ສັບປະດາ
(ປ່ຽນເສັ້ນທາງມາຈາກ ອາທິດ)
ສັບປະດາ (ຄຳເຄົ້າ: ສັປດາຫ໌[໑], ອັງກິດ: Week, ຝະລັ່ງ: Semaine) ຫຼື ອາທິດ (ຄຳເຄົ້າ: ອາທິຕຍ໌[໒]) ເປັນໜ່ວຍວັດເວລາເທົ່າກັບເຈັດມື້ ເປັນໜ່ວຍນ້ອຍກວ່າເດືອນ. ຢ່າງໃດກໍດີ ບາງເທື່ອຄຳວ່າ "ສັບປະດາ" ນີ້ຍັງໝາຍເຖິງໜ່ວຍວັດເວລາອື່ນເຊິ່ງໜ້ອຍຫຼືຫຼາຍກວ່າເຈັດ ໂດຍໃນປະຫວັດສາດ. ສັບປະດານຶ່ງຍາວສີ່ເຖິງສິບມື້ໃນບ່ອນຕ່າງໆ ກັນ.