ບລູ ອາຣໄຄຟ

ວີດີໂອເກມສວມບົດບາດໃນປີ2021
(ປ່ຽນເສັ້ນທາງມາຈາກ ບລູ ອາໄຄ້)

ບລູ ອາຣໄຄຟ ( ຍີ່ປຸ່ນ:ブルーアーカイブ; ໄທ:บลูอาร์ไคฟ์; ເກົາຫຼີ:블루 아카이브; ຈີນ:蔚蓝档案; ອັງກິດ:Blue archive) ເປັນ ເກມສວມບົດບາດ ທີ່ພັດທະນາໂດຍ ເນັກຊອນເກມ (ເມື່ອກ່ອນເອີ້ນວ່າ ແໜັນ ເກມ), ບໍລິສັດຍ່ອຍຂອງ ເນັກຊອນ. ເປິດຕົວເມື່ອປີ 2021 ສໍາລັບ Android ແລະ iOS, ຄັ້ງແຮກໃນປະເທດຍີ່ປຸ່ນໂດຍ ໂຢສະຕາ ແລະ​ໜຶ່ງປີຕໍ່ມາໃນທົ່ວໂລກໂດຍ ເນັກຊອນ. [1] ເກມບລູ ອາຣໄຄຟ ແມ່ນ ເກມຫຼິ້ນຟຣີທີ່ປະກອບດ້ວຍລະບົບ ກາຊາ ເຊິ່ງເປັນວິທີການໃນການຮັບຕົວລະຄອນໃໝ່. ນອກຈາກນີ້ຍັງມີການດັດແປງມາເປັນ ອານິເມະ ທີ່ມີຊື່ວ່າ ບລູ ອາຣໄຄຟ ດິ ແອນິເມຊັ້ນ.

ບລູ ອາຣໄຄຟ
ໂລໂກ້ເກມ
ໂລໂກ້ເກມ
ຊື່ ບລູ ອາຣໄຄຟ
ຊື່ພາສາຍີ່ປຸ່ນ ブルーアーカイブ
ໂຣມາຈິ Bu rū ā kai bu
ຊື່​ພາ​ສາ​ອັງ​ກິດ​ Blue Archive
ຜູ້ສ້າງ ເນັກຊອນ ເກມສ
ເກມ
ບລູ ອາຣໄຄຟ
ພັດທະນາໂດຍເນັກຊອນ ເກມສ
ວາງຈຳໜ່າຍໂດຍຈີນ/ຍີ່ປຸ່ນ:ໂຢສະຕາ; ທົ່ວໂລກ: ເນັກຊອນ
ກຳກັບໂດຍຄິມຢອງຮາ[1]
ດົນຕີໂດຍມິສຶກິໂຢະ,

ຄະຣຸດ,

ນໍ
ປະເພດສວດບົດບາດ, ວາງແຜນແບບຣຽລ-ທາມ, ວີຊວລໂນເວລ
ເອນຈິນຢູນິຕີ້
ເຄື່ອງຫຼິ້ນແອນດອຍດ໌, ໄອໂອເອັສ
ເປີດຕົວຍີ່ປຸ່ນ: ທີ4 ກຸມພາ 2021;

ທົ່ວໂລກ: ທີ8ພະຈິກ 2021;

ຈີນ: ທີ3 ສິງຫາ 2023
ກາ​ຕູນ​ຍີ່​ປຸ່ນ​

ຜູ້ຫຼິ້ນ ແລະ ຕົວດຳເນີນເລື່ອງແມ່ນນາຍຄູທີ່ຖືກເອີ້ນໃຫ້ໄປເມືອງ ຄິໂວທ່ອດ ໂດຍປະທານອົງການສະພານັກຮຽນທົ່ວໄປ, ຄະນະກໍາມະການພິເສດທີ່ປົກຄອງໂຮງຮຽນຕ່າງໆ. ຫຼັງຈາກການຫາຍຕົວໄປຢ່າງກະທັນຫັນຂອງລາວ, ມີເຫດຄວາມຮຸນແຮງໄດ້ເກີດຂື້ນຮອບ ຄິໂວທ່ອດ ແລະ ຜູ້ຫຼິ້ນໄດ້ຖືກມອບໝາຍໂດຍສະມາຊິກທີ່ຍັງເຫຼືອຢູ່ຂອງສະພາເພື່ອແກ້ໄຂບັນຫາ ແລະ ຊ່ວຍຄົ້ນຫາປະທານ. [2]

ການຫຼິ້ນ ດັດແກ້

ບລູ ອາຣໄຄຟ ເປັນ ເກມສວມບົດບາດ ວາງແຜນຍຸດ​ທະ​ສາດ [3] ທີ່ອະນຸຍາດໃຫ້ຜູ້ຫຼິ້ນໃນການຕັ້ງ ແລະ ລະດົມໜ່ວຍ ທີ່ມີສະມາຊິກຫົກຄົນ (ສອງ "ກອງສະໜັບສະໜູນ" ແລະ ສີ່ "ກອງໜ້າ") ເຂົ້າຮ່ວມໃນການຕໍ່ສູ້. [4] ໂດຍຄວາມສາມາດຂອງນັກຮຽນສາມາດໄດ້ຮັບການປັບປຸງໄດ້ໃນຫຼາຍວິທີເຊັ່ນ: ການເພີ່ມຄ່າປະສົບການ, ອາວຸດ, ເກາະ ແລະ ທັກສະ. ສາມາດຮັບນັກຮຽນເພີ່ມໄດ້ຜ່ານລະບົບສຸ່ມ ຕູ້ກາຊາ ໂດຍໃຊ້ ສະກຸນເງິນໃນເກມ, ເຊິ່ງສາມາດຊື້ໄດ້ດ້ວຍເງີນແທ້ .

ໜ່ວຍຈະຢູ່ໃນ ແຜນທີ່ແບບຫົກຫຼ່ຽມ ເດີນເທື່ອລະຕາ (turn-based hex map) ແລະ ເລີ່ມຕົ້ນການຕໍ່ສູ້ດ້ວຍການຍ່າງໄປຫາສັດຕູ ຫຼື ກັບກັນ. ໃນການຕໍ່ສູ້, ກອງໜ້າຈະຍ່າງໄປຕາມເສັ້ນທາງຊື່ ແລະ ບາງຄັ້ງກໍ່ພົບກັບກຸ່ມສັດຕູ. ກອງໜ້າຈະຍິງການໂຈມຕີແບບອັດຕະໂນມັດ ແລະ ສາມາດຫຼົບຢູ່ຫຼັງສິ່ງຂອງເພື່ອຫຼຸດໂອກາດທີ່ຈະຖືກໂຈມຕີ. ກອງສະໜັບສະໜຸດບໍ່ໄດ້ມີສ່ວນຮ່ວມໃນການຕໍ່ສູ້ໂດຍກົງແຕ່ເພີ່ມຄ່າສະຕັດ(ພະລະກຳລັງ)ຂອງກອງໜ້າ ແລະ ສະຫນັບສະຫນູນພວກເຂົາຈາກແນວຫຼັງແທນ. ໂດຍທົ່ວໄປແລ້ວຜູ້ຫຼິ້ນຈະບໍ່ໄດ້ຄວບຄຸມການຕໍ່ສູ້ຍົກເວັ້ນການນໍາໃຊ້ທັກສະ(ສະກິວ)ຕ່າງໆຂອງນັກຮຽນທີ່ມີຄ່າໃຊ້ຈ່າຍເປັນຄ່າທີ່ເພີ່ມເອງໄດ້ໃນການນໍາໃຊ້. ນັກຮຽນ ແລະ ສັດຕູທັງສອງມີຄ່າການໂຈມຕີ ແລະ ການປ້ອງກັນທີ່ມີພື້ນຖານຈາກການເປົ່າຍິງຊຸບ, ເຊິ່ງກໍານົດຈຸດແຂງ ແລະ ຈຸດອ່ອນຂອງເຂົາເຈົ້າ. ນັກຮຽນຈະໄດ້ຮັບການຊ່ວຍເຫຼືອໂດຍເຮລິຄອບເຕີ້ ແລະ ບໍ່ສາມາດເຂົ້າຮ່ວມໃນການຕໍ່ສູ້ໄດ້ອີກ ຫາກເລືອດຂອງພວກເຂົາໝົດ.

ເນື້ອເລື່ອງ ດັດແກ້

ການຈັດເລື່ອງ ດັດແກ້

ບລູ ອາຣໄຄຟ ໄດ້ເອົາເມືອງ ຄິໂວທອສ ເປັນສະຖານທີ່ຫຼັກ, ເຊິ່ງສ້າງຕັ້ງຂຶ້ນເປັນສະຫະພັນຂອງສະຖາບັນການສຶກສາຫຼາຍພັນແຫ່ງ. ຕົວເມືອງນັ້ນສ່ວນໃຫຍ່ຖືກແບ່ງອອກເປັນເມືອງທີ່ມີເອກະລາດເປັນຂອງຕົນເອງ, ໂດຍມີອຳນາດສູງສຸດແມ່ນປະທານຂອງອົງການສະພານັກຮຽນ, ຄະນະກໍາມະການຂອງອົງການກາງ, ໂດຍປົກຄອງເມືອງຈາກ ຫໍເສັ່ງຕ້ຳ (Sanctum Tower) ທີ່ເຂົ້າເຖິງການລົງທະບຽນຂອງນັກຮຽນທຸກຄົນ. ໃນບັນດາໂຮງຮຽນນັບພັນນັ້ນ, ມີສາມໂຮງຮຽນມະຫາອຳນາດຄື:

ສາມໂຮງຮຽນມະຫາອຳນາດ
ໂຮງຮຽນສາມັນທຣີນີຕີ້
ໂຮງຮຽນສາມັນທຣີນີຕີ້ແມ່ນໂຮງຮຽນສາສະໜາແຫ່ງໜຶ່ງໃນຄິໂວທອສ. ໂດຍມີການສົ່ງເສີມໃຫ້ມີຄວາມສາມັກຄີກັນພ້ອມກັບປູກຝັງແນວຄິດຂອງ"ບິກ" ແລະ "ດາບ". ໂຮງຮຽນແຫ່ງນີ້ເປັນໜຶ່ງໃນສະຖາບັນທີ່ເກົ່າແກ່ ແລະ ໃຫຍ່ທີ່ສຸດໃນຄິໂວທອສ. ອຸດົມຄະຕິຂອງທຣີນີຕີ້ແມ່ນ"ລະບຽບຮຽບຮ້ອຍ", "ສະຫງ່າງາມ" ແລະ "ມາລະຍາດ", ເຊິ່ງຂັດກັບອຸດົມຄະຕິຂອງຄວາມເສລີ ແລະ ຄວາມໂກລາຫົນວຸ່ນວາຍຂອງໂຮງຮຽນເກເຮັນນ້າ. ດ້ວຍເຫດນີ້, ຈຶ່ງເກີດມີຄວາມກຽດຊັງ ແລະ ຄວາມຂັດແຍ້ງລະຫວ່າງສອງສະຖາບັນນີ້ຕະຫຼອດມາ.

