ປັກກິ່ງ ຫຼືເປີຍຈິ່ງ (Beijing) (ພາສາຈີນ: ກ່ຽວກັບສຽງນີ້ 北京 , ພິ່ນອິ່ນ: Běijīng) ເປັນນະຄອນຫຼວງຂອງສາທາລະນະລັດປະຊາຊົນຈີນ ມີຊື່ຫຍໍ້ວ່າ ກິ່ງ(ຫຼືວ່າ ຈິ່ງ)ຕັ້ງຢູ່ທິດຕາເວັນຕົກສຽງເໜືອຂອງ ພູພຽງຫວາເປີຍ ຊື່ເດີມຄື ຈີ້ ສະໄໝຊຸນຊິວຈ້ານກົ໋ວເປັນເມືອງຫຼວງຂອງແຄວ້ນຢັ່ນ ສະໄໝລາຊະວົງຫຼຽວ ເປັນເມືອງຫຼວງຮອງຊື່ຢັ່ນຈິ່ງ ເປັນເມືອງຫຼວງຂອງເມືອງຈີນຕັ້ງແຕ່ສະໄໝລາຊະວົງຈິ້ນ ຢ໋ວນ ໝິງ ຊິງຈົນເຖິງສາທາລະນະລັດຈີນ ເຄີຍໃຊ້ຊື່ຈົ່ງຕູ່ ຕ້າຕູ່ ເປີຍຜິງແລະເປີຍຈິ່ງ ໂດຍມີຊື່ເອີ້ນທັງໝົດ 60 ກວ່າຊື່. ເລີ່ມຕົ້ນເປັນເມືອງຕັ້ງແຕ່ປີ 1928 ປັດຈຸບັນແບ່ງເປັນ16 ເຂດແລະ 2 ເມືອງນ້ອຍ ເປັນນະຄອນທີ່ຂື້ນກັບອຳນາດການປົກຄອງຂັ້ນສູນກາງໂດຍກົງ. ປັກກິ່ງມີເນື້ອທີ່ທັງໝົດ 16,800 ກິໂລແມັດມົນທົນ ຮອດທ້າຍປີ 2002 ທົ່ວນະຄອນມີປະຊາກອນ 1,136,300 ຄົນ ນະຄອນປັກກິ່ງເປັນໃຈກາງການເມືອງ ວັດທະນະທຳ ວິທະຍາສາດ ການສຶກສາແລະ ການຄົມມະນາຄົມທົ່ວປະເທດຈີນແລະກໍເປັນເມືອງທ່ອງທ່ຽງທີ່ມີຊື່ສຽງໃນປະເທດຈີນກໍຄືໃນໂລກ, ແຫຼ່ງທ່ອງທ່ຽວທີ່ສຳຄັນມີກຳແພງຍັກເມືອງຈີນ ພະລາຊະວັງບູຮານ ຫໍສັກກະລະຟ້າທ່ຽນຖັນ ສຸສານຮ່ອງເຕ້ລາຊະວົງໝິງ ວັງພັກຮ້ອນອີ໋ເຫີຢ໋ວນແລະພູຊ່ຽງຊ່ານ ເປັນຕົ້ນ.ປັດຈຸບັນ, ປັກກິ່ງເປັນເຂດປົກຄອງພິເສດແບບມະຫານະຄອນ 1 ໃນ 5 ແຫ່ງຂອງຈີຍ,ເຊິ່ງມີຖານະທຽບເທົ່າກັບແຂວງ, ຫຼັງຈາກປັກກິ່ງໄດ້ຮັບການຈັດຕັ້ງເປັນນະຄອນຫຼວງຂອງສາທາລະນະລັດປະຊາຊົນຈີນໃນ 1949 ແລ້ວ ໂດຍສະເພາະພາຍຫຼັງຊຸມປີ 80 ສະຕະວັດທີ 20, ເມືອງປັກກິ່ງໄດ້ພັດທະນາຢ່າງໄວວາຢ່າງເຫຼືອເຊື່ອ ມີການປ່ຽນແປງຢ່າງພິກແຜ່ນດິນປີ້ນແຜ່ນຟ້າ. ປັດຈຸບັນ, ນະຄອນປັກກິ່ງບໍ່ພຽງແຕ່ຮັກສາສະພາບເມືອງບູຮານໄວ້, ຍັງສະແດງເຖິງສະພາບເມືອງທີ່ທັນສະໄໝ, ຈົນກາຍເປັນເມືອງໃຫຍ່ຂອງໂລກ.

ທີ່ມາຂອງຊືຶ່

ດັດແກ້

ປັກກິ່ງ ແມ່ນມີຊື່ເມືອງຫຼາຍຊື່. ຄຳວ່າ ປັກກິ່ງ ຫຼືເປີຍຈິ່ງ ໝາຍເຖິງ ນະຄອນຫຼວງທາງພາກເໜືອ (ມາຈາກອັກສອນຈີນ 北 ທີ່ີແປວ່າເໜືອ ແລະ 京 ທີ່ແປວ່ານະຄອນຫຼວງ). ປັກກິ່ງໃຊ້ອັກສອນຫຍໍ້ພາສາອັງກິດຄື BJ.

ປະຫວັດສາດ

ດັດແກ້

ຍຸກເລີ່ມຕົ້ນ

ດັດແກ້

ພູມສາດ

ດັດແກ້

ລັດຖະບານ ແລະ ການເມືອງ

ດັດແກ້

ເສດຖະກິດ

ດັດແກ້

ປະຊາກອນສາດ

ດັດແກ້

ວັດທະນະທຳ

ດັດແກ້

ສື່ມວນຊົນ

ດັດແກ້

ການຂົນສົ່ງ

ດັດແກ້

ປັກກິ່ງໄດ້ມີການຈັດການຂົນສົ່ງມວນຊົນ. ຕົວຢ່າງເຊັ່ນ, ລົດໄຟໃຕ້ດິນປັກກິ່ງ ໂດຍເລີ່ມກໍ່ສ້າງທາງລົດໄຟໃຕ້ດິນເມື່ອວັນທີ່ 1 ກໍລະກົດ ຄ.ສ. 1965, ແລະສົມບູນເມື່ອວັນທີ່ 1 ຕຸລາຄົມ ຄ.ສ. 1969, ໂດຍມີສະຖານີລົດໄຟທັງໝົດ 270 ແຫ່ງແລະມີໄລຍະທາງທັງໝົດ 456 ກິໂລແມັດ.

ທຳມະຊາດ

ດັດແກ້

ເບິ່ງຕື່ມ

ດັດແກ້

ຄັງຮູບ

ດັດແກ້