ສະຖານີກຸງເທບ

ສະຖານີກຸງເທບ (ໄທ: สถานีรถไฟกรุงเทพ) ຫຼື ສະຖານີຫົວລຳໂພງ (ໄທ: สถานีรถไฟหัวลำโพง) ແມ່ນເຄຍເປັນສະຖານີລົດໄຟຫຼັກຂອງປະເທດໄທ ເລີ່ມກໍ່ສ້າງເມື່ອ ຄ.ສ. 1910 ເປີດໃຊ້ງານເມື່ອວັນທີ 29 ມິຖຸນາ ຄ.ສ. 1916

ສະຖານີກຸງເທບ ສ້າງໃນລັກສະໜະໂດມອີຕາລີຜະສົມສິນລະປະແບບເຣີເນຊອງ ຄ້າຍກັບສະຖານີຫຼັກແຟງເຟີດ ໃນປະເທດເຢຍລະມັນ

ກ່ອນ ຄ.ສ. 2023 ສະຖານີກຸງເທບ ເຄຍມີຂະບວນລົດໄຟມາກກວ່າ 100 ຂະບວນຕໍ່ວັນ ແລະມີຜູ້ໂດຍສານມາກເຖີງ 10.000 ຄົນ ປັດຈຸບັນມີພຽງຂະບວນລົດທຳມະດາ ລົດຊານເມືອງ ແລະລົດນຳທ່ຽວ 62 ຂະບວນເທົ່ານັ້ນທີ່ຍັງບໍລິການຢູ່ບ່ອນນີ້ ສ່ວນລົດໄວ ລົດດ່ວນ ແລະລົດດ່ວນພິເສດ ຈຳນວນ 52 ຂະບວນໄດ້ຍ້າຍໄປໃຫ້ບໍລິການທີ່ສະຖານີກາງກຸງເທບອະພິວັດ ຕັ້ງແຕ່ວັນທີ 19 ມັງກອນ ຄ.ສ. 2023