ພາຍໃນທຣີນີຕີ້ປະກອບໄປດ້ວຍຝ່າຍຕ່າງໆ, ໂດຍມີສາມຝ່າຍຂົ້ວອຳນາດຫຼັກຄື: ປາດເຕີ, ຟີລຽດສ ແລະ ແຊງທັສ. ທັງສາມຝ່າຍຈະມີການສົ່ງຕົວແທນມາເຂົ້າຮ່ວມສະພານັກຮຽນ ຫຼື ທີ່ເອີ້ນກັນວ່າ "ສະພານໍ້າຊາ". ສະພານໍ້າຊາຈະດຳເນີນງານໄປຕາມລະບົບໄຕຝ່າຍ, ໂດຍຕົວແທນແຕ່ລະຄົນຈະຜັດກັນເປັນ"ເຈົ້າພາບ", ຜູ້ທີ່ເປັນເຈົ້າພາບຈະເຮັດໜ້າທີ່ເປັນປະທານສະພານັກຮຽນໃນຊ່ວງເວລານັ້ນໆ.

ໂຮງຮຽນເກເຮັນນ້າ
ໂຮງຮຽນເກເຮັນນ້າແມ່ນໜຶ່ງໃນໂຮງຮຽນທີ່ເກົ່າແກ່ ແລະ ໃຫຍ່ທີ່ສຸດໃນຄິໂວທອສ. ອຸດົມຄະຕິຂອງເກເຮັນນ້າແມ່ນ"ເສລີພາບ ແລະ ຄວາມໂກລາຫົນວຸ່ນວາຍ". ດ້ວຍເຫດນີ້, ຈຶ່ງມີສະໂມສອນ ຫຼື ກຸ່ມຈຳນວນຫຼາຍເຮັດຕາມອຳເພີໃຈ ແລະ ມັກສ້າງບັນຫາ ແລະ ຍັງໃຊ້ອາຄານຮຽນຫຼັກ ແລະ ອາຄານນອກອື່ນໆຕາມໃຈທີ່ພວກເຂົາຕ້ອງການ, ບາງກຸ່ມກໍເຮັດຜິດກົດໝາຍ. ສິ່ງນີ້ເຮັດໃຫ້ນັກຮຽນຄົນອື່ນໆຈຳເປັນຕ້ອງຮຽນໃນສະເພາະເຂດບາງເຂດຂອງວິທະຍາເຂດເທົ່ານັ້ນ.

ຍ້ອນອຸດົມການຂອງເກເຮັນນ້າກັບທຣີນີຕີ້ນັ້ນແຕກຕ່າງກັນຢ່າງສຸດຂົ້ວ, ເຮັດໃຫ້ທັງສອງສະຖາບັນກາຍເປັນສັດຕູກັນຈົນສະພານັກຮຽນທົ່ວໄປໄດ້ວາງແຜນຈັດຕັ້ງສົນທິສົນຍາເອເດັນ ເພື່ອຮັກສາສະພາບຄວາມໝັ້ນຄົງ ແລະ ຄວາມສຳພັນທີ່ເປັນຢູ່ລະຫວ່າງສອງໂຮງຮຽນທີ່ເປັນປະຕິປັກຕໍ່ກັນ.

ໂຮງຮຽນວິທະຍາສາດ-ຄະນິດສາດມີເລນຽມ
ໂຮງຮຽນວິທະຍາສາດ-ຄະນິດສາດມີເລນຽມແມ່ນສະຖາບັນທີ່ໃໝ່ສຸດໃນບັນດາສາມມະຫາອຳນາດ ແລະ ຄິໂວທອສ, ໂດຍໃຫ້ຄວາມສຳຄັນກັບຕັກກະສາດ ແລະ ທັກສະດ້ານເຕັກນິກເໜືອສິ່ງອື່ນໃດ. ດ້ວຍເຫດນີ້, ພວກເຂົາຈຶ່ງຢືນຢູ່ແຖວໜ້າທາງດ້ານການວິໄຈດ້ານວິທະຍາສາດ ແລະ ດຶງດູດນັກຮຽນຈຳນວນຫຼາຍທີ່ມີຄວາມສົນໃຈ ແລະ ຕ້ອງການສຶກສາຮໍ່າຮຽນຄະນິດສາດ ແລະ ວິທະຍາສາດໃຫ້ເຂົ້າມາຮຽນ. ເຖິງແມ່ນວ່າມີເລນຽມຈະບໍ່ມີຮີດຄອງປະເພນີ ແລະ ປະຫວັດສາດທີ່ຍາວນານຄືກັບທຣີນີຕີ້ ແລະ ເກເຮັນນ້າ, ແຕ່ມີເລນຽມກໍສາມາດຂຶ້ນມາທັດທ່ຽມກັບພວກເຂົາໄດ້ໃນແງ່ດ້ານອິດທິພົນ, ເນື່ອງຈາກໂຄງສ້າງພື້ນຖານ, ອຸປະກອນ ແລະ ສິ່ງປະດິດຈຳນວນຫຼາຍທີ່ເຫັນ ແລະ ໃຊ້ທົ່ວທັງຄິໂວທອສລ້ວນແລ້ວມີຕົ້ນກຳເນີດມາຈາກມີເລນຽມ.

ໃນທຸກໆປີ, ທາງໂຮງຮຽນຈະມີການຈັດການແຂ່ງຂັນໃຫຍ່ທີ່ເອີ້ນວ່າ ມີເລນຽມໄພຣຊ, ເຊິ່ງສະໂມສອນຊົມຮົມຕ່າງໆທົ່ວໂຮງຮຽນຈະແຂ່ງຂັນກັນຕາມຜົນງານຂອງແຕ່ລະຊົມຮົມ.

ກ່ອນເຫດການໃນເກມ, ປະທານໄດ້ເອີ້ນຕົວລະຄອນຂອງຜູ້ຫຼິ້ນ, ນາຍຄູທີ່ເອີ້ນວ່າ ເຊັນເຊ (ນາຍຄູໃນພາສາຍີ່ປຸ່ນ), ໃຫ້ໄປເປັນທີ່ປຶກສາຂອງ ຊາເລ້ (Schale), ເຊິ່ງເປັນອົງການພິເສດທີ່ຖືກສ້າງຕັ້ງຂຶ້ນໂດຍປະທານເອງ. ຫຼັງຈາກນັ້ນ, ການສູນຫາຍຂອງລາວ, ເຮັດໃຫ້ເກີດການເຮັດອາດສະຍາກຳ ແລະ ການໃຊ້ກຳລັງທາງທະຫານທົ່ວເມືອງ.

ໂຄງເລື່ອງ ດັດແກ້

ເລື່ອງເລີ່ມຂຶ້ນດ້ວຍ ເຊັນເຊ, ຕົວລະຄອນຂອງຜູ້ຫຼິ້ນ, ກຳລັງສົນທະນາກັບປະທານສະພານັກຮຽນ. ລາວບອກ ເຊັນເຊ ວ່າລາວເປັນພຽງຜູ້ດຽວທີ່ສາມາດຊ່ວຍ ຄິໂວທ່ອດ ໄດ້, ເມືອງແຫ່ງການສຶກສາ, ຈາກໄພພິບັດທີ່ບໍ່ຮູ້ຈັກໃນປັດຈຸບັນ. ຫຼັງ​ຈາກ​ໜ້າ​ຈໍ​ກາຍ​ເປັນ​ສີ​ດຳ, ຮອງ​ປະ​ທານ​ສະ​ພາ​ນັກ​ຮຽນ, ຣິນ, ປຸກ ເຊັນເຊ. ຣິນ ແຈ້ງ ເຊັນເຊ ວ່າລາວໄດ້ຖືກເອີ້ນໂດຍປະທານສະພານັກຮຽນໃຫ້ໄປຊ່ວຍເຫຼືອນັກຮຽນໃນ ຄິໂວທ່ອດ. ແຕ່ປະທານ​ສະພາ​ນັກ​ຮຽນ​ຫາຍ​ສາບ​ສູນ​ໄປ​ເກືອບ​ຈະທັນ​ທີ​ຫຼັງ​ຈາກ​ເຊັນເຊ ມາເຖິງ. ໃນລະຫວ່າງການສອບຖາມ, ເຊັນເຊ ແລະ ລິນ ຖືກຂັດຈັງຫວະໂດຍນັກຮຽນຈໍານວນຫນຶ່ງ, ຫນຶ່ງໃນນັ້ນແມ່ນ ຢູກະ ຈາກໂຮງຮຽນວິທະຍາສາດ ມີເລນຽມ. ຫຼັງ​ຈາກ​ການ​ໂຕ້​ຕອບ​​, ຜູ້ຫຼິ້ນ​ສາມາດ​​ເຂົ້າ​ເຖິງເກມໄດ້​ຢ່າງ​ເຕັມ​​ ​ແລະ ​ໄດ້​ຮັບ​ອະ​ນຸ​ຍາດ​ໃນການ​ສໍາ​ຫຼວດ​ເລື່ອງ​ລາວພາຍໃນ ຄິໂວທ່ອດ​.

ເນື້ອເລື່ອງຫຼັກຖືກແບ່ງອອກເປັນຫຼາຍສ່ວນ (ເອີ້ນວ່າ ອົງ) ເຊິ່ງຈະເນັ້ນໃສ່ສະເພາະເລື່ອງລາວຂອງໂຮງຮຽນໃດໜຶ່ງ, ເຊິ່ງແຕ່ລະອົງຍັງແບ່ງອອກເປັນບົດ. ຈົນເຖິງປັດຈຸບັນ, ມີສີ່ອົງ(ຫ້າອົງສະເພາະທີ່ຍີ່ປຸ່ນ) ແລະ ອົງ "ສຸດທ້າຍ" (ບໍ່ແມ່ນອົງສຸດທ້າຍຂອງເລື່ອງລາວທັງໝົດຂອງເກມ) ທີ່ເຊື່ອມແຕ່ລະອົງເຂົ້າກັນ.

