ມະຫາວິຫານແຊັງໂປນ

ມະຫາວິຫານເຊັ້ນຕ໌ພອລ (ອັງກິດ: St. Paul's Cathedral)  ຫຼື ມະຫາວິຫານແຊັງຕ໌ໂປລ (ຝຣັ່ງ: Cathédrale de Saint-Paul) ແມ່ນມະຫາວິຫານນິກາຍອັງກິກັງ ຕັ້ງຢູ່ລອນດອນ ປະເທດອັງກິດ ມະຫາວິຫານທີ່ເຫັນໃນປັດຈຸບັນສ້າງເມື່ອຄຣິສຕ໌ສະຕະວັດທີ 17 ແລະເຊື່ອກັນວ່າເປັນມະຫາວິຫານແຫ່ງທີ 5 ຕັ້ງແຕ່ມີການສ້າງມະຫາວິຫານກັນມາ.

ມະຫາວິຫານເຊັ້ນພອນ ເບິ່ງຈາກສະພານມິນເລນນຽມ
“ມະຫາວິຫານເຊັ້ນພອນ” ກ່ອນປີ 1561 ທີ່ຍັງມີມົນດົບ
ອີກພາບໜຶ່ງຂອງຕົວມະຫາວິຫານ

ມະຫາວິຫານເກົ່າ

ດັດແກ້

ສະໄໝກ່ອນນໍຣ໌ມັນ

ດັດແກ້

(ໝາຍເຫດ: ສະໄໝກ່ອນນໍຣ໌ມັນ ແມ່ນສະໄໝກ່ອນທີ່ປະເທດອັງກິດຈະຖືກຮຸກຮານໂດຍວິນລຽມດຍຸກແຫ່ງນໍຣ໌ມັນດີເມື່ອຄ.ສ.1066 ຫຼື ກ່ອນຄ.ສ.1066)

ສະໄໝໂຣມັງຕອນປາຍ ລອນດອນມີຖານະເປັນສັງຄະມົນທົນ ແຕ່ມະຫາວິຫານແຊກຊອນທີ່ສ້າງເປັນວັດໄມ້ ເຊິ່ງອາດສ້າງໂດຍເມລລິທັສ (Mellitus) ຫຼື ນັກບຸນອໍກັສຕິນແຫ່ງແຄນເທີຣ໌ເບີຣີ ຢູ່ໂນນພູລັດເກຕ (Ludgate Hill) ຂອງສັງຄະມົນທົນທີ່ກໍ່ຕັ້ງໃໝ່ໃນຄ.ສ. 604 ເຊິ່ງຢູ່ທາງຕາເວັນຕົກຂອງລອນດອນແລະທາງຕາເວັນຕົກຂອງລັນເດນວິກ (Lundenwic) ການສ້າງມະຫາວິຫານພາຍໃນກຳແພງເມືອງໂຣມັງເປັນປະເພນີທີ່ນັກສອນສາສະໜາເຮັດມາຕັ້ງແຕ່ຢູ່ແຜ່ນດິນໃຫຍ່ເອີລົບ.

ບ່ອນຕັ້ງຂອງມະຫາວິຫານໃນປັດຈຸບັນກ່າວກັນວ່າເຄີຍເປັນບ່ອນຕັ້ງຂອງວັດຫີນບູຮານ (stone circle) ແລະເປັນວັດທີ່ອຸທິດໃຫ້ເທພີໄດອານາ ເຊິ່ງກົງກັບວັດອະພອລໂລທີ່ປັດຈຸບັນເປັນບ່ອນຕັ້ງຂອງເວສມິນສເຕີຣ໌ແອບບີຍ໌ ແຕ່ເຊີຄິດໂຕເຟີ ເຣັນ (Christopher Wren) ຜູ້ເປັນສະຖາປະນິກຂອງມະຫາວິຫານແຫ່ງນີ້ ບໍ່ພົບສິ່ງໃດເປັນຫຼັກຖານຢ່າງທີ່ກ່າວ[1]ແຕ່ອາດຈະເປັນໄປໄດ້ວ່າວັດເດີມແມ່ນພຽງຊາເປລນ້ອຍ ໆ ແລະອາດຖືກທຳລາຍຫຼັງຈາກເມລລິທັສຖືກໄລ່ອອກຈາກເມືອງໄປຊົ່ວຄາວໂດຍພວກນອກສາສະໜາທີ່ສືບເຊື້ອສາຍມາຈາກແຊເບີຕ (Sæberht) ແລະວັດຖືກເຜົາໃນຄ.ສ. 675. ວັດທີ່ສ້າງແທນເປັນວັດທີ່ສ້າງດ້ວຍຫີນ (ຄ.ສ. 685) ພາຍໃນວັດເປັນບ່ອນຝັງນັກບຸນແຊເບີຕແຫ່ງເອສເຊັກຊ໌ (Sæberht of Essex). ຕໍ່ມາວັດນີ້ຖືກປຸ້ນທຳລາຍໂດຍໄວກິ້ງເມື່ອຄ.ສ. 961 ຕາມທີ່ກ່າວໃນ “ຈົດໝາຍເຫດແອງໂກລ-ແຊັກຊອນ” (Anglo-Saxon chronicle).

