ພະເຈົ້າບຸເຣງນອງ
ພະເຈົ້າບຸເຣງນອງ (ອັງກິດ: Bayinnaung) ກະສັດພະມ້າພະອົງທີ 3 ໃນຣາຊະວົງຕອງອູ ອາດເອີ້ນໄດ້ວ່າ ເປັນກະສັດພະມ້າອົງທີ່ຄົນລາວແລະໄທ ຫຼືຊາວຕ່າງຊາດ ຮູ້ຈັກດີທີ່ສຸດກໍວ່າໄດ້ ຍ້ອນກຽດຕິປະຫວັດອັນເລື່ອງລືຂອງພະອົງ ຈຶ່ງມີສາຍາວ່າ "ພະເຈົ້າຊະນະສິບທິດ" ອີກທັງໃນປະເທດໄທຍັງມີວັນນະຄະດີປະເພດ ນິຍາຍປອມພົງສາວະດານຊື່ດັງທີ່ມີພະອົງເປັນໂຕເອກຂອງເລື່ອງ ແມ່ນ "ຜູ້ຊະນະສິບທິດ" ເຊິ່ງມີການນຳໄປສ້າງເປັນລະຄອນ ຮູບເງົາໃນພາຍຫຼັງຫຼາຍຕໍ່ຫຼາຍຄັ້ງ.
ພະເຈົ້າບຸເຣງນອງ | |||||
---|---|---|---|---|---|
ພະມະຫາກະສັດພະມ້າ | |||||
ພະລາຊາລຳດັບທີ່ 3 ແຫ່ງ ລາຊະວົງຕອງອູ | |||||
ສະເວີຍລາດ | ພ.ສ. 2094–2124 | ||||
Coronation | 12 ມັງກອນ 2097 | ||||
ກ່ອນໜ້າ | ພະເຈົ້າຕະເບັງຊະເວຕີ້ | ||||
ໄລຍະເວລາຄອງລາດ | 30 ປີ | ||||
ປະສູດ | 16 ມັງກອນ 2059 ຕອງອູ | ||||
ສິ້ນພະຊົນ | 10 ພະຈິກ 2124 (16 ມັງກອນ ຄ.ສ. 2059 (-66 ປີ)) ພະໂຄ | ||||
Consort | ພະນາງອະຕຸນສິລິມະຫາລາຊະເທວີ | ||||
ພະມະເຫສີ | ພະນາງຈັນທາເທວີ ພະນາງລາຊະເທວີ[1] ພະສຸພັນກັນລະຍາ | ||||
|
ພະເຈົ້າບຸເຣງນອງ ປະສູດເມື່ອວັນພຸດ ຂຶ້ນ 12 ຄ່ຳ ເດືອນກຸມພາ ຄ.ສ. 1516 ກ່ອນພະເຈົ້າຕະເບັງຊະເວຕີ້ພຽງ 1 ເດືອນ. ຕາມຄວາມເຊື່ອຂອງຄົນທົ່ວໄປ ເຊື່ອກັນວ່າພະນາມດັ້ງເດີມຂອງພະອົງແມ່ນ "ຈະເດັດ" (ຕາມນິຍາຍຜູ້ຊະນະສິບທິດຂອງໄທ) ແຕ່ຕາມຫຼັກຖານທາງປະຫວັດສາດ ພະນາມດັ້ງເດີມຂອງພະອົງອາດອອກສຽງວ່າ "ຈະເຕັດ" ໂດຍອາດແປວ່າ "ເຈົ້າປວກໄຕ່" (ໝາຍເຖິງ ປວກ ເຕັດ ໝາຍເຖິງ ໄຕ່ ຫຼື ປ່າຍປີນ) ແລະມີອີກໜຶ່ງຫຼັກຖານທີ່ລະບຸວ່າ ພະນາມດັ້ງເດີມແມ່ນ "ເຊັງເຢທຸດ" ເຊິ່ງແປໄດ້ວ່າ "ເຈົ້າຍອດຜູ້ກ້າ" (ເຊັງ ເປັນຄຳທີ່ເອີ້ນໜ້າຊື່ບຸກຄົນສຳຄັນ ເຢ ໝາຍຄວາມວ່າ ກ້າຫານ ແລະ ທຸດ ອາດແປໄດ້ຫຼາກຫຼາຍ ແຕ່ໃນບໍລິບົດນີ້ຄວນແປວ່າ ຍອດ).
ພະເຈົ້າບຸເຣງນອງ ນັບວ່າເປັນກະສັດພະມ້າທີ່ທາງພະມ້າຖືວ່າ ເປ້ນກະສັດຜູ້ຍິ່ງໃຫຍ່ຜູ້ 1 ໃນ 3 ພະອົງ ເນື່ອງຈາກເຫດທີ່ວ່າພະອົງເປັນກະສັດນັກຮົບທີ່ປາກົດພະກຽດຕິເລື່ອງລື ໂດຍໃນຍຸກສະໄໝຂອງພະອົງ ອານາຈັກຕອງອູ ມີຄວາມເຂັ້ມແຂງແລະກວ້າງໃຫຍ່ໄພສານຢ່າງທີ່ສຸດໃນປະຫວັດສາດ ໂດຍຄອບຄຸມອານາເຂດຕັ້ງແຕ່ລຸ່ມນ້ຳອິຣະວະດີຮອດລຸ່ມແມ່ນ້ຳຂອງ ມີປະເທສະຣາດຕ່າງໆ ຫຼວງຫຼາຍໃນພູມພາກອາຊີອາຄະເນ ແມ່ນ ຫົງສາວະດີ (ມອນ), ລ້ານຊ້າງ (ລາວ), ໄທໃຫຍ່, ຂະເໝນ, ຫວຽດນາມ, ອະຍຸດທະຍາ (ສະຫຍາມ), ຊຽງໃໝ່ (ລ້ານນາ) ເປັນຕົ້ນ.
ອ້າງອີງ
ດັດແກ້- ↑ Tun Aung Chain (2004). Selected Writings of Tun Aung Chain. Myanmar Historical Commission. p. 119.