ຕາລາງເນື້ອເລື່ອງແຕ່ລະອົງ
ອົງທີ1 ຄະນະກຳມະການແຜນງານອະບິດອສ ໂຮງຮຽນມັດທະຍົມອະບິດອສ
ເຊັນເຊໄດ້ຮັບຄຳຮ້ອງຈາກໂອຄູໂຊລະ ອາຍາເນະຈາກຄະນະກຳນະການແຜນງານແຫ່ງໂຮງຮຽນມັດທະຍົມອະບິດອສ ໃຫ້ຊ່ວຍເຫຼືອພວກເຂົາໃນການຂັບໄລ່ນັກເລງທີ່ມາຄຸກຄາມພວກເຂົາ. ລະຫວ່າງທີ່ເຊັນເຊຊ່ວຍເຫຼືອເຫຼົ່ານັກຮຽນສາວຂອງອະບິດອສ, ພວກເຂົາຈະຕ້ອງພົບກັບເລື່ອງຕ່າງໆທີ່ເຂົ້າມາກໍ່ກວນເລື້ອຍໆ ແລະ ຄວາມລັບຂອງໂຮງຮຽນ - ແລະ ເລື່ອງລາວຂອງນັກຮຽນ - ໃນອະດີດກໍຄ່ອຍໆຖືກເປີດເຜີຍຢ່າງຊ້າໆ. ເຊັນເຊຈະສາມາດຊ່ວຍໂຮງຮຽນ ແລະ ເຫຼົ່ານັກຮຽນຂອງລາວໄດ້ຫຼືບໍ່?
ອົງທີ2 ລຳບຸບຜາຈັກກົນ ໂຮງຮຽນວິທະຍາສາດ-ຄະນິດສາດມີເລນຽມ
"ໂອ້! ຮີໂຣ່ເອີຍ! ຊ່ວຍກອບກູ້ໂລກແດ່!" ເຊັນເຊໄດ້ມີຄວາມສົນໃຈຕໍ່ຄຳ(ຂໍ)ຮ້ອງອັນສິ້ນຫວັງຂອງຊົມຮົມພັດທະນາເກມແຫ່ງໂຮງຮຽນວິທະຍາສາດມີເລນຽມ, ທີ່ກຳລັງປະເຊີນໜ້າກັບໄພຄຸກຄາມທີ່ຈະຕ້ອງຖືກຍຸບ. ໃນການກ້າວໄປທາງໜ້າຂອງເຫຼົ່ານັກຮຽນສາວ ເພື່ອປົກປ້ອງສະໂມສອນຂອງພວກເຂົາ, ພວກເຂົາໄດ້ຟ່າຟັນດັນຈຽນອັນໂຮດຮ້າຍລຳບາກທຸກຍາກ ແລະ ປະທະກັບສັດຕູທີ່ຊົ່ວຮ້າຍ; ທັງໝົດນັ້ນກໍເພື່ອສ້າງເກມທີ່ສຸດຍອດທີ່ສຸດ!
ອົງທີ3 ສົນທິສັນຍາເອເດັນ ໂຮງຮຽນສາມັນທຣີນີຕີ້
ເຊັນເຊໄດ້ຮັບຄຳຮ້ອງໃຫ້ໄປສອນນັກຮຽນກຸ່ມໜຶ່ງທີ່ເສັງຕົກທີ່ໂຮງຮຽນສາມັນທຣີນີຕີ້. ອ້າ~ ໃນທີ່ສຸດ,​ ເຊັນເຊກໍຈະໄດ້ເປັນນາຍຄູທຳມະດາທີ່ຕ້ອງໄດ້ສອນໜັງສືແລ້ວ!... ຫຼື ເປັນຄືແນວນັ້ນຊື່ໆ?. ໃນຂະນະທີ່ຄວາມສົງໃສຄ່ອຍໆກໍ່ຕົວຂຶ້ນ, ເຊັນເຊ ແລະ ເຫຼົ່ານັກຮຽນຂອງ ຊົມຮົມອັດສະວິນບັນເທົາທຸກ ກໍພົບວ່າພວກເຂົາໄດ້ຢູ່ເທິງທາງແຍກຂອງຄວາມກຽດຊັງ-ຄຽດແຄ້ນ ແລະ ແນວຄິດທີ່ທັບທົມປະສົມກັນມາດົນນານຫຼາຍສະຕະວັດ. "ສົນທິສັນຍາເອເດັນ" ມັນແມ່ນຫຍັງ?, ມັນຈະສົ່ງຜົນຕໍ່ເຊັນເຊ ແລະ ເຫຼົ່ານັກຮຽນແນວໃດ? ເຊັນເຊຈະສາມາດທ້າທາຍໂຊກຊະຕາຂອງເອເດັນ- ສວງສະຫວັນທີ່ມະນຸດຖືກຂັບໄລ່- ແລະ ນຳມາເຊິ່ງຕອນຈົບທີ່ມີຄວາມສຸກໄດ້ຫຼືບໍ່?
ອົງທີ4 ກະຕ່າຍແຫ່ງຄາລບານັອກ ສະຖາບັນພິເສດເອັສອາຣທີ(SRT)
ສະຖາບັນເອັສອາຣທີ(SRT) ໄດ້ປິດຕົວແລ້ວ, ແຕ່ເບິ່ງຈາກລັກສະນະຂອງນັກຮຽນ, ພວກເຂົາບໍ່ຖືກໃຈຢ່າງແຮງ! ເມື່ອເຊັນເຊໄດ້ເຂົ້າມາຍຸ່ງກ່ຽວກັບເລື່ອງນີ້, ໜ່ວຍກະຕ່າຍ ກໍໄດ້ອອກເຄື່ອນໄຫວຈາກເງົາມືດ. ເສດສ່ວນໜຶ່ງຂອງ ສະຖາບັນພິເສດSRT, ໂຮງຮຽນຕຳຫຼວດວາລຄີລີ້ ແລະ ອົງການສະພານັກຮຽນທົ່ວໄປ ໄດ້ປະທະກັນ ເມື່ອຄວາມຫວັງ ແລະ ແຮງຈູງໃຈຂອງພວກເຂົາຖືກເປີດເຜຍ. ເຊັນເຊຈະຜ່ານຊ່ວງເວລານີ້ໄປໄດ້ແນວໃດ, ແລະ ຈະມີແສງສະຫວ່າງທີ່ນຳໄປສູ່ທາງອອກສຳລັບ ໜ່ວຍກະຕ່າຍຫຼືບໍ່?
ອົງສຸດທ້າຍ ສະຖານທີ່ໆປະຕິຫານທັງໝົດເລີ່ມຕົ້ນ ຊາເລ້ ແລະ ສະພານັກຮຽນທົ່ວໄປ
ເມື່ອ"ເລື່ອງລາວ"ມາເຖິງຈຸດສິ້ນສຸດ, ໄພພິບັດຕ່າງໆກໍມາເຖິງຄິໂວທ່ອດ; ພະຍາຍາມທີ່ຈະບິດເບືອນໂຊກຊະຕາ ແລະ ຄວາມເປັນຈິງ. ດ້ວຍມີຄິໂວທ່ອດທັງເມືອງເປັນເດີມພັນ, ເຊັນເຊຈຶ່ງຕ້ອງຮວບຮວມນັກຮຽນໃນເມືອງ ເພື່ອຕໍ່ສູ້ ແລະ ກອບກູ້ປະຕິຫານຂອງຊີວິດປະຈຳວັນອັນມີຄວາມສຸກກັບຄືນມາ.
ອົງທີ5* ຮັຽກກະຣຽວຣັນ* ສະມາພັນແນວລວມຮັຽກຄິຢະໂຄ
-

*ແມ່ນມີແຕ່ເວີຊັນຍີ່ປຸ່ນ.

ນອກນີ້ແລ້ວຍັງມີກິດຈະກຳທີ່ເປັນຄັນນອນ(ເປັນສ່ວນໜຶ່ງຂອງເນື້ອເລື່ອງຕົວຈິງ). ຕາລາງທີ່ໝາຍສີເຫຼືອງແມ່ນກິດຈະກຳເກົ່າທີ່ນຳມາໃຫ້ຫຼິ້ນໃໝ່ ຫຼື ຣີຣັນ.

