ປະເທດປອກຕຸຍການ
ປອກຕຸຍການ[໑] (ປອກຕຸຍການ: Portugal) ຫຼືຊື່ທາງການແມ່ນ ສາທາລະນະລັດປອກຕຸຍການ (ປອກຕຸຍການ: República Portuguesa) ແມ່ນສາທາລະນະລັດເຊິ່ງມີລະບອບການປົກຄອງແບບປະຊາທິປະໄຕ. ຕັ້ງຢູ່ໃນພາກຕາເວັນຕົກແລະຕາເວັນຕົກສຽງໃຕ້ຂອງຄາບສະໝຸດອີເບລີທາງຕອນໃຕ້ຂອງທະວີບເອີລົບ ແລະຖືວ່າເປັນປະເທດທີ່ຢູ່ທາງທິດຕາເວັນຕົກຫຼາຍທີ່ສຸດໃນບັນດາປະເທດໃນທະວີບເອີລົບທັງຫຼາຍ (ຍົກເວ້ນໝູ່ເກາະບະເຣຕາຍໃຫຍ່ແລະໝູ່ເກາະໃກ້ຄຽງ). ປອກຕຸຍການມີພົມແດນຕິດກັບແອສະປາຍໃນທາງທິດເໜືອແລະທິດຕາເວັນອອກ ແລະຢູ່ຕິດກັບມະຫາສະໝຸດອັດລັງຕີກໃນທາງທິດຕາເວັນຕົກແລະທິດໃຕ້. ນອກຈາກນີ້ ປອກຕຸຍການຍັງປະກອບໄປດ້ວຍອານາເຂດໝູ່ເກາະຢູ່ຫຼາຍໝູ່ເກາະດ້ວຍກັນໃນມະຫາສະໝຸດອັດລັງຕີກ ເຊັ່ນ ອາຊອກ (Azores ຫຼື Açores) ແລະເກາະມາເດລາແລະປອກຕຸຍຊັນຕູ (ລວມເຖິງໝູ່ເກາະຊາເວດດ້ວຍ).
ປະຊາກອນສາດEdit
ປອກຕຸການມີປະຊາກອນປະມານ 10,927,250 ຄົນ (ປີ ຄ.ສ. 2013) ໃນຈຳນວນນີ້ 3.13 % ເປັນຜູ້ຍ້າຍຖີ່ນເຂົ້າປະເທດຢ່າງຖືກກົດໝາຍ ເຊິ່ງສ່ວນຫຼາຍມາຈາກ ບະເຣຊິນ ອູກະແລນ ແລະ ອັງໂກລາ ໂດຍສ່ວນຫຼາຍນັບຖືສາສະໜາຄະຣິດນິກາຍໂລມັງກາໂຕລິກມີຄົນນັບຖືປະມານ 94 % ແລະຍັງມີນິກາຍປະໂລແຕສະຕັງແລະອື່ນ ໆ ລວມ 6 % ໂດຍທຸກສາສະໜາຢູ່ດ້ວຍກັນຢ່າງສະຫງົບ.
ພາສາEdit
ພາສາປອກຕຸຍການແມ່ນພາສາທາງການຂອງປະເທດປອກຕຸຍການ. ແມ່ນພາສາຈັດຢູ່ໃນກຸ່ມພາສາໂຣມັງ ເຊິ່ງໃນກຸ່ມພາສານີ້ມີແອສະປາໂຍນ ຝະລັ່ງ ແລະ ອິຕາລີ ນຳ. ມີຜູ້ເວົ້າປະມານ 10,000,000 ຄົນ ພາຍໃນປະເທດປອກຕຸຍການ (ປີ ຄ.ສ. 2012) ແລະປະມານ 203,349,200 ຄົນ ທົ່ວໂລກ.[໒]
ອ້າງອີງEdit
- ↑ ຈາກ ຝຣັ່ງ: Portugal, ປອກຕຸຍກາລ
- ↑ Lewis, M. Paul, Gary F. Simons, and Charles D. Fennig (eds.). 2014. Ethnologue: Languages of the World, Seventeenth edition. Dallas, Texas: SIL International. Online version: http://www.ethnologue.com.
ແຫຼ່ງຂໍ້ມູນອື່ນEdit
- ລັດຖະບານ
- ລັດຖະບານປອກຕຸຍການ (ພາສາອັງກິດ)/(ປອກຕຸຍການ)
- ປະທານປະເທດປອກຕຸຍການ
- ລັດຖະສະພາປອກຕຸຍການ
- ປະເທດປອກຕຸຍການ ຈາກ CIA - The World Factbook
- ການທ່ອງທ່ຽວ