ມະຫາວິຫານທີສາມສ້າງດ້ວຍຫີນເມື່ອຄ.ສ. 962 ແລະໃຊ້ເປັນບ່ອນຝັງພະສົບຂອງພະເຈົ້າແອເທລເຣັດທີ 2 (Ethelred the Unready) ແຕ່ຕໍ່ມາຖືກເຜົາໃນຄ.ສ. 1087 ຕາມທີ່ກ່າວໄວ້ໃນ “ຈົດໝາຍເຫດແອງໂກລ-ແຊັກຊອນ”.

ມະຫາວິຫານເຊັ້ນຕ໌ພອລເກົ່າ

ດັດແກ້

ມະຫາວິຫານເຊັ້ນຕ໌ພອລທີ 4 ເອີ້ນວ່າ “ມະຫາວິຫານເຊັ້ນຕ໌ພອລເກົ່າ” ຫຼື “ມະຫາວິຫານເຊັ້ນຕ໌ພອລກ່ອນໄຟໄໝ້” (ກ່ອນໄຟໄໝ້ຄັ້ງໃຫຍ່ໃນລອນດອນໃນຄ.ສ. 1666) ສ້າງໂດຍຊາວນໍຣ໌ມັນ ຫຼັງຈາກໄຟໄໝ້ເມື່ອຄ.ສ. 1087 ໄລຍະເວລາທີ່ໃຊ້ໃນການກໍ່ສ້າງລວມ 200 ປີ ຈຶ່ງແລ້ວ ແຕ່ກໍມາເສຍຫາຍຈາກໄຟໄໝ້ໄປຫຼາຍເມື່ອຄ.ສ. 1136 ຫຼັງຄາທີ່ສ້າງລ້ວນແລ້ວແຕ່ຍັງເປັນໄມ້ທີ່ສາມາດຕິດໄຟໄດ້ຢ່າງດີ. ເມື່ອຄ.ສ. 1240 ວັດໄດ້ຮັບການສະຖາປະນາຢ່າງເປັນທາງການ.

ແຕ່ຫຼັງຈາກການສະຖາປະນາໄດ້ພຽງ 16 ປີ ວັດກໍ່ມີໂຄງການຂະຫຍາຍເພີ່ມອີກເມື່ອຄ.ສ. 1256 “ວຽກໃໝ່” ຄັ້ງນີ້ແລ້ວເມື່ອຄ.ສ. 1314 ແຕ່ວັດໄດ້ຮັບການສະຖາປະນາອີກເທື່ອເມື່ອຄ.ສ. 1300 ໂດຍໃຊ້ເວລາ 14 ປີກ່ອນການຂະຫຍາຍເພີ່ມຕື່ມຈະແລ້ວ. ມະຫາວິຫານເຊັ້ນຕ໌ພອລໃນຂະນະນັ້ນແມ່ນມະຫາວິຫານທີ່ເລິກເປັນທີສາມຂອງເອີລົບ ເມື່ອມີການຂຸດຄົ້ນທາງບູຮານຄະດີກໍພົບວ່າມະຫາວິຫານເຊັ້ນຕ໌ພອລເກົ່າເລິກ 585 ຟຸຕ ກວ້າງ 100 ຟຸຕ ຈາກແຂນກາງເຂນເໜືອເຖິງໃຕ້ກວ້າງ 290 ຟຸຕແລະມີມົນດົບທີ່ສູງທີ່ສຸດໃນເອີຣົປ ສູງປະມານ 489 ຟຸຕ.