ຕາຕະລາງກິດຈະກຳພາຍໃນເກມ(ຂໍ້ມູນຂອງເວີຊັນຍີ່ປຸ່ນ ແລະ ເກົ່າ)
ລ/ດ ຊື່ ມື້ກິດຈະກຳ
1 ເທດສະການດອກໄມ້ຊາກຸລະບານໃໝ່ ວັນທີ25, ກຸມພາປີ2021 - ທີ11, ມີນາປີ2021
2 ປະຕິວັດປ່ວນ ອີວານ ຄູປາລາ ວັນທີ29, ເມສາປີ2021 - ທີ13, ພຶດສະພາປີ2021
3 ຄວາມປາດຖະໜາໃນລະດູຮ້ອນ ວັນທີ30, ມິຖຸນາປີ2021 - ທີ15, ກໍລະກົດປີ2021
4 ປິດເທີມລະດູຮ້ອນຂອງທ່ານປະທານກຳມະການລະບຽບວິໄນຮິນະ ວັນທີ29, ກໍລະກົດປີ2021 - ທີ12, ສິງຫາປີ2021
5 ຫິ້ນໝາກລີ້ໃນດິນແດນໃນຝັນ ວັນທີ26, ສິງຫາປີ2021 - ທີ19, ກັນຍາປີ2021
6 ຊອກຫາບັນນີ້ ພາລະກິດລັບເທິງເຮືອຢ່ອດ ວັນທີ29, ກັນຍາປີ2021 - ທີ13, ຕຸລາປີ2021
7 ຮັນສຶເນະ ມິຄຸ ສະເປຊຽວໄລຟ້ ອິນ ຄິໂວທ່ອດ ວັນທີ3, ພະຈິກປີ2021 - ທີ17, ພະຈິກປີ2021
8 ອອນເຊັນ No.227 ບັນທຶກລະມຸນ! ວັນທີ30, ພະຈິກປີ2021 - ທີ14, ທັນວາປີ2021
9 ບົດບັນເລງແຫ່ງປີໃໝ່ No.68 ວັນທີ29, ທັນວາປີ2021 - ທີ12, ມັງກອນປີ2022
10 ຊາເລ້ແຮັບປີ້ວາເລນທາຍ & ໂຄສາກະ ວາຄາໂມະ-ຄວາມມິດ ແລະ ງານສະຫຼອງ ວັນທີ26, ມັງກອນປີ2022 - ທີ9, ກຸມພາປີ2022
11 ເທດສະການດອກໄມ້ຊາກຸລະບານໃໝ່ ວັນທີ9, ກຸມພາປີ2022 - ທີ16, ກຸມພາປີ2022
12 ຊິດເຕີ້ຈອງໂກ໊ະກັງກັບແມ່ມົດແຫ່ງຫໍສະມຸດເກົ່າ ວັນທີ23, ກຸມພາປີ2022 - ທີ9, ມີນາປີ2022
13 ປະຕິວັດປ່ວນ ອີວານ ຄູປາລາ ວັນທີ9, ມີນາປີ2022 - ທີ16, ມີນາປີ2022
14 ຄວາມປາດຖະໜາໃນລະດູຮ້ອນ ວັນທີ20, ເມສາປີ2022 - ທີ4, ພຶດສະພາປີ2022
15 ຫົວໃຈແຫ່ງຄວາມອັບໂຊກ ວັນທີ27, ເມສາປີ2022 - ທີ11, ພຶດສະພາປີ2022
16 ຄະນະກຳມະການອະບິດອສຟື້ນຟູຣີສອດ ວັນທີ22, ມິຖຸນາປີ2022 - ທີ6, ກໍລະກົດປີ2022
17 ແຜນການຮ້ານສາຂາລິມທະເລ ວັນທີ20, ກໍລະກົດປີ2022 - ທີ3, ສິງຫາປີ2022
18 ຄວາມລັບລົດຫວານກັບດົງປືນ ວັນທີ24, ສິງຫາປີ2022 - ທີ7, ກັນຍາປີ2022
19 ປິດເທີມລະດູຮ້ອນຂອງທ່ານປະທານກຳມະການລະບຽບວິໄນຮິນະ ວັນທີ7, ກັນຍາປີ2022 - ທີ14, ກັນຍາປີ2022
20 ຫິ້ນໝາກລີ້ໃນດິນແດນໃນຝັນ ວັນທີ21, ກັນຍາປີ2022 - ທີ5, ຕຸລາປີ2022
21 On Your Mark @ Millennium ວັນທີ28, ກັນຍາປີ2022 - ທີ12, ຕຸລາປີ2022
22 ຊອກຫາບັນນີ້ ພາລະກິດລັບເທິງເຮືອຢ່ອດ ວັນທີ12, ຕຸລາປີ2022 - ທີ19, ຕຸລາປີ2022
23 Get Set, Go! ຄິໂວທ່ອດຮາໂລເຟັດຕິວໍ້ ວັນທີ29, ຕຸລາປີ2022 - ທີ9, ພະຈິກປີີ2022
24 ຊອກຫາບັນນີ້ ພາລະກິດລັບເທິງເຮືອຢ່ອດ ວັນທີ30, ພະຈິກປີ2022 - ທີ7, ທັນວາປີ2022
25 ງານສະຫຼອງຄຣິດສະມາສແຫ່ງມະຫາວິຫານ ວັນທີ14, ທັນວາປີ2022 - ທີ28, ທັນວາປີ2023
26 ປີໃໝ່ສຸດປ່ວນກັບຄາບເປີດເທສະການ ວັນທີ28, ທັນວາປີ2022 - ທີ11, ມັງກອນປີ2023
27 ຊາເລ້ແຮັບປີ້ວາເລນທາຍ & ໂຄສາກະ ວາຄາໂມະ-ຄວາມມິດ ແລະ ງານສະຫຼອງ ວັນທີ11, ມັງກອນປີ2023 - ທີ24, ມັງກອນປີ2023
28 ປະຕິບັດການຍຶດຫໍແຫ່ງຄຳລ່ວງ ວັນທີ24, ມັງກອນປີ2023 - ທີ22, ກຸມພາປີ2023
29 ຊິດເຕີ້ຈອງໂກ໊ະກັງກັບແມ່ມົດແຫ່ງຫໍສະມຸດເກົ່າ ວັນທີ10, ກຸມພາປີ2023 - ທີ22, ກຸມພາປີ2023
30 ປະຕິບັດການຍຶດເຮືອບິນຮັດຕຣາຮາຊິດ ວັນທີ22, ກຸມພາປີ2023 - ທີ8, ມີນາປີ2023
31 ເສີກຊີ້ຊະຕາ-ເພລນາພລາເທສ ວັນທີ8, ມີນາປີ2023 - ທີ22, ມີນາປີ2023
32 ປະຕິບັດການຟື້ນຟູເຂດຊິລາໂທຣິ D.U. ວັນທີ12, ມີນາປີ2023 - ທີ22, ມີນາປີ2023
33 ບົດບັນເລງແຫ່ງປີໃໝ່ No.68 ວັນທີ22, ມີນາປີ2023 - ທີ5, ເມສາປີ2023
34 ຫົວໃຈແຫ່ງຄວາມອັບໂຊກ ວັນທີ12, ເມສາປີ2023 - ທີ19, ເມສາປີ2023
35 ຈົດໝາຍເຕືອນສີຂາວ ~ສຸນທະລີຍະພາບໃນຂະລຶຫາດແຫ່ງຄວາມຫຼອກລວງ~ ວັນທີ26, ເມສາປີ2023 - ທີ10, ພຶດສະພາປີ2023
36 ຄວາມລັບລົດຫວານກັບດົງປືນ ວັນທີ10, ພຶດສະພາປີ2023 - ທີ17, ພຶດສະພາປີ2023
37 ເຕົ່າມັງກອນຜະນຶກກຳລັງ ~ອະນາຄົດທີ່ລວມເປັນໜຶ່ງດັ່ງໃຈປາດຖະໜາ~ ວັນທີ24, ພຶດສະພາປີ2023 - ທີ7, ມິຖຸນາປີ2023
38 ປະຕິບັດການພິເສດພາກລະດູຮ້ອນ ການໄລ່ລ່າຂອງກະຕ່າຍ ແລະ ເລື່ອງເລິກລັບຂອງກຸ້ງທີ່ຫາຍໄປ ວັນທີ21, ມິຖຸນາປີ2023 - ທີ5, ກໍລະກົດປີ2023
39 ຄະນະກຳມະການອະບິດອສຟື້ນຟູຣີສອດ ວັນທີ17, ກໍລະກົດປີ2023 - ທີ24, ກໍລະກົດປີ2023
40 ຕາມລ່າສົມບັດລັບ ~ຄາບນອກຫຼັກສູດທຣີນີຕີ້~ ວັນທີ24, ກໍລະກົດປີ2023 - ທີ9, ສິງຫາປີ2023

ການພັດທະນາ ແລະ ຜະລິດ ດັດແກ້

ໂຢສະຕາ ປະກາດເກມມືຖື ແລະຈັດ ທົດສອບເບຕະ ສໍາລັບ Android ໃນເດືອນກໍລະກົດ ປີ2020. [5] ໃນ​ເບື້ອງ​ຕົ້ນ​ມີ​ກໍາ​ນົດ​ທີ່​ຈະ​ປ່ອຍ​ອອກ​ມາ​ໃນ​ປີ 2020​, ແຕ່​ໄດ້​ຖືກ​ເລື່ອນໄປ​ເປັນທີ4 ເດືອນ​ກຸມ​ພາ 2021​.[6][7]

ເວີຊັນທົ່ວໂລກໄດ້ປະກາດເປີດຕົວໃນເດືອນສິງຫາປີ2021,[8] ໂດຍມີຜູ້ລົງທະບຽນລ່ວງໜ້າທະລຸໜຶ່ງລ້ານຄົນກ່ອນວາງຈຳໜ່າຍ[9]. ເວີຊັນດັ່ງກ່າວ, ເຊິ່ງລວມມີພາສາອັງກິດ, ເກົາຫຼີ, ຈີນດັ້ງເດີມ ແລະ ໄທ, ໄດ້ເຜີຍແຜ່ເມື່ອເດືອນພະຈິກທີ8ໃນປີດຽວກັນໂດຍ ເນັກຊອນ.[10][11]

ໃນເດືອນພະຈິກທີ11, ປີ2022, ເນັກຊອນໄດ້ອັບເດດເຣດຕິ່່ງຂອງເກມເວີຊັນທົ່ວໂລກຈາກ"ໄວຮຸ່ນ"ເປັນ"ຜູ້ໃຫຍ່",ແລະ ເຜີຍແຜ່ເວີຊັນ"ໄວຮຸ່ນ"ແຍກຕ່າງຫາກ, ເຊິ່ງເປັນຜົນສືບເນື່ອງມາຈາກປັນຫາການໃຫ້ເຣດຕິ່ງໃນເກົາຫຼີ. ໂດຍໃນເວີຊັນ"ໄວຮຸ່ນ"ໄດ້ມີການດັດແປງເນື້ອຫາບາງສ່ວນຈາກເກມດັ້ງເດີມ.[12]

ເກມເວີຊັນພາສາຈີນສຳລັບຈີນແຜ່ນດິນໃຫຍ່ ໄດ້ເປີດຕົວໃນເດືອນມີນາປີ2023, ໂດຍມີການດັດແປງເພື່ອໃຫ້ຊອດຄ່ອງກັບກົດໝາຍຈີນກ່ຽວກັບການວາງຈຳໜ່າຍ ແລະ ຫິ້ນເກມພາຍໃນປະເທດ. ຕໍ່ມາ ເວັບໄຊ້ເກມໄດ້ເປີດໃຫ້ບໍລິການພ້ອມກັນກັບຕົວຢ່າງແຮກໃນເດືອນມີນາທີ31, ປີ2023 ໂດຍເປີດໃຫ້ລົງທະບຽນລ່ວງໜ້າໃນມື້ດຽວກັນ. ຈາກນັ້ນໄດ້ມີການຈັດໂຄດເບຕ້າລະຫວ່າງເດືອນມິຖຸນາ - ເດືອນກໍລະກົດ, ແລະ ໃນເດືອນສິງຫາທີ3, ປີ2023, ຕົວເກມໄດ້ເປີດຕົວຢ່າງເປັນທາງການໃນຈີນ, ເຜີຍແຜ່ໂດຍ ໂຢສະຕາ.[13][14]

ໃນເດືອນຕຸລາປີ2023, ເນັກຊອນໄດ້ປະກາດຈະລົງເວີຊັນສາກົນໃນກາເລັກຊີ ສະຕໍສຳລັບອຸປະກອນມືຖືຊັມຊຸງ.[15] ລົງເມື່ອວັນທີ31, ເດືອນຕຸລາປີ2023.

