ແອລຈີບີທີ (ອັງກິດ: LGBT) ຫຼື ກຸ່ມບຸກຄົນທີ່ມີຄວາມຫຼາກຫຼາຍທາງເພດ ແມ່ນອັກສອນຫຍໍ້ທີ່ມາຈາກຄຳວ່າ ເລສບຽນ (ອັງກິດ: Lesbian) ເກ (ອັງກິດ: Gay) ໄບເຊັກຊວລ (ອັງກິດ: Bisexual) ແລະ ທຣານສ໌ເຈນເດີ (ອັງກິດ: Transgender) ປາກົດການໃຊ້ມາຕັ້ງແຕ່ຊຸມປີ 1990 ແລະແມ່ນການດັດແປງມາຈາກອັກສອນຫຍໍ້ ແອລຈີບີ (ອັງກິດ: LGB) ທີ່ເຊີ່ງນຳມາໃຊ້ແທນຄຳວ່າ ເກ ເພື່ອສື່ເຖິງຊຸມຊົນແອລຈີບີທີໃນມຸມກວ້າງຂຶ້ນ ເລິ່ມຕັ້ງແຕ່ຊຸມປີ 1980[1] ທັ້ງອັກສອນຫຍໍ້ ແອລຈີບີທີ ແລະຮູບແບບອື່ນໆ ໃຊ້ເປັນຄຳກວ້າງໆ ເພື່ອສື່ເຖິງເພດວິຖີແລະຕົວຕົນທາງເພດຂອງບຸກຄົນ[2]

ທຸງສາຍຮຸ້ງສັນຍາລັກຂອງ ແອລຈີບີທີພຣາຍດ໌

ແອລຈີບີທີອາດຈະຫມາຍເຖິງບຸກຄົນທີ່ບໍ່ໄດ້ຮັກຕ່າງເພດ ຫຼືບໍ່ແມ່ນເພດຊິສ ຫຼາຍກວ່າທີ່ຈະໝາຍເຖິງສະເພາະກຸ່ມເລສບຽນ ເກ ໄບເຊັກຊວລ ແລະທຣານສ໌ເຈນເດີ ໂດຍສະເພາະ[3] ເພື່ອໃຫ້ເປັນການຄອບຄຸມກຸ່ມບຸກຄົນທີ່ມີຄວາມຫຼາກຫຼາຍຫຼາຍຂຶ້ນ ຈຶງນິຍົມໃຊ້ອັກສອນຫຍໍ້ ແອລຈີບີທີຄິວ (ອັງກິດ: LGBTQ) ເຊຶ່ງແມ່ນຮູບແບບທີ່ນິຍົມກວ່າ ໂດຍການເພິ່ມຕົວອັກສອນ ຄິວ (Q) ເພື່ອສື່ເຖິງບຸກຄົນທີ່ນິຍາມຕົນເອງວ່າແມ່ນ ເຄວັຍ (ອັງກິດ: Queer) ຫຼື ເຄວັສຊັນນິງ (ອັງກິດ: Questioning ຍັງບໍ່ຊັດເຈນ)[4] ບາງທີມີການເພິ່ມກຸ່ມອິນເຕີເຊັກ (ອັງກິດ: Intersex) ເຂົ້າໄປ ແມ່ນອັກສອນຫຍໍ້ ແອລຈີບີທີໄອ (ອັງກິດ: LGBTI)[5][6] ແລະບາງຄັ້ງພົບນຳທັ້ງສອງຮູບແບບມາລວມກັນເປັນ ແອລຈີບີທີໄອຄິວ (ອັງກິດ: LGBTIQ)[7] ນອກຈາກນີ້ຍັງປາກົດອັກສອນຫຍໍ້ໃນຮູບ ແອລຈີບີທີ+ (ອັງກິດ: LGBT+) ເພື່ອຮວມສະເປກຕຣຳຂອງເພດວິຖີແລະອັດຕະລັກທາງເພດອັນຫຼາກຫຼາຍຂອງມະນຸດທັ້ງໝົດ[8] ຮູບແບບອື່ນໆ ທີ່ພົບບໍ່ເລື້ອຍ ເຊັ່ນ ແອລຈີບີທີຄິວໄອເອ+ (ອັງກິດ: LGBTQIA)[9] ໂດຍອັກສອນ ເອ (A) ມາຈາກ ອະເຊັກຊວລ (ອັງກິດ: Asexual) ອະໂຣແມນຕີກ (ອັງກິດ: Aromantic) ຫຼື ອອນລີ (ອັງກິດ: Ally) ສ່ວນຕົວຫຍໍ້ຮູບແບບອື່ນໆ ເຊິ່ງໃນບາງຮູບແບບມີຄວາມຍາວມາກກວ່າສອງເທົ່າສອງຂອງ ແອລຈີບີທີ ສາເຫດໃຫ້ການວິພາກວິຈານຂຶ້ນ[10][11][12] ແລະການຕີຄວາມວ່າຕົວຫຍໍ້ນີ້ເປັນການໝາຍເຖິງຊຸມຊົນກຸ່ມໃດກຸ່ມໜຶ່ງເປັນສະເພາະກໍ່ຍັງແມ່ນທີ່ຖົກຖຽງຢູ່[13]

ອ້າງອິງ ດັດແກ້

  1. Acronyms, Initialisms & Abbreviations Dictionary, Volume 1, Part 1. Gale Research Co., 1985, ISBN 978-0-8103-0683-7. Factsheet five, Issues 32–36, Mike Gunderloy, 1989
  2. Parent, Mike C.; DeBlaere, Cirleen; Moradi, Bonnie (June 2013). "Approaches to Research on Intersectionality: Perspectives on Gender, LGBT, and Racial/Ethnic Identities". Sex Roles. 68 (11–12): 639–645. doi:10.1007/s11199-013-0283-2. S2CID 144285021.
  3. Cite error: Invalid <ref> tag; no text was provided for refs named The Handbook of Lesb
  4. "Civilities, What does the acronym LGBTQ stand for?". The Washington Post. Retrieved February 19, 2018.
  5. William L. Maurice, Marjorie A. Bowman, Sexual medicine in primary care, Mosby Year Book, 1999, ISBN 978-0-8151-2797-0
  6. Cite error: Invalid <ref> tag; no text was provided for refs named Challenging Lesbian Nor
  7. Siddharta, Amanda (April 28, 2019). "Trans Women March for Their Rights in Conservative Indonesia". VOA (in ອັງກິດ). Retrieved April 28, 2019.
  8. Vikhrov, Natalie (April 26, 2019). "Armenia's LGBT+ community still waits for change one year after revolution". Thomson Reuters Foundation. Retrieved April 28, 2019.
  9. "LGBTQIA+ Terminology - Gender and Sexuality Student Services - UIS". www.uis.edu (in ອັງກິດ). Retrieved 2021-01-18.
  10. "The new rainbow pride flag is a design disaster—but a triumph for LGBTQ inclusiveness". Quartz. 2018-06-12. Retrieved 2020-07-07.
  11. "Coming to terms with terms". www.oakpark.com (in ອັງກິດ (ອາເມລິກັນ)). Retrieved 2020-06-25.
  12. Oli (2019-12-04). "The challenge of generosity". Oliver Arditi (in ອັງກິດ). Retrieved 2020-06-25.
  13. Finnegan, Dana G.; McNally, Emily B. (2002). Counseling Lesbian, Gay, Bisexual, and Transgender Substance Abusers: Dual Identities. Haworth Press. ISBN 978-1-56023-925-3.