ໃນທາງອອກດີນາເຕີ ອັບໂຫຼດ (ອັງກິດ: upload) ແລະ ດາວໂຫຼດ (ອັງກິດ: download) ຫຼື ເຕເລຊາກ (ຝຣັ່ງ: télécharger) ແມ່ນການສົ່ງຜ່ານຂໍ້ມູນທາງເອເລັກໂຕນິກລະຫວ່າງອອກດີນາເຕີ 2 ເຄື່ອງ.

ການສົ່ງຂໍ້ມູນ ແຟ້ມຂໍ້ມູນຫຼືປະໂລກະລຳ ຈາກອອກດີນາເຕີທີ່ໃຊ້ຢູ່ ໝາຍເຖິງການອັບໂຫຼດ ຂະນະດຽວກັນ ການຮັບຂໍ້ມູນ ແຟ້ມຂໍ້ມູນຫຼືປະໂລກະລຳເຂົ້າສູ່ເຄື່ອງອອກດີນາເຕີທີ່ໃຊ້ອຢູ່ ໝາຍເຖິງການດາວໂຫຼດ. ໂຕຢ່າງເຊັ່ນວ່າກ່າຍຈາກອອກດີນາເຕີແມ່ຂ່າຍເຂົ້າມາເກັບໄວ້ໃນອອກດີນາເຕີຂອງເຮົາເອງ.

ສຳລັບທາງ ອີແອັດເປ ກຳໜົດການສົ່ງຂໍ້ມູນຈາກລູກຄ້າ ເອີ້ນວ່າການອັບໂຫຼດ ແລະການຮັບຂໍ້ມູນຖືເປັນການດາວໂຫຼດ.

ໂດຍທົ່ວໄປທີ່ເຂົ້າໃຈກັນ ຄຳວ່າດາວໂຫຼດໝາຍເຖິງການຮັບເອກະສານ ແລະອັບໂຫຼດໝາຍເຖິງການສົ່ງເອກະສານ.

ການດາວໂຫຼດຕ່າງໆ ໄດ້ທັງເລື່ອງການສຶກສາ ຄວາມບັນເທີງ ເຊັ່ນ ໃນກໍລະນີດາວໂຫຼດ ລົງເຄື່ອງອອກດີນາເຕີກໍສາມາດເຮັດໄດ້ ເຊັ່ນ ດາວໂຫຼດເພງ MP3 ດາວໂຫຼດປະໂລກະລຳຕ່າງໆ ຯລຯ ຫຼືໃນກໍລະນີດາວໂຫຼດລົງໂທລະສັບເຄື່ອນທີ່ກໍເຮັດໄດ້ ເຊັ່ນ ດາວໂຫຼດຊົນເນີລີ ດາວໂຫຼດປາເປຍແປງ ຕ່າງໆ ຫຼືຈະແມ່ນ ດາວໂຫຼດSMS ຯລຯ.

ອ້າງອີງ ດັດແກ້

ບັນນານຸກົມ

ອ່ານຕື່ມ ດັດແກ້

ແຫຼ່ງຂໍ້ມູນອື່ນ ດັດແກ້