ອີງຕາມການສຳພາດທີ່ໄຕຫວັນເມື່ອເດືອນທັນວາປີ2023, ຜູ້ກຳກັບ-ຄິມຢອງຮາ ໄດ້ບອກວ່າພວກເຂົາໄດ້ວາງແຜນພັດທະນາລ່ວງໜ້າໄວ້ສອງປີ ແລະ ຄາດວ່າຢ່າງນ້ອຍຈະມີການພັດທະນາຕໍ່ໄປອີກ15ປີພາຍໃຕ້ແນວທາງຂອງພວກເຂົາ. ນອກຈາກນີ້, ລາວຍັງບອກວ່າຕອນນີ້ພວກເຂົາໄດ້ເນັ້ນໃສ່ການແກ້ໄຂບັນຫາການແຄຣັດສ(ການເຮັດວຽກຂອງໂປຣແກຣມເກີດລົ້ມເຫຼວ)ທີ່ມັກເກີດຂຶ້ນໃນເກມ, ໂດຍມີສາເຫດມາຈາກໂມເດັມຂອງສິ່ງຕ່າງໆໃນເກມມີຄວາມຊັບຊ້ອນ ແລະ ມີຈຳນວນຫຼາຍ, ເຊິ່ງເຮັດໃຫ້ແຣມ(ໜ່ວຍເກັບຄວາມຈຳຫຼັກ)ຂອງມືຖືທີ່ມີໜ້ອຍ ມີພື້ນທີບໍ່ພໍ ນຳໄປສູ່ການແຄຣັດສ. ແລະ ຍັງບອກວ່າປັດຈຸບັນຍັງບໍ່ມີການວາງແຜນທີ່ຈະເຮັດເວີຊັນພີຊີ(ຄອມພິວເຕີ).[16]

ສື່ອື່ນໆ ດັດແກ້

ແອນິເມະ ດັດແກ້

ແອນິເມຊັ້ນ ດັດແກ້

ແອນິເມຊັ້ນສັ້ນສອງຕອນໄດ້ຮັບການເຜີຍແຜ່ສຳລັບເປັນວີດີໂອໂປຣໂມດຂອງເກມ. ທັງສອງຕອນຜະລິດໂດຍໂຢສະຕາ ພິກເຈີສ ແລະ ລົງໃນຊ່ອງຢູທູບທາງການ.

ແອນິເມຊັ້ນສັ້ນຄົບຮອບ1.5ປີ ເປີດຕົວເມື່ອວັນທີ16, ກໍລະກົດປີ2022 ໂດຍເປັນແອນິເມຊັ້ນພິເສດຄວາມຍາວ9ນາທີສຳລັບກິດຈະກຳລະດູຮ້ອນ ແລະ ກິດຈະກຳຄວບຮອບເຄິ່ງຫຼັງ, ໂດຍມີນັກຮຽນຈາກອະບິດອສ, ເຮັກຄິຍະໂຄ, ທຣີນິຕີ້ ແລະ ເກເຮັນນ້າ ມາຮ່ວມພາລະກິດໃນການກຽມຕົວສຳລັບກິດຈະກຳລະດູຮ້ອນຂອງພວກເຂົາ.[17]

ວັນອັນສວຍງານຂອງນັກຝັນ (Beautiful Day Dreamer) ແອນິເມຊັ້ນສັ້ນອີກຕອນ, ເຊິ່ງເລົ່າເລື່ອງລາວຂອງພະແນກພັດທະນາເກມຈາກມີເລມຽມ. ເຜີຍແຜ່ເມື່ອວັນທີ22, ພະຈິກປີ2022 ໂດຍມີຄວາມຍາວປະມານ9ນາທີ.[18]

ແອນິເມຊັ້ນສັ້ນຄົບຮອບ2.5ປີ ຖືກເຜີຍແຜ່ວັນທີ23, ກໍລະກົດປີ2023.[19][20]

ລ/ດ ຊື່ ວັນເຜີຍແຜ່
1 ແອນິເມຊັ້ນສັ້ນຄົບຮອບ1.5ປີ ທີ16, ກໍລະກົດປີ2022
2 ວັນອັນສວຍງານຂອງນັກຝັນ ທີ22, ພະຈິກປີ2022
3 ແອນິເມຊັ້ນສັ້ນຄົບຮອບ2.5ປີ ທີ23, ກໍລະກົດປີ2023

ບລູ ອາຣໄຄຟ ດິ ແອນິເມຊັ້ນ ດັດແກ້

ຊຸດກາຕູນອະນິເມະໂທລະທັດທີ່ດັດແປງມາຈາກເກມບລູ ອາຣໄຄຟມີຊື່ວ່າ ບລູ ອາຣໄຄຟ ດິ ແອນິເມຊັ້ນ ໄດ້ຮັບການປະກາດເມື່ອວັນທີ22, ມັງກອນປີ2023.[21][22] ຊຸດແອນິເມຊັ້ນຜະລິດໂດຍໂຢສະຕາ ພິກເຈີສ໌ ແລະ ແຄນດີ້ບັອກຊ໌ ແລະ ກຳກັບໂດຍຢາມະກິຊິ ໄດໂກະ, ແລະ ໂອໂນກິ ຮິໂຣຊິຄ່ອຍດູແລເລື່ອງບົດພ້ອມດ້ວຍຢາມະກິຊິ, ມາກິ ຊຸນຈິຮັບໜ້າທີ່ເປັນຜູ້ຊ່ວຍຜູ້ກຳກັບ, ແລະ ຮາກິວາຣະ ຮິໂຣມິດສຶເປັນຜູ້ອອກແບບຕົວລະຄອນ ແລະ ຮັບໜ້າທີ່ເປັນຫົວໜ້າຜູ້ກຳກັບແອນິເມຊັ້ນ.[23] ອະນິເມະຈະດັດແປງມາຈາກເນື້ອເລື່ອງອົງທີໜຶ່ງ ຄະນະກຳມະການແຜນງານອະບິດອສ. ນັກພາກຕົວລະຄອນທັງໝົດແມ່ນຄືກັບໃນເກມ. ອອກອາກາດຕອນແຮກໃນວັນທີ8, ເມສາປີ2024ຜ່ານຊ່ອງທີວີ ໂຕກຽວໂດຍເປັນສ່ວນໜຶ່ງຂອງຊ່ວງລາຍການສາຍອະນິເມະຕອນກາງຄືນວັນອາທິດທີ່ບໍ່ທັນມີຊື່ ແລະ ຍັງມີສາຍເທິງເຄືອຂ່າຍອື່ນໆ.[24][25] ມີເດຍລິງຄ໌ໄດ້ຮັບລິຂະສິດຂອງຊຸດອະນິເມະສຳລັບການສາຍໃນຂົງເຂດອາຊີປາຊີຟິກ(ຍົກເວັ້ນອົດສະຕຣາລີ້ ແລະ ນູແວນເຊລັງ) ແລະ ໄດ້ນຳມາສະຕຣິມເທິງຊ່ອງຢູທູບຂອງອະນິ-ວັນ ອາຊີ.[26]

ຕາຕະລາງຕອນຂອງບລູ ອາຣໄຄຟ ດິ ແອນິເມຊັ້ນ
ລ/ດ ຊື່ ກຳກັບໂດຍ[note 1] ຂຽນບົດໂດຍ[note 1] ລຽງລຳດັບສາກໂດຍ[note 1] ມື້ອອກອາກາດ
1 "ໂຮງຮຽນມັດທະຍົມອະບິດອສ, ຄະນະກຳມະການແຜນງານອະບິດອສ" (ຍີ່ປຸ່ນ: アビドス高等学校廃校対策委員会) ຢາມະກິຊິ ໄດໂກະ ໂອໂນກິ ຮິໂຣຊິ,

ຢາມະກິຊິ ໄດໂກະ

ຢາມະກິຊິ ໄດໂກະ ທີ8ເມສາປີ2024
2 "ຂ້ອຍບໍ່ຍອມຮັບເຈົ້າຫຼອກ!" (ຍີ່ປຸ່ນ: 私は認めない!) ມາກິ ຊຸນຈິ ໂອໂນກິ ຮິໂຣຊິ ມາກິ ຊຸນຈິ ທີ15ເມສາປີ2024

ສື່ພິມ ດັດແກ້

ຕົວເກມໄດ້ເປີດຕົວສື່ພິມຢ່າງເປັນທາງການເຊັ່ນຊຸດກາຕູນສັ້ນ, ຊຸດມັງງະພາກແຍກ ແລະ ປຶ້ມອາທ໌ເວີກທາງການ.

ປຶ້ມງານສີລະປະ/ປຶ້ມອາທ໌ເວີກສທາງການ ດັດແກ້

ຊຸດໜັງສືລວບລວມງານພາບສີລະປະຂອງເກມທີ່ມີຊື່ວ່າປຶ້ມງານສີລະປະທາງການຂອງບລູ ອາຣໄຄຟ ໄດ້ຮັບການຕີພິມໂດຍອິຈິຈິນຊະພາຍໃຕ້ທະບຽນຂອງດິເອັນເອ ມີເດຍ ຄອມມິກສໂດຍອອກເຫຼັ້ມແຮກເມື່ອວັນທີ5, ຕຸລາປີ2022. ເຫຼັ້ມແຮກປະກອບດ້ວຍແນວຄິດການອອກແບບຫຼາກຫຼາຍພາບຫຼາຍແບບ, ນີ້ລວມເຖິງທັງການອອກແບບຕົວລະຄອນ, ອຸປະກອນພາຍໃນເກມໄປຈົນເຖິງງານສີລະປະກິດຈະກຳປີແຮກຂອງເກມ, ເຊິ່ງລວມເຖິງງານສີລະປະຂອງເຫຼົ່າແຂກຮັບເຊີນ ແລະ ການສຳພັດເຈົ້າໜ້າທີ່.[27] ເຫຼັ້ມທີສອງເຊິ່ງຄວບລວມເອົາງານພາບຂອງປີທີສອງຂອງເກມວາງຂາຍເມື່ອວັນທີ19, ທັນວາປີ2023.

