ສະຖານີກາງກຸງເທບອະພິວັດ

ສະຖານີກາງກຸງເທບອະພິວັດ (ໄທ: สถานีกลางกรุงเทพอภิวัฒน์) ຫຼື ສະຖານີກາງບາງຊື່ (ໄທ: สถานีกลางบางซื่อ) ແມ່ນສະຖານີລົດໄຟຫຼັກຂອງປະເທດໄທ ແທນທີ່ສະຖານີກຸງເທບ ແລະເປັນສະຖານີລົດໄຟທີໃຫຍ່ທີສຸດໃນອາຊີຕາເວັນອອກສຽງໃຕ້ ມີ 26 ຊານຊາລາ

ຊື່ ກຸງເທບອະພິວັດ ແມ່ນຊື່ທີພະບາດສົມເດັດພະວະຊິຣະເກົ້າເຈົ້າຢູ່ຫົວ ພະລາຊະທານໃຫ້ ມີຄວາມໝາຍວ່າ "ຄວາມຈະເລີນຮຸ່ງເຮືອງຍີ່ງແຫ່ງນະຄອນຫຼວງບາງກອກ"

ສະຖານີກາງນີ້ ເປີດຢ່າງບໍ່ເປັນທາງການເມື່ອວັນທີ 24 ພຶດສະພາ ຄ.ສ. 2021 ເພື່ອເປັນສູນສີດວັກຊີນໂຄວິດ-19 ຈາກນັ້ນໄດ້ທົດລອງເປີດໃຊ້ງານລົດໄຟຟ້າຊານເມືອງ ສາຍສີແດງ ເມື່ອວັນທີ 2 ສິງຫາ ຄ.ສ. 2021 ແລະເລີ່ມໃຫ້ບໍລິການລົດໄຟລະຫວ່າງເມືອງໃນວັນທີ 19 ມັງກອນ ຄ.ສ. 2023