ພໍມາຮອດຊຸມປີ 1600 ມະຫາວິຫານຕົກຢູ່ໃນສະພາບເສື່ອມໂຊມຫຼາຍ ໃນສະໄໝສົມເດັດພະເຈົ້າເຮນຣີທີ 8 ແລະ ພະເຈົ້າເອັດເວີຣ໌ດທີ 6 ວັດກໍໄດ້ຮັບຄວາມເສຍຫາຍຢ່າງໜັກຈາກຜົນຂອງພະລາຊະກິສະດີກາຍຸບອາຮາມແລະພະລາຊະກິສະດີກາເວນຄືນຊັບຂອງອາຮາມເປັນຂອງຫຼວງ (Chantries Act) ໂດຍມີການທຳລາຍເຄື່ອງຕົກແຕ່ງພາຍໃນຂອງວັດ ລະບຽງຄົດ ຫ້ອງໃຕ້ດິນພາຍໃນວັດ ຄູກາສູດມົນ ແລະບໍລິເວນເຮັດພິທີ ລວມທັງສິ່ງກໍ່ສ້າງອື່ນ ໆ ຂອງວັດ ອະສັງຫາລິມະຊັບບາງສ່ວນຂອງມະຫາວິຫານທີ່ບໍ່ຖືກທຳລາຍ ກໍຖືກຍຶດເປັນຂອງຫຼວງຫຼືບໍ່ກໍຖືກຂາຍຫຼືຖືກບັງຄັບໃຫ້ເຊົ່າ ໂດຍສະເພາະໃຫ້ກັບໂຮງພິມແລະຮ້ານປຶ້ມຜູ້ເປັນນິກາຍໂປຣເຕສແຕນຕ໌. ວັດສະດຸຈາກສິ່ງກໍ່ສ້າງທີ່ຖືກທຳລາຍກໍກາຍເປັນວັດສະດຸກໍ່ສ້າງສຳລັບສິ່ງກໍ່ສ້າງໃໝ່ ເຊັ່ນ ວັງຊອມເມີຣ໌ເຊ້ຕ (Somerset House) ຂອງລອຣ໌ດຜູ້ພິທັກໂອລິເວີຣ໌ ຄຣອມເວລລ໌ (Lord Protector Oliver Cromwell).

ທາງຕາເວັນອອກສຽງເໜືອຂອງມະຫາວິຫານເອີ້ນວ່າ “St Paul's Cross” ກາຍມາເປັນບ່ອນເທສະໜາກາງແຈ້ງ ເມື່ອຄ.ສ. 1561 ມົນດົບຂອງມະຫາວິຫານກໍຖືກຟ້າຜ່າແລະບໍ່ມີການສ້າງໃໝ່. ເຫດການຄັ້ງນີ້ ເຮັດໃຫ້ຜູ້ນັບຖືນິກາຍໂຣມັນຄາທໍລິກແລະໂປຣເຕສແຕນຕ໌ຖືກັນວ່າເປັນສັນຍານຈາກພະເຈົ້າທີ່ສະແດງຄວາມບໍ່ພໍໃຈໃນຄວາມແຕກແຍກຂອງນິກາຍທັງສອງ.

ມາຮອດປີ 1630 ອິນິໂກ ໂຈນສ໌ (Inigo Jones) ສະຖາປະນິກແບບຄລາສສິຄກໍສ້າງສາດ້ານໃໝ່. ແຕ່ມາຖືກທຳລາຍເສຍຫາຍໄປຫຼາຍລະຫວ່າງສົງຄາມກາງເມືອງອັງກິດ ພ້ອມເອກະສານຂອງວັດອີກນຳ.[2] “ມະຫາວິຫານເຊັ້ນພອນເກົ່າ” ມາຖືກທຳລາຍໝົດລະຫວ່າງໄຟໄໝ້ຄັ້ງໃຫຍ່ໃນລອນດອນໃນປີ 1666 ເຖິງແມ່ນຈະເປັນໄປໄດ້ທີ່ຈະສ້ອມແປງຈາກສິ່ງທີ່ຫຼົງເຫຼືອຈາກໄຟໄໝ້ ແຕ່ກໍມີການຕັດສິນໃຈໃຫ້ກໍ່ສ້າງວັດໃໝ່ທັງໝົດເປັນຕາມສະຖາປັດຕະຍະກຳຮ່ວມສະໄໝຂອງສະໄໝນັ້ນ ເຊິ່ງໃນປັດຈຸບັນເອີ້ນວ່າ ສະຖາປັດຕະຍະກຳແບບບາໂຣກ. ອັນທີ່ຈິງແລ້ວ ຄວາມຄິດທີ່ຈະສ້າງມະຫາວິຫານໃໝ່ກໍມີມາຕັ້ງແຕ່ກ່ອນທີ່ໄຟຈະໄໝ້ແລ້ວ.