ປຶ້ມເຫຼັ້ມນີ້ຍັງໄດ້ຮັບການຕີພິມເປັນພາສາຈີນດັ້ງເດີມ ແລະ ພາສາເກົາຫຼີໂດຍເນັກຊອນ.[28]

ແອັດໂທໂລຈີ ຄອມມິກ/ຊຸດກາຕູນສັ້ນ ບລູ ອາIໄຄ2 ດັດແກ້

ບລູ ອາຣໄຄຟ ມີຊຸດກາຕູນສັ້ນ ເຊິ່ງປະກອບດ້ວຍກາຕູນເລື່ອງສັ້ນຕ່າງໆຈາກສິລະປິນຫຼາຍໆຄົນ, ໄດ້ປະກາດຜະລິດໃນວັນທີ 24 ເດີອນກໍລະກົດປີ 2021 ແລະ ເຫຼັ້ມແຮກວາງຈຳໜ່າຍເມື່ອວັນທີ26 ເດືອນກໍລະກົດປີ2021ໂດຍອິຈິຈິນຊະ. ປັດຈຸບັນມີທັງໝົດສາມເຫຼັ້ມ ເມື່ອວັນທີ25 ເດືອນກໍລະກົດປີ2023. ຕີພິມໂດຍ ອິສິຈິນຊ່າ.[29][30] [31]

ຊຸດກາຕູນສັ້ນອີກເລື່ອງແມ່ນບລູ ອາຣໄຄຟ ເດັນເກກີ ແອັດໂທໂລຈີ ຄອມມິກ ເຜີຍແຜ່ໂດຍຄາໂດຄາວະພາຍໃຕ້ທະບຽນຂອງເດັນເກກິ ຄອມມິກ EXເມື່ອວັນທີ3, ກຸມພາປີ2023.[32]

ກິດຈະວັດປະຈຳວັນຂອງແກັງຮັບຈ້າງສາລະພັດ68 ດັດແກ້

ບລູ ອາຣໄຄຟ: ກິດຈະວັດປະຈຳວັນຂອງແກັງຮັບຈ້າງສາລະພັດ68 (ブルーアーカイブ 便利屋68業務日誌, Blue Archive: Problem Solver 68 Business Diary)ແມ່ນມັງງະພາກແຍກຂອງເກມ, ເລົ່າກ່ຽວກັບຊີວິດປະຈຳວັນຂອງເຫຼົ່າສະມາຊິກແກັງຮັບຈ້າງສາລະພັດ68. ມັງງະເລື່ອງນີ້ວາງຈຳໜ່າຍທຸກເດືອນໂດຍ ບຸຊິໂຣດ ໃນເວັບໄຊ ຄອມມິກບຸຊິໂຣດເວັບຕັ້ງແຕ່ວັນທີ14 ເດືອນຕຸລາປີ2022, ແຕ້ມໂດຍໂນງິວະ ຄາເອເດະ. ເຫຼັ້ມແຮກວາງຈຳໜ່າຍເມື່ອວັນທີ8 ເດືອນມິຖຸນາປີ2023.[33]

ພະແນກພັດທະນາເກມກັບການປະຈົນໄພອັນຍິ່ງໃຫຍ່! ດັດແກ້

ບລູ ອາຣໄຄຟ: ພະແນກພັດທະນາເກມກັບການປະຈົນໄພອັນຍິ່ງໃຫຍ່! (ブルーアーカイブ ゲーム開発部だいぼうけん!, Blue Archive: The Great Adventure of Game Development Department!)ແມ່ນມັງງະພາກແຍກອີກເລື່ອງ, ໄດ້ປະກາດຜະລິດໃນໄລຟ໌ສະຕຣິມເມື່ອວັນທີ20 ເດືອນຕຸລາປີ2023, ເລົ່າກ່ຽວກັບຊົມຮົມພະແນກພັດທະນາເກມ. ແຕ້ມດ້ວຍອາຊາໂຕະ ມິສຸ ແລະ ລົງໃນເວັບໄຊອ່ານມັງງະ ກັນກັນອອນລາຍຂອງສະແຄວ່ຣອ໌ ອີນິກຊ໌ເມື່ອວັນທີ31, ທັນວາປີ2023.[34][35][36]

ເພງ ດັດແກ້

ເພງປະກອບ ດັດແກ້

ມີເພງບາງເພງທີ່ໄດ້ມີການໃຊ້ຕະຫຼອດທັງເກມ. "ຮຸ່ງອາລຸນອັນສົດໃສ (Clear Morning)", ໂດຍໂອກຸຣະ ຢູຍ ຖືກໃຊ້ເປັນເພງຕີມຫຼັກສຳລັບເກມເວີຊັນຍີ່ປຸ່ນ, ໂດຍຊິງເກິນເຜີຍແຜ່ເມື່ອວັນທີ31, ມີນາປີ2021. "ເປົ້າໝາຍຄືຄວາມຮັກ (Target for love)", ໂດຍລີ ຈິນອ່າ ຖືກໃຊ້ສຳລັບເວີຊັນສາກົນ. ສ່ວນປະເທດຈີນແມ່ນ "ແຜ່ນຜ້າຟ້າ (Blue Canvas)", ໂດຍClariS, ຖືກໃຊ້ສຳລັບເວີຊັນຈີນ.

ເພງຕີມອື່ນໆທີ່ໃຊ້ໃນເກມ "ວັນລະດູຮ້ອນຄາກາຍະກິ (Kagayaki Summer Days)" ແລະ "ພາລະກິດຂອງພວກເຮົາ (Our Quest)", ເຊິ່ງໃຊ້ໃນແອນິເມຊັ້ນສັ້ນ ແລະ ຮ້ອງໂດຍນັກພາກຫຼາຍຄົນຂອງເກມ, "ຄວາມຊົງຈຳແຫ່ງຄວາມເມດຕາ (Memories of Kindness)", ໃຊ້ເປັນເພງຕີມຂອງອົງສຸດທ້າຍ ຮ້ອງໂດຍຄາໂນະໃນເວີຊັນຍີ່ປຸ່ນ ແລະ ຢອນຮາສຳລັບເພງສະບັບພາສາເກົາຫຼີ ແລະ ອັງກິດ, ແລະ "ຂອບໃຈ (Thanks to)", ເຊິ່ງເປັນເພງພິເສດສຳລັບງານກິດຈະກຳຄົບຮອບ1.5ປີໃນເກົາຫຼີໂດຍ ຢອນຮາໃນພາສາອັງກິດ ແລະ ພາສາເກົາຫຼີ.

ດົນຕີປະກອບຕົ້ນສະບັບ ດັດແກ້

ເພງດົນຕີປະກອບສ່ວນຫຼາຍແມ່ນປະພັນຂຶ້ນໂດຍມິສຶກິໂຢະ(Mitsukiyo), ຄະຣຸດ(Karut), ແລະ ນໍ(Nor). ແຕ່ກໍມີນັກດົນຕີຄົນອື່ນໆມາມີສ່ວນລວມນຳເປັນໄລຍະໆເຊັ່ນ ໄອໂອບານສຳລັບການຮ່ວມມືກັນກັບຊຸດກາຕູນເຣລກັນ ແຟ້ມລັບຄະດີວິທະຍາສາດ.

ເພງຕົ້ນສະບັບເຫຼົ່ານີ້ຖືກລວມກັນເປັນຊຸດໃນຊຸດເພງທີ່ມີຊື່ວ່າບລູ ອາຣໄຄຟ ອໍຣິຈີນໍ ຊາວແທຣັກ(Blue Archive Original Soundtrack), ຊຸດແຮກໄດ້ເຜີຍແຜ່ເມື່ອວັນທີ24, ມີນາປີ2022. ຊຸດຫຼ້າສຸດແມ່ນຊຸດທີຫ້າ, ເຜີຍແຜ່ເມື່ອວັນທີ21, ມັງກອນປີ2024.

ຜົນຕອບຮັບ ແລະ ຜົນກະທົບຕໍ່ສັງຄົມ ດັດແກ້

ຄວາມນິຍົມ ດັດແກ້

ເຖິງແມ່ນວ່າໃນຕອນແຮກຈະຖືກວິຈານຢ່າງໜັກເນື່ອງຈາກການຂາດຫາຍຂອງເນື້ອຫາເກມເວີຊັນສາກົນ, ແຕ່ໃນໄລຍະຕໍ່ມາກໍໄດ້ຮັບຄວາມນິຍົມເພີ່ມຂຶ້ນຢ່າງວ່ອງໄວຫຼັງຈາກການປັບປຸງ, ປັດຈຸບັນມີຖານແຟນໆຈຳນວນຫຼາຍໂດຍສະເພາະໃນເຂດອາຊີປາຊີຟິກ(ອາຊີອາຄະເນ, ຍີ່ປຸ່ນ ແລະ ເກົາຫຼີ).

ຕົວເກມໄດ້ຮັບຄວາມນິຍົມຢ່າງຫຼາຍເມື່ອໄວໆນີ້ໃນງານຄອມມິເກະ ດ້ວຍອີງຕາມຂໍ້ມູນຂອງC102 (ງານຄອມມິເກະຄັ້ງທີ102)ປະຈຳລະດູຮ້ອນປີ2023 ສະແດງໃຫ້ເຫັນວ່າເກມມີຈຳນວນຊຸ້ມທີ່ເຂົ້າລວມໃນສ່ວນເກມເຄືອຂ່າຍສັງຄົມທົ່ວໂລກສູງສຸດ, ໂດຍມີ894ຊຸ້ມທີ່ຂາຍເຄື່ອງ ແລະ ປື້ມໂດຈິນກ່ຽວກັບເກມ.[37] ເຊິ່ງເພີ່ມຂຶ້ນຢ່າງວ່ອງໄວຈາກ446ຊຸ້ມຂາຍທີ່ເຂົ້າລວມໃນC101ປະຈຳລະດູໜາວປີ2022.[38] ຕົວເກມຈຶ່ງໄດ້ຈັດບູດໃຫຍ່ທາງການຂຶ້ນໃນງານຄອມມິເກະຄັ້ງທີ103 ປະຈຳລະດູໜາວປີ2023 ຫຼັງຈາກຈັດຊຸ້ມເກມໃນສ່ວນເກມເຄືອຂ່າຍສັງຄົມທົ່ວໂລກກ່ອນໜ້ານີ້.[39] ໂດຍພົບວ່າມີຜູ້ພັດທະນາຂອງເກມທີ່ໂດດເດັ່ນໄດ້ເຂົ້າລວມເຊັ່ນ ຫົວໜ້າຜູ້ພັດທະນາ ຄິມຢອງຮາ ແລະ ຜູ້ປະພັນເພງ ມິສຶກິໂຢະ ໄດ້ມາເບິ່ງຊົມບູດໃນງານ ແລະ ພົບປະກັບເຫຼົ່າແຟນໆ ແລະ ສິລະປິນເພື່ອເປັນການສະໜັບສະໜູນ. ຈາກການສຳຫຼວດເມື່ອວັນທີ16, ທັນວາປີ2023ທີ່ຈັດເຮັດໂດຍນິກເຄັອ໌ ເອັນເຕີເທນເມັນ, ຖານແຟນເກມຂອງບລູ ອາຣໄຄຟໃນຍີ່ປຸ່ນມີອາຍຸສະເລ່ຍ24ປີ, ແລະ ມີອັດຕາສ່ວນຊາຍ-ຍິງທີ່ບ່ຽງຫາຊາຍທີ່80:20.[40]

