ເມຊີອາ
ເມຊີອາ[໑](ອັງກິດ: Messiah; ເຮບະເລີ: מָׁשִיַח; ແອຣາເມອິກ: ܡܫܝܚܐ; ກະເລັກ: Μεσσίας; Arabic: مشيح) ໝາຍເຖິງ ພະຜູ້ຊ່ອຍໃຫ້ລອດ ຕາມຄວາມເຊື່ອໃນກຸ່ມສາສະໜາອັບບະລາຮຳ ແມ່ນສາສະໜາຊູດາ ຄຣິດ ແລະອິສະລາມ.
ໃນຄຳພີເຮບະເລີຂອງສາສະໜາຊູດາ ພະເມຊີອາ ໝາຍເຖິງ ພະມະຫາກະສັດຫຼືມະຫາປະໂລຫິດ ແຕ່ງຕັ້ງດ້ວຍການເຈີມນ້ຳມັນສັກສິດ[໒] ພະເມຊີອາອາດບໍ່ແມ່ນຊາວຢິວ ເຊັ່ນ ພະເຈົ້າຊີລຸດມະຫາລາດ ຜູ້ປົດປ່ອຍຊາວຢິວຈາກການເປັນຂ້ອຍຂ້າ ກໍຖືເປັນພະເມຊີອາຄືກັນ. ຕໍ່ມາຄວາມໝາຍຂອງເມຊີອາປ່ຽນໄປ ໃຊ້ໝາຍເຖິງເຈົ້າຊີວິດຢິວຜູ້ປົກຄອງໂລກໃນຍຸກສຸດທ້າຍໄປຕະຫຼອດຊົ່ວນິລັນ. ຕາມຄວາມເຊື່ອແລະອະວະສານວິທະຍາຂອງຊາວຢິວ ພະເມຊີອາເປັນຄົນໃນເຊື້ອສາຍດາວິດແລະໄດ້ເປັນຜູ້ນຳຂອງຊາວຢິວໃນອະນາຄົດ ຕະຫຼອດຈົນທັງໂລກໃນຍຸກພະເມຊີອາ.
ໃນພັນທະສັນຍາເດີມແກ້ໄຂ
ຕາມຄວາມເຊື່ອຂອງຊາວຄຣິດ, ໜຶ່ງໃນຄຳສອນຫຼັງຂອງພັນທະສັນຍາໃໝ່ແມ່ນ ພະເຢຊູຄຣິດ (ພະເມຊີອາ) ເຊິ່ງຊົງເຮັດໃຫ້ພັນທະສັນຍາເດີມສຳເລັດ ຜູ້ຂຽນຈົດໝາຍເຖິງຊາວເຮບະເລີສະເໜີວ່າພະຄຣິດຊົງເປັນທາຍາດຂອງທຸກສິ່ງທີ່ພະເຈົ້າໄດ້ຕັດຜ່ານທາງຜູ້ເຜີຍພະວະຈະນະ. ພະເຢຊູເອງຊົງຢັ່ງຢືນວ່າພະອົງສະເດັດມາເພື່ອເຮັດໃຫ້ບົດບັນຍັດແລະປຶ້ມຜູ້ເຜີຍພະວະຈະນະສຳເລັດ ຫຼັງຈາກການຟື້ນພະຊົນອັນຊົງພະກຽດສິລິຂອງພະອົງ. ພະອົງຊົງສະແດງໃຫ້ເຫັນຈາກປຶ້ມບົດບັນຍັດຂອງໂມເຊ ປຶ້ມຂອງຜູ້ເຜີຍພະວະຈະນະ ແລະປຶ້ມສະດຸດີ (ຈາກພະທັມຫຼັກສາມໝວດໃນພັນທະສັນຍາເດີມສະບັບພາສາເຮບະເລີ) ແກ່ສາວົກວ່າດົນມາແລ້ວພະເຈົ້າໄດ້ຊົງພະຍາກອນທຸກສິ່ງທີ່ເກີດຂຶ້ນກັບພະອົງໄວ້ແລ້ວ.
ອ້າງອີງແກ້ໄຂ
- ↑ ໂຢຮັນ 1:41, http://laobible.net/lao/John1.html
- ↑ ໜັງສືອົບພະຍົບ 30:22-25