ສົມເດັດພະເຈົ້າອຸທຸມພອນ

ພະມະຫາກະສັດແຫ່ງກຸງສີອະຍຸດທະຍາ ລັດຊະການທີ່ 32

ສົມເດັດພະເຈົ້າອຸທຸມພອນ (ໄທ: สมเด็จพระเจ้าอุทุมพร) ຫຼື ສົມເດັດພະມະຫາທັມມະຣາຊາທິຣາດທີ່ 3 (ໄທ: สมเด็จพระมหาธรรมราชาธิราชที่ 3) (ພະລາຊະພົງສາວະດານພະມ້າຮຽກ ສຸຣະປະທຸມຣາຊາ)[1] ແມ່ນພະມະຫາກະສັດລັດຊະການທີ່ 5 ແຫ່ງລາຊະວົງບ້ານພູຫຼວງ ແລະເປັນພະລາຊະໂອຣົດໃນສົມເດັດພະເຈົ້າຢູ່ຫົວບໍຣົມໂກດ ແລະມີພະສະມັນຍານາມວ່າ ຂຸນຫຼວງຫາວັດ (ໄທ: ขุนหลวงหาวัด)

ສົມເດັດພະເຈົ້າອຸທຸມພອນ

ພະບໍລົມນາມາພິໄທ ເຈົ້າຟ້າອຸທຸມພອນ
ພະລາຊະອິສະລິຍະຍົດ ພະມະຫາກະສັດແຫ່ງອານາຈັກອະຍຸທະຍາ
ລາຊະວົງ ບ້ານພູຫຼວງ
ຄອງລາດ ຄ.ສ.1758
ໄລຍະຄອງລາດ 2 ເດືອນ
ລາຊະການກ່ອນໜ້າ ສົມເດັດພະເຈົ້າຢູ່ຫົວບໍຣົມໂກດ
ລາຊະການຕໍ່ໄປ ສົມເດັດພະທີ່ນັ່ງສຸຣິຍາດອັມມະຣິນ
ຂໍ້ມູນສ່ວນພະອົງ
ພະລາຊະສົມພົບ ຄ.ສ. 1733 ອານາຈັກອະຍຸດທະຍາ
ສະຫວັນຄົດ ຄ.ສ.1796 ມັນດະເລ ປະເທດມຽນມາ
ພະລາດຊະບິດາ ສົມເດັດພະເຈົ້າຢູ່ຫົວບໍຣົມໂກດ
ພະລາດຊະມານດາ ກົມຫຼວງພິພິດມົນຕີ
ພະອັກຄະລະມະເຫສີ ເຈົ້າຟ້າທ້າວຕ່ອຍ

ສົມເດັດພະເຈົ້າອຸທຸມພອນໄດ້ຊົງດຳລົງພະລາຊະອິສະລິຍະຍົດເປັນກົມພະລາຊະວັງບໍວອນສະຖານມົງຄົນ ໃນປາຍລັດຊະການສົມເດັດພະເຈົ້າຢູ່ຫົວບໍຣົມໂກດ ພະອົງຊົງເປັນແມ່ກອງໃນການບູລະນະພະມະຫາທາດ ຫຼັງພະລາຊະບິດາສະຫວັນຄົດ ເຈົ້າຟ້າອຸທຸມພອນໄດ້ຄອງລາຊະສົມບັດເປັນລະຍະເວລາອັນສັ້ນ ຊົງສ້າງວັດຂຶ້ນຊື່ວ່າ ວັດອຸທຸມພະຣາຣາມ ຫຼື ວັດເຈົ້າຟ້າດອກເດື່ອ ແລະໂປດໃຫ້ປະຕິສັງຂອນຫຼັງຄາພະມົນດົບພະພຸດທະບາດ ຫຸ້ມທອງສອງຊັ້ນ ຢ່າງໃດກໍດີ ເຈົ້າຟ້າເອກະທັດເຊິ່ງເປັນພະເຊດຖາ (ອ້າຍ) ຊົງປາດຖະໜາລາຊະສົມບັດ ສົມເດັດພະເຈົ້າອຸທຸມພອນຈຶງຊົງສະລະລາຊະສົມບັດແລ້ວສະເດັດອອກຜະໜວດ ຈົນກະທັ່ງເກີດສົງຄາມພະເຈົ້າອະລອງພະຍາຍົກທັບມາຕີກຸງສີອະຍຸທະຢາຈຶງລາພະຜະໜວດມາຊ່ວຍສຶກ ຈາກນັ້ນກັບຊົງພະຜະໜວດອີກຄັ້ງຈົນກຸງສີອະຍຸທະຢາແຕກ ຈຶງຖືກກວາດຕ້ອນໄປຍັງກຸງອັງວະພ້ອມຊະເລຍກຸງສີອະຍຸທະຢາ ເມື່ອຮອດກຸງອັງວະ ຊົງພະຜະໜວດແລະປະທັບຢູ່ທີ່ວັດເຍຕະພັນ ທາງໃຕ້ກຸງອັງວະ ຈົນຍ້າຍນະຄອນຫຼວງໄປຍັງກຸງອະມະຣະປຸຣະ ໃນ ຄ.ສ. 1780 ຈຶງສະເດັດໄປປະທັບທີ່ກຸງອະມະຣະປຸຣະ ຈົນກະທັ່ງສະຫວັນຄົດ ໃນ ຄ.ສ. 1796

ນອກຈາກນັ້ນເຊື່ອວ່າພົບພະບໍຣົມສະຖູບບໍລິເວນສຸສານລ້ານຊ້າງ ຫຼື ລິນຊິນກອງ ອະມະຣະປຸຣະ ເມືອງມັນດະເລ ປະເທດມຽນມາ ຍັງມີພົງສາວະດານຂອງພະມ້າທີ່ຈົດບັນທຶກຈາກປາກຄຳຂອງພະອົງແລະຊະເລຍໄທໃນພະມ້າ ພົບໜັງສືເລົ່ມນີ້ຢູ່ໃນຫໍຫຼວງພະລາຊະວັງມັນດະເລ ມີຊື່ວ່າ "ຄຳໃຫ້ການຂຸນຫຼວງຫາວັດ" ຍັງພົບໝູ່ບ້ານທີ່ຢູ່ຮອບເມືອງມັນດະເລ ໃນປັດຈຸບັນ ມີຊື່ວ່າ "ມິນຕາຊຸ" ແປວ່າ "ຍ່ຽງເຈົ້າຊາຍ"

ອ້າງອີງ ດັດແກ້

  1. นราธิปประพันธ์พงศ์, พระเจ้าบรมวงศ์เธอ กรมพระ. พระราชพงศาวดารพม่า. พิมพ์ครั้งที่ 2. นนทบุรี : ศรีปัญญา, 2550, หน้า 1136