ເກມນີ້ຍັງໄດ້ດຶງດູດ(ຄອບງຳ)ເຫຼົ່າສິລະປິນມັງງະ ແລະ ນັກເຮັດແອນິເມຊັນຊື່ດັງຫຼາຍໆຄົນໃຫ້ມາເປັນແຟນ(ເສບຕິດ)ເກມ ແລະ ຍັງໄດ້ເຮັດຜົນງານແຟນອາທ໌ຂອງເກມນຳ. ໜຶ່ງໃນນັ້ນແມ່ນຜູ້ແຕ່ງເລື່ອງ ໂປະຊິ ເດິ ຣັອກ!, ຮາມາຈິ ອາກິ ທີ່ໄດ້ເຂົ້າລວມໃນງານຄອມມິເກະຄັ້ງທີ101 ແລະ ໄດ້ຈັດຊຸ້ມຂາຍໂດຈິນເກມບລູ ອາຣໄຄຟຂອງລາວເອງ. ໂດຍໂປະຊິ ເດິ ຣັອກ! ໄດ້ຮັບຄວາມນິຍົມຢ່າງລົ້ນຫຼາມ ຫຼັງຈາກການແປງເປັນອະນິເມະທີ່ອອກອາກາດຈົບເມື່ອອາທິດກ່ອນງານຈະຈັດ, ເຮັດໃຫ້ຊຸ້ມຂາຍຂອງລາວມີຜູ້ຄົນມາເບິ່ງເປັນຈຳນວນຫຼາຍ ເຊິ່ງຫຼາຍເຖິງ300ກວ່າຄົນ. ດ້ວຍເຫດນີ້ຜູ້ຈັດງານຕ້ອງຍ້າຍຊຸ້ມຂອງລາວອອກໄປນອກຫໍງານສູນກາງໃຫຍ່ ເພື່ອປ້ອງກັນບໍ່ໃຫ້ແອອັດເກີນໄປ, ແລະ ຊຸ້ມຂາຍຂອງລາວກໍຂາຍປຶ້ມໝົດຢ່າງວ່ອງໄວໃນຊ່ວງຕອນສວາຍ.[41] ລາວຍັງໄດ້ມີສ່ວນລວມໃນງານຄອມມິເກະກັບໂດຈິນບລູ ອາໄຄ້ໃນຄັ້ງຖັດໆມາ ແລະ ຍັງໄດ້ມີສ່ວນລວມໃນການໂປຣໂມດເກມຢ່າງເປັນທາງການນຳ.

ລາງວັນ ດັດແກ້

ບລູ ອາຣໄຄຟໄດ້ຮັບລາງວັນຈາກບໍລິສັດວິໄຈການຕະຫຼາດເຊັນເຊີ ທາວເວີສຳລັບການເລົ່າເລື່ອງທີ່ດີທີ່ສຸດ, ເອົາຊະນະການຂັດເລືອກກັບເກມອື່ນໆເຊັ່ນ: ເຟດ/ແກຣນ ອໍເດີ, ກັອດເດສ ອອຟ ວິກຕໍຣີ້: ນິກເກະ ແລະ ຮອນໄຄ: ສະຕາ ເຣລ.[42]

ລາຍໄດ້ ດັດແກ້

ລາຍໄດ້ລວມຕັ້ງແຕ່ເປີດຕົວຈົນເຖິງເດືອນຕຸລາປີ2023 ທະລຸູ400ລ້ານໂດລາສະຫະລັດຈາກທຸກເວີີຊັນ. ເກມເວີຊັນຍີ່ປຸ່ນມີສ່ວນແບ່ງຫຼາຍເຖິງ75%ຂອງລາຍໄດ້ທັງໝົດ.[43] ໃນເດືອນສິງຫາປີ2023, ຕົວເກມເຮັດລາຍໄດ້ໆ19ລ້ານໂດລາສະຫະລັດໃນເວີຊັນຍີ່ປຸ່ນ, ແລະ 4ລ້ານໂດລາສະຫະລັດໃນເວີຊັນທົ່ວໂລກ, ລາຍໄດ້ລວມແມ່ນຢູ່ທີ່24ລ້ານໂດລາສະຫະລັດ.[44]

ຈາກຂໍ້ມູນຂອງເນັກຊອນ, ບລູ ອາຣໄຄຟ ເປັນເກມທີ່ເຮັດລາຍໄດ້ຫຼາຍທີ່ສຸດໃນລາຍງານທາງການເງີນປະຈຳໄຕມາດ, ໂດຍເປັນໜຶ່ງໃນເກມທີ່ເຮັດລາຍໄດ້ໄດ້ໂດດເດັ່ນທີ່ສຸດໃນຍີ່ປຸ່ນໃນລາຍງານທາງການເງີນປະຈຳໄຕມາດທີສອງຂອງປີ2023.

ການກຳກັບຄວບຄຸບ ດັດແກ້

ການເຊັນເຊີ້ເນື້ອຫາເວີຊັນສາກົນ ດັດແກ້

ເວີຊັນສາກົນ ຫຼື ທົ່ວໂລກ ໄດ້ຮັບການວິພາກວິຈານຢ່າງໜັກໜ່ວງໃນເລື່ອງການເຊັນເຊີ້ເນື້ອຫາບາງສ່ວນເມື່ອນຳມາປຽບທຽບກັບເວີຊັນຍີ່ປຸ່ນ, ເຖິງແມ່ນວ່າທາງ ເນັກຊອນຈະສັນຍາວ່າຈະເກັບເນື້ອຫາດັ້ງເດີມເອົາໄວ້ກໍຕາມ. ກາບຟິກຂອງເກມບາງສ່ວນມີການປ່ຽນແປງ ຫຼື ສູມເຂົ້າ, ແລະ ບົດສົນທະນາບາງຕອນທີ່ຕົ້ນສະບັບ(ຍີ່ປຸ່ນ)ມີເນື້ອຫາສຸ່ມສ່ຽງ ກໍມີການແປງໃຫ້ເບົາລົງ ຫຼັງຈາກການແປ. ສິ່ງນີ້ນຳໄປສູ່ການຖິ້ມ ລະເບີດລີວິວໂດຍຜູ້ຫິ້ນທັງໃນ Google Play ແລະ App Store. ຈັ່ງໃດກໍຕາມ, ມີການກ່າວກັນວ່າເວີຊັນເກົາຫຼີບໍ່ໄດ້ຮັບຜົນຈາກການປ່ຽນແປງເຫຼົ່ານີ້, ທັງທີ່ເວີຊັນເກົາຫຼີເອງກໍລວມຢູ່ໃນເວີຊັນສາກົນເຊັ່ນກັນ.

ດ້ວຍເຫດນີ້, ຫົວໜ້າຝ່າຍຜູ້ພັດທະນາ ຄິມຢ່ອງຮາ ຈຶ່ງຕອບກັບໂດຍກ່າວວ່າ ພວກເຂົາຈຳເປັນຕ້ອງປະຕິບັດຕາມ "ຂໍ້ກຳນົດພາຍນອກ" ເພື່ອໃຫ້ສາມາດວາງຈຳໜ່າຍເກມຂອງພວກເຂົາ ໃນພູມມິພາອື່ນໆ ແລະ ຂໍໂທດເຫຼົ່າຜູ້ຫິ້ນສຳລັບການທີ່ບໍ່ສາມາດຮັກສາສັນຍາຂອງພວກເຂົາໄດ້.[45]

ການເຊັນເຊີ້ຖີກຍົກເລິກໃນເດືອນພະຈິກປີ2022, ເນັກຊອນໄດ້ເປີດຕົວເວີຊັນ "ເຣດ-ທີ້(ໄວຮຸ່ນ)" ສຳລັບເວີຊັນສາກົນແຍກຕ່າງຫາກ (ໝາຍເປັນ ບລູ ອາຣໄຄຟ(15+) ໃນ Google Play ແລະ ບລູ ອາຣໄຄຟ(12+) ໃນ App Store) ນອກນີ້ຍັງຍົກລະດັບເຣດຕິ່ງຂອງເວີຊັນຕົ້ນສະບັບເປັນ 17+(ຫຼື 18+ ໃນເກົາຫຼີ), ສາເຫດຫຼັກມາຈາກການທີ່ ຄະນະກຳມະການຈັດເຣດຕິ່ງແຫ່ງ ສ.ເກົາຫຼີ ໄດ້ເພີ່ມເຣດຕິ່ງຂອງເວີຊັນຕົ້ນສະບັບ, ເຊິ່ງນຳໄປສູ່ການປະທ້ວງຢ່າງໜັກໜ່ວງຈາກເຫຼົ່າແຟນເກມຂອງຜູ້ຫຼິ້ນຊາວເກົາຫຼີ, ທີ່ໃນທ້າຍທີ່ສຸດຈະໄດ້ນຳເລື່ອງນີ້ສູ່ການເປີດໂປງທາດແທ້ຂອງເຫດການຄັ້ງນີ້ວ່າແມ່ນການສໍ້ໂກງ.[46]

ການຄວບຄຸມຂອງຄະນະກຳມະການຈັດເຣດຕິ່ງເກົາຫຼີ ດັດແກ້

ໃນການຕັດສິນໃຈທີ່ໄດ້ນຳໄປສູ່ຂໍ້ຂັດແຍ້ງ, ຄະນະກຳມະການຈັດເຣດຕິ່ງ ແລະ ດູແລເກມແຫ່ງສາທາລະນະລັດເກົາຫຼີ(ເກົາຫຼີໃຕ້) ຫຼື ຈີອາຣເອຊີ(GRAC)ໄດ້ມີການເພີ່ມເຣດຂອງເກມບລູ ອາຣໄຄ້ຟ ແລະ ເຟດ/ແກຣນ ອໍເດີຈາກ15+ເປັນ18+ຢ່າງບໍ່ມີລາຍລະອຽດໃນເດືອນຕຸລາປີ2022. ໂດຍເຫຼົ່າແຟນເກມທັງຫຼາຍບໍ່ວ່າຈະໃນເກົາຫຼີແຕ່ແຟນເກມທົ່ວໂລກເອງກໍບໍ່ເຫັນນຳກັບການກະທຳຂອງຄະນະກຳມະການ, ຈຶ່ງມີແຟນເກມຈຳນວນໜຶ່ງໄດ້ພາກັນລົງນາມຍື່ນຄຳຮ້ອງໂດຍ5,400ຄົນເພື່ອຂໍໃຫ້ມີການກວດສອບຄະນະກຳມະການ.[47] ການຮຽກຮ້ອງໄດ້ຖືກຍື່ນຂຶ້ນສານໂດຍສະມາຊິກສະພາແຫ່ງຊາດ ລີຊັງຮອນຈາກພັກປະຊາທິປະໄຕເກົາຫຼີ.[48] ຜົນຂອງການກວດສອບໄດ້ມີການເຜີຍແຜ່ໃນເດືອນມິຖຸນາປີ2023ໂດຍກະຊວງວັດທະນະທຳ, ກີລາ ແລະ ການທ່ອງທ່ຽວ, ເຊິ່ງພົບວ່າຄະນະກຳມະການມີການໃຊ້ເງິນພາສີຈຳນວນ700ລ້ານວອນ(5ແສນໂດລາສະຫະລັດ)ໃນທາງທີ່ຜິດ, ໂດຍນຳມາຈາກທຶນສຳລັບໂຄງການພາຍໃນ. ທາງກະຊວງກ່າວວ່າພວກເຂົາໄດ້ມີການປ່ຽນຄະນະກຳມະການຊຸດໃໝ່, ໂດຍປ່ຽນຫົວໜ້າ ແລະ ດຳເນີນຄະດີກັບຜູ້ທີ່ກ່ຽວຂ້ອງທັງໝົດ.[49][48]

