ໂຈ໋ເອີນຫຼາຍ ( ພາສາຈີນ 周恩来 ເກີດເມື່ອວັນທີ 5 ມີນາ 1898 – 8 ມັງກອນ 1976) ເຄີຍເປັນນາຍົກລັດຖະມົນຕີຄົນທຳອິດຂອງສາທາລະນະລັດປະຊາຊົນຈີນ ດຳລົງ ຕຳແໜ່ງແຕ່ ວັນທີ 1 ຕຸລາ 1949 ຈົນເຖິງການເສຍຊີວິດໃນ ວັນທີ 8 ມັງກອນ 1976. ທ່ານ​ໂຈ໋ ​ໄດ້​ດຳລົງ​ຕຳ​ແໜ່​ງ​ຢູ່​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ ​ທ່ານ ເມົາ ເຈີຕຸງ ​ແລະ ​ໄດ້​ຊ່ວຍ​ໃຫ້ ​ພັກ​ກອມ​ມູນິດ​ຈີນ ​ຂຶ້ນ​ກຳ​ອຳນາດ, ​ໃນ​ເວລາ​ຕໍ່​ມາ​ໄດ້​ຊ່ວຍ​ເຫຼືອ​ການ​ຄວບ​ຄຸມ, ສ້າງ ​ນະ​ໂຍບາຍ​ການ​ຕ່າງປະ​ເທດ, ​ແລະ ພັດທະນາ ​ເສດຖະກິດ​ຈີນ.