ້ນ ແກ້ວປະທຸມ
  4. ນາງນັນທິດາ ແກ້ວປະທຸມ

ປະຫວັດ ດັດແກ້

ຊີວິດໄວເດັກ ດັດແກ້

ພູຄຳ ເກິດເມື່ອວັນທີ 8. ກັນຍາ ປີ ພ.ສ. 2535 (ຄ.ສ. 1990) ທີ່ບ້ານດົງທ່າ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ໃນຄອບຄົວທີ່ທຸກຍາກ ດັງນັ້ນ ຈຶ່ງຊ່ວຍພໍ່ແມ່ເຮັດໄຮ່ໃສ່ສວນ ວຽກເຮືອນຊານທຸກຢ່າງ ເຊັ່ນ ຕັກນ້ຳ, ຫນື້ງເຂົ້າ, ລ້ຽງງົວ, ລ້ຽງຄວາຍ, ວຽກງານທີ່ຜູ້ຍິງເຮັດໄດ້ ເຂົາກໍ່ເຮັດໄດ້ເຊັ່ນດຽວກັນ ດ້ວຍຄວາມທີ່ເປັນເດັກນ້ອຍດຸມັ່ນ ເປັນທີ່ຮັກແພງຂອງຄອບແລະຍາດພີ່ນ້ອງ ເວລາໄປໃສມາໃສ ຄົນໃນຫມູ່ບ້ານເຂົາຮັກແພງ

ຊີວິດຕອນບວດ ດັດແກ້

ຕອນເປັນສາມະເນນ ດັດແກ້

ເມື່ອສາມະເນນພູຄຳ ແກ້ວປະທຸມ ຮຽນຈົບ ມ.3 ແລ້ວ ຕອນນັ້ນອາຍຸ16 ປີ ແຕ່ໂຮງຮຽນໃນບ້ານໂນນປ່າໄລ່ ມີພຽງ ມ.3 ເທົ່ານັ້ນ ເຂົາຈຶ່ງຕັດສິນໃຈເຂົ້າມາບວດໃນພຣະພຸດທະສາສະນາ ບວດເມື່ອວັນທີ 6 ເດືອນມິຖຸນາ ຄ.ສ.2006 ທີ່ບ້ານໂນນປ່າໄລ່ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ໂດນຍາພໍ່ສີຕານ ເປັນຜູ້ບວດໃຫ້ (ເຊິ່ງຍາພໍ່ກໍເປັນຕາຂອງສາມະເນນພູຄຳ) ດ້ວຍເປັນຄົນທີ່ໃຝ່ໃນການສຶກສາຮ່ຳຮຽນ ເມື່ອບວດແລ້ວ ເຂົາກໍໄດ້ເຂົ້າມາຢູ່ໃນໃນຕົວເມືອງສະຫວັນນະເຂດ ຄື ວັດອົບມາພຸດທາວາສ ເຊິ່ງເຈົ້າອະທິການວັດ ແມ່ນ ພຣະອະຣິຍະມຸນີສີສຸທັມມະໂລກາຈາຣຍ໌(ພຣະອາຈານສົມບູນ ສິຣິປັນໂຍ) ໃນຕອນນັ້ນ ແລະເປັນສຳນັກປະຕິບັດທັມປະຈຳແຂວງສະຫວັນນະເຂດ ເຊິ່ງເຮັດໃຫ້ສາມະເນນພູຄຳ ໄດ້ມີໂອກາດສຶກສາຈາກຄຸບາອາຈານໃນຫລາຍໆເລື່ອງ ເຊັ່ນ ວິທີປະຕິບັດວິປັດສະນາກັມມະຖານ,ຝຶກເທດສະນາທັມ(ໂວຫານ),ອົບຮົມກິຣິຍາມາຣະຍາດ,ແລະການສຶກສາສິລະປະວິທະຍາອື່ນໆ ທັງທາງໂລກແລະທາງທັມ ຈຶ່ງເຮັດໃຫ້ເຂົາມີປະສົບການຫລາຍຢ່າງ ສາມາດຊ່ວຍງານພຣະສາສະນາໄດ້ຢ່າງຫລວງຫລາຍ

ຕອນເປັນພຣະ ດັດແກ້

ການສຶກສາ ດັດແກ້

ເມື່ອອາຍຸໄດ້ 8 ປີ ໄດ້ເຂົ້າ ໂຮງຮຽນ ຊັ້ນປະຖົມ ທີ່ໂຮງຮຽນ ບ້ານໂນນປ່າໄລ່ ເປັນບ້ານໃກ້ໆ ກັນ ແລະທຸກໆ ມື້ກໍຕ້ອງຍ່າງມາຮຽນ ຄືກັບເດັກນ້ອຍຄົນອື່ນໆ ເພາະໃນສະໄໝນັ້ນ ລົດທີ່ຈະຫາຂີ່ມາໂຮງຮຽນນັ້ນຍາກແສນຍາກ ແຕ່ດ້ວຍຄວາມບາກບັ່ນ ຄວາມເອົາໃຈໃສ່

  • ປີຄ.ສ.2004-2006 ຈົບຊັ້ນມັດທະຍົມຕັ້ນ ບ້ານໂນນປ່າໄລ່
  • ປິຄ.ສ.2007-2011 ຈົບຊັ້ນມັດທະຍົມສົງຕອນປາຍວັດໄຊຍະພູມ
  • ປີຄ.ສ.2012-2015 ຈົບປະລິນຍາຕຣີ ສາຂາພາສາອັງກິດ ມະຫາວິທະຍາໄລມະຫາຈຸລາລົງກອນຣາຊະວິທະຍາໄລ ວິທະຍາເຂດຂອນແກ່ນ
  • ປີຄ.ສ.2015-2016 ຈົບປະລິນຍາໂທ ສາຂາພາການບໍຣິຫານການສຶກສາ ມະຫາວິທະຍາໄລມະຫາຈຸລາລົງກອນຣາຊະວິທະຍາໄລ

ຜົນງານ ດັດແກ້

ງານວິຊາການ ດັດແກ້

ງານທາງດ້ານພຣະສາສະນາ ດັດແກ້

ງານຕ່າງປະເທດ ດັດແກ້

ປະສົບການທຳງານ ດັດແກ້

ແຫລ່ງຂໍ້ມູນອື່ນ ດັດແກ້

ອ້າງອິງ ດັດແກ້

ຫມວດຫມູ່: |ມະຫາວິທະຍາໄລສົງ |ວິທະຍາໄລສົງ |ພຣະພຸດທະສາສະນາ |ອົງການພຣະພຸດທະສາສະນາສຳພັນລາວ |ສະຖິຕິພຣະສົງ-ສາມະເນນໃນທົ່ວປະເທດ |ສະຖິຕິວັດທົ່ວປະເທດ