ລັດ: Difference between revisions

Content deleted Content added
ໜ້າໃໝ່: '''ລັດ''' (ເຄົ້າເດີມ: ຣັຖ) ແມ່ນ ກົນໄກທາງການເມືອງໂດຍມີອຳນາດອະທິປະໄ...
 
No edit summary
ແຖວ 2:
 
ອົງປະກອບສຳຄັນຂອງລັດ ມີ 4 ປະການ ແມ່ນ:
 
1. [[ປະຊາກອນ]]: ລັດທຸກລັດຈະຕ້ອງມີປະຊາກອນຈຳນວນນຶ່ງເຊິ່ງເປັນກຸ່ມຄົນທີ່ມີຈຸດມຸ່ງໝາຍແລະມີປະໂຫຍດຮ່ວມກັນ. ຈຳນວນປະຊາກອນຂອງແຕ່ລະລັດອາດມີຫຼາຍໜ້ອຍແຕກຕ່າງກັນໄປ ທີ່ສຳຄັນແມ່ນ ຈະຕ້ອງມີປະຊາກອນດຳລົງຊີບຢູ່ພາຍໃນຂອບເຂດຂອງລັດນັ້ນ.
 
2. ດິນແດນ: ລັດຕ້ອງມີດິນແດນອັນແນ່ນອນຂອງລັດນັ້ນ ກ່າວແມ່ນ ມີເສັ້ນເຂດແດນເປັນທີ່ຍອມຮັບຂອງນານາປະເທດທັງໂດຍຂໍ້ເທັດຈິງແລະໂດຍສົນທິສັນຍາ ທັງນີ້ລວມເຖິງພື້ນດິນ ພື້ນນ້ຳແລະພື້ນອາກາດ.
 
3. ອຳນາດອະທິປະໄຕ: ອຳນາດອະທິປະໄຕ ແມ່ນ ອຳນາດລັດ ໝາຍເຖິງ ອຳນາດສູງສຸດໃນການປົກຄອງປະເທດ ເຮັດໃຫ້ລັດສາມາດດຳເນີນການທັງໃນສ່ວນທີ່ກ່ຽວກັບການປົກຄອງພາຍໃນແລະພາຍນອກ.
 
4. [[ລັດຖະບານ]]: ລັດຖະບານແມ່ນ ອົງກອນຫຼືໜ່ວຍງານທີ່ດຳເນີນງານຂອງລັດໃນການປົກຄອງປະເທດ. ລັດຖະບານແມ່ນຜູ້ເຮັດໜ້າທີ່ສາທາລະນະສະໜອງເຈຕະນາລົມຂອງສາທາລະນະຊົນໃນລັດ ເພື່ອຮັກສາຜົນປະໂຫຍດຂອງປະຊາຊົນແລະປ້ອງກັນການຮຸກຮານຈາກລັດອື່ນ. ລັດຖະບານເປັນອົງກອນທາງການເມືອງທີ່ຂາດບໍ່ໄດ້ຂອງລັດ.
[[ໝວດ:ລັດ]]
ດຶງຂໍ້ມູນຈາກ "https://lo.wikipedia.org/wiki/ລັດ"