ປະສຸສັດ (ອັງກິດ: livestock) ແມ່ນສັດລ້ຽງຫຼືສັດເສດຖະກິດທີ່ໃຊ້ວຽກ ແລະເປັນອາຫານ. ສັດເສດຖະກິດມີທັງສັດສີ່ຕີນ ແມ່ນ ງົວ ຄວາຍ ມ້າ ແບ້ ແກະ ໝູ ແລະສັດປີກ ແມ່ນ ເປັດ ໄກ່ ຫ່ານ ໄກ່ງວງ ເປັນຕົ້ນ. ສິ່ງທີ່ໄດ້ຈາກປະສຸສັດໄດ້ແກ່ ຊີ້ນ ໄຂ່ ນົມ ໜັງ ແລະຂົນ. ການລ້ຽງສັດນັບວ່າ ແມ່ນອາຊີບດີຂອງກະສິກອນ ສາມາດລ້ຽງເປັນຈຳນວນຫຼາຍເພື່ອໃຊ້ເປັນອາຊີບຫຼັກ ຫຼືລ້ຽງຈຳນວນໜ້ອຍເພື່ອເປັນອາຊີບເສີມ.

ນິລຸດຕິສາດ ດັດແກ້

ຄຳວ່າ "ປະສຸສັດ" ປະກອບດ້ວຍ "ປະສຸ" (ປາລີ: ປະສຸ) ແລະ "ສັດ" (ປາລີ: ສັຕຕ). "ປະສຸ" ໝາຍເອົາ ສັດທີ່ມະນຸດນຳມາລ້ຽງເພື່ອໃຊ້ແຮງງານ ສ່ວນ "ສັດ" ໝາຍເອົາ ສິ່ງທີ່ມີຈິດວິນຍານເໜັງຕີງໄປມາໄດ້