“ມະຫາວິຫານເຊັ້ນຕ໌ພອລເຣັນ”

ດັດແກ້

ການອອກແບບແລະການກໍ່ສ້າງ

ດັດແກ້

ກະລິສະໂຕເຟີ ເຣັນ (Christopher Wren) ເປັນສະຖາປະນິກທີ່ໄດ້ຮັບການແຕ່ງຕັ້ງໃຫ້ເປັນຜູ້ອອກແບບມະຫາວິຫານເຊັ້ນຕ໌ພອລໃໝ່ ພ້ອມກັບວັດອື່ນໃນລອນດອນອີກປະມານ 50 ແຫ່ງໃນຂະນະດຽວກັນເມື່ອຄ.ສ. 1668 ແບບແຜນທໍາອິດທີ່ເຣັນອອກແບບເປັນການສ້າງມະຫາວິຫານໃໝ່ເທິງຖານເດີມ ແຕ່ແຜນນີ້ບໍ່ໄດ້ຮັບອະນຸຍາດໃນຄ.ສ. 1669 ຜັງທີສອງແມ່ນຮູບກາກະບາດ (Greek cross) ອອກແບບໃນຊ່ວງຄ.ສ. 1670-1672 ແຕ່ບໍ່ໄດ້ຮັບອະນຸຍາດອີກ ຍ້ອນຮູບທັນສະໄໝເກີນໄປ ເຊັ່ນດຽວກັບຜັງທີ່ເອົາມາດັດແກ້ທີ່ສ້າງຮູບຫຍໍ້ສ່ວນ 1:24 “Great Model” ທີ່ຕັ້ງສະແດງຢູ່ໃນຫ້ອງໃຕ້ດິນຂອງມະຫາວິຫານໃນປັດຈຸບັນ[3] ຜັງທີ່ໄດ້ຮັບການຍອມຮັບເປັນຜັງທີ່ອອກແບບເມື່ອຄ.ສ. 1675 ແບບທີ່ຍອມຮັບປະກອບດ້ວຍໂດມນ້ອຍມີຍອດແຫຼມທາງເທິງ ແຕ່ສົມເດັດພະເຈົ້າຊາຣ໌ລສ໌ທີ 2 ແຫ່ງອັງກິດ ຊົງອະນຸຍາດໃຫ້ເຣັນແກ້ໄຂສິ່ງຕົກແຕ່ງຂອງຜັງທີ່ “ຍອມຮັບ” ໄດ້ ເຣັນຈຶ່ງດັດແກ້ປ່ຽນແປງຈາກເດີມຫຼວງຫຼາຍ ລວມທັງຂະຫຍາຍຂະໜາດໃຫ້ໂດມໃຫຍ່ຂຶ້ນ ແລະເພີ່ມຫໍສອງຫໍທາງດ້ານຕະເວັນຕົກ ໂຕອາຄານເລີ່ມກໍ່ສ້າງເມື່ອເດືອນມິຖຸນາ ໂດຍມີໂທມັສ ສະຕຣອງ ຜູ້ເປັນຫົວໜ້ານາຍຊ່າງຫີນຂອງເຣັນ ເປັນຜູ້ວາງສິລາເລີກ ເມື່ອຄ.ສ. 1677.[4]

ອ້າງອີງ

ດັດແກ້
  1. ຄຣູເກີຣ໌ (Kruger), ຄ.ສ. 1943
  2. ເຄລລີ (Kelly), ຄ.ສ. 2004
  3. pages 12 to 26, Sir Christopher Wren: The Design of St Paul's Cathedral, Kerry Downes Trefoil Press 1988 (ການອອກແບບມະຫາວິຫານເຊັ້ນຕ໌ພອລ ໂດຍ ເຄີຣ໌ຣີ ດາວນສ໌)
  4. "The Worshipful Company of Masons: Company History". Archived from the original on 2013-05-31. Retrieved 2013-08-22.

ແຫຼ່ງຂໍ້ມູນອື່ນ

ດັດແກ້
 
Commons:Category