ອ້າງອີງ ດັດແກ້

  1. 1.0 1.1 Loo, Egan (16 July 2022). "Yostar Pictures Animates Blue Archive Game's 1.5th Anniversary Short". Anime News Network. Archived from the original on 16 July 2022. Retrieved 28 August 2022.
  2. Botadkar, Tanish (November 9, 2021). "Blue Archive, the highly anticipated anime RPG with over one million pre-registrations, has launched on Android and iOS". Pocket Gamer. Archived from the original on November 9, 2021. Retrieved December 17, 2021.
  3. Derrick, Connor (April 27, 2022). "Blue Archive celebrating half year anniversary with an abundance of free gifts". Pocket Gamer. Archived from the original on April 27, 2022. Retrieved September 16, 2022.
  4. Lada, Jenni (November 24, 2021). "Blue Archive Characters are Packed with Personality". Siliconera. Archived from the original on November 24, 2021. Retrieved September 16, 2022.
  5. "Project MX - New waifu mobile game for Japan and South Korea announced by NAT Games". MMO Culture (in ອັງກິດ (ອາເມລິກັນ)). 2020-02-18. Archived from the original on January 20, 2021. Retrieved 2023-12-20.
  6. "Yostar新作『ブルーアーカイブ』のリリース時期が来年初頭に変更". Dengeki (in ຍີ່ປຸ່ນ). December 12, 2020. Archived from the original on December 11, 2020. Retrieved December 3, 2021.
  7. SATO (January 27, 2021). "Blue Archive Release Date Set for February 2021 in Japan". Siliconera. Archived from the original on January 27, 2021. Retrieved November 28, 2021.
  8. Hashimoto, Kazuma (August 18, 2021). "Blue Archive Official English Version Announced". Siliconera. Archived from the original on August 18, 2021. Retrieved December 3, 2021.
  9. "Blue Archive, the highly anticipated anime RPG with over one million pre-registrations, has launched on Android and iOS". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  10. Lada, Jenni (November 2, 2021). "Blue Archive Global Release is Next Week". Siliconera. Retrieved December 3, 2021.
  11. "Yostar Pictures Animates Blue Archive Game's 1.5th Anniversary Short". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  12. "Early Notice About the Addition of the Teen Version and Raising the Age Rating of the Existing App". m.nexon.com (in ອັງກິດ). Retrieved 2023-08-29.
  13. "이제는 중국으로, '블루 아카이브' 中 CBT". 인벤 (in ເກົາຫລີ). 2023-06-16. Retrieved 2023-08-29.
  14. "《蔚蓝档案》手游官方网站-与你的日常,就是奇迹". bluearchive-cn.com (in ຈີນ). Retrieved 2023-08-29.
  15. 커뮤니티, 넥슨. "[Update] Blue Archive Galaxy Store Pre-Registration Event!". forum.nexon.com (in ເກົາຫລີ). Retrieved 2023-10-28.
  16. "《蔚藍檔案》研發團隊來台分享營運心路歷程 透露今年營收大幅成長關鍵因素". 巴哈姆特電玩資訊站. Retrieved 2023-12-20.
  17. 【ブルアカ】1.5周年記念ショートアニメーション (in ອັງກິດ), retrieved 2024-01-08
  18. 【ブルアカ】ショートアニメーション「beautiful day dreamer」 (in ອັງກິດ), retrieved 2024-01-08
  19. "「ブルアカ」,水着姿の限定生徒ウイ,ヒナタ,ハナコが7月24日より順次登場。アニメの続報や新作グッズなども発表された生放送をレポート". 4Gamer.net (in ຍີ່ປຸ່ນ). 2023-07-23. Archived from the original on 2023-12-25. Retrieved 2023-12-25.
  20. "「ブルアカ」、2.5周年ショートアニメーションの制作中止が決定". GAME Watch. 2023-12-24. Archived from the original on 2023-12-24. Retrieved 2023-12-25.
  21. Loo, Egan (January 22, 2023). "Blue Archive Smartphone RPG Gets TV Anime". Anime News Network. Archived from the original on January 22, 2023. Retrieved January 22, 2023.
  22. "【ブルアカ】テレビアニメ『ブルーアーカイブ The Animation』が制作決定。ナビゲーターでおなじみのアロナが描かれたティザービジュアルも解禁". Famitsu (in ຍີ່ປຸ່ນ). 2023-01-22. Archived from the original on January 22, 2023. Retrieved 2023-01-23.
  23. Pineda, Rafael Antonio (July 24, 2023). "Blue Archive Anime Reveals Director, Studio, 1st 2 Cast Members". Anime News Network. Archived from the original on July 24, 2023. Retrieved July 24, 2023.
  24. Cayanan, Joanna (March 11, 2024). "TV Tokyo Launches New Sunday Night Anime Programming Block Starting With Blue Archive The Animation on April 7". Anime News Network. Archived from the original on March 11, 2024. Retrieved March 11, 2024.
  25. Hodgkins, Crystalyn (January 20, 2024). "Blue Archive Anime's Promo Video Reveals More Cast, April Debut". Anime News Network. Archived from the original on January 20, 2024. Retrieved January 20, 2024.
  26. Antonio Pineda, Rafael (April 2, 2024). "Blue Archive Anime's Promo Video Reveals More Cast, April Debut". Anime News Network. Archived from the original on April 2, 2024. Retrieved April 2, 2024.
  27. "ブルーアーカイブ オフィシャルアートワークス".
  28. "蔚藍檔案 - ▎出版預告! 老師,聽說蔚藍檔案官方美術集確定會出版中文版本了! #BlueArchive #蔚藍檔案 | Facebook". www.facebook.com (in ອັງກິດ). Retrieved 2024-02-07.
  29. ブルーアーカイブ コミックアンソロジー VOL.1 (in ຍີ່ປຸ່ນ). Ichijinsha. Archived from the original on August 4, 2021. Retrieved August 4, 2021.
  30. ブルーアーカイブ コミックアンソロジー VOL.2 (in ຍີ່ປຸ່ນ). Ichijinsha. Archived from the original on January 28, 2022. Retrieved January 28, 2022.
  31. ブルーアーカイブ コミックアンソロジー VOL.3 (in ຍີ່ປຸ່ນ). Ichijinsha. Archived from the original on January 20, 2024. Retrieved July 25, 2023.
  32. ブルーアーカイブ 電撃コミックアンソロジー (in ຍີ່ປຸ່ນ). Kadokawa. Archived from the original on December 23, 2022. Retrieved December 23, 2022.
  33. "ブルーアーカイブ 便利屋68業務日誌". コミックブシロードWEB (in ຍີ່ປຸ່ນ). 2023-04-10. Retrieved 2023-11-18.
  34. Tai, Anita (January 2, 2024). "Aharen-san wa Hakarenai's Asato Mizu Launches Blue Archive Manga". Anime News Network. Archived from the original on January 2, 2024. Retrieved January 4, 2024.
  35. "やや"太もも"を強調するアングル!? 「ブルアカ」の新たなコミカライズよりユウカのイラスト公開", Impress, 2023-12-24 (in ja)
  36. "「ブルーアーカイブ」を水あさとがコミカライズ、ピンチのゲーム開発部にあの人が協力" (in ຍີ່ປຸ່ນ). Natalie. 2023-12-31. Archived from the original on 2024-01-09. Retrieved 2024-01-09.
  37. "【コミケC102】最大手サークル数の覇権ゲームが決まる!ブルアカ894ウマ娘804アイマス688Fate656東方648艦これ602". 本田未央ちゃん応援まとめ速報 (in ຍີ່ປຸ່ນ). 2023-06-10. Retrieved 2023-11-03.
  38. "C101サークル数 ウマ娘728 ホロライブ620 艦これ654 東方596 デレマス474". 本田未央ちゃん応援まとめ速報 (in ຍີ່ປຸ່ນ). 2022-12-30. Retrieved 2023-11-03.
  39. "$B%3%_%C%/%^!". $B%3%_%C%/%^! (in ຍີ່ປຸ່ນ). Retrieved 2023-11-03.
  40. Ayase Hirashima; Eri Hatano (February 2, 2024). "今、本当に推されている「人」「作品」が分かる 最旬"推し"新潮流". Nikkei Cross Trend (in ຍີ່ປຸ່ນ). Archived from the original on February 22, 2024.
  41. "Bocchi the Rock! Manga Creator's Loner Experience at Comiket". Anime News Network (in ອັງກິດ). 2023-11-03. Retrieved 2023-11-03.
  42. Loo, Nan (February 28, 2024). "Sensor Tower APAC Awards 2023 Winners". Sensor Tower (in ອັງກິດ (ອາເມລິກັນ)). Archived from the original on February 28, 2024.
  43. "ブルーアーカイブが2023年に大幅成長、前年同期比2倍以上の収益とダウンロード数を世界市場で記録". Sensortower (in ຍີ່ປຸ່ນ). Archived from the original on December 7, 2023. Retrieved 2024-01-03.
  44. "GACHAREVENUE". www.gacharevenue.com. Archived from the original on October 10, 2023. Retrieved 2023-09-24.
  45. "https://twitter.com/EN_BlueArchive/status/1471366983534858242?s=20". X (formerly Twitter) (in ອັງກິດ). Retrieved 2023-09-24. {{cite web}}: External link in |title= (help)
  46. "Blue Archive Will Split into Separately Age-Rated versions". Siliconera (in ອັງກິດ (ອາເມລິກັນ)). 2022-10-08. Retrieved 2023-09-24.
  47. Morris, Iwan (5 July 2023). "South Korean game regulatory agency investigated for corruption". PocketGamer.biz. Archived from the original on 5 January 2024.
  48. 48.0 48.1 진명갑 (2022-10-13). "[국감22] 수년째 15세 이용 게임 돌연 청불 등급". EBN (in ເກົາຫລີ). Archived from the original on October 13, 2022. Retrieved 2023-09-24.
  49. "Anime game fans got so angry about a nudity-related age rating they brought down South Korea's 'festering and rotting' game rating agency for corruption", PC Gamer, 2023-07-06 (in en)

ລິ້ງພາຍນອກ ດັດແກ້


Cite error: <ref> tags exist for a group named "note", but no corresponding <references group="note"/> tag was found