ພຣະນາງຄຳຜູຍ

(ປ່ຽນເສັ້ນທາງມາຈາກ ພະນາງຄຳຜຸຍ)

ພະອັກຄະລະມະເຫສີເຈົ້າຍິງຄຳຜູຍ (ຄຳເຄົ້າ: ພຣະອັຄຣມເຫສີເຈົ້າຍິງຄຳຜູຍ; ອັງກິດ: Queen Kamabuy; ປະສູດ ເມື່ອວັນທີ 12 ກໍລະກົດ ຄ.ສ 1912 ທີ່ຫລວງພະບາງ ປະເທດລາວ — ສິ້ນພະຊົນ ເມື່ອວັນທີ 12 ທັນວາ ຄ.ສ 1981) ຄ້າຍສຳມະນາໃກ້ບ້ານສົບຮາວ ເມືອງຊຽງຄໍ້ ແຂວງຫົວພັນ ປະເທດລາວ ເປັນ ພະອັກຄະລະມະເຫສີ ໃນພະບາດສົມເດັດພະເຈົ້າມະຫາຊີວິດສີສະຫວ່າງວັດທະນາ ພະມະຫາກະສັດອົງສຸດທ້າຍແຫ່ງລາຊະອານາຈັກລາວ

ພະປະຫວັດ ດັດແກ້

ພະນາງຄຳຜູຍ ປະສູດ ເມື່ອວັນທີ່ 12 ກໍລະກົດ ຄ.ສ 1912 ທີ່ເມືອງຫລວງພະບາງ ປະເທດລາວ ເປັນພະທິດາ ໃນອົງສົມເດັດເຈົ້າຟ້າຊາຍຄຳພັນ ເຈົ້າກົມມະຫາເສນາບໍດີ ກັບ ສະເດັດເຈົ້າຍິງຄຳອ້ວນ ຕໍ່ມາພະນາງຄຳຜູຍ ໄດ້ອະພິເສກສົມລົດ ກັບພະບາດສົມເດັດພະເຈົ້າມະຫາຊີວິດສີສະຫວ່າງວັດທະນາ ເມື່ອວັນທີ່ 7 ສິງຫາ ຄ.ສ 1930 ຊົງມີພະໂອລົດ-ທິດາ ທັງໝົດ 7 ພະອົງ ໄດ້ແກ່:

ພະນາງໄດ້ດຳລົງ ພະອິດສິຍະຍົດເປັນ "ສົມເດັດພະລາຊິນີແຫ່ງລາຊະອານາຈັກລາວ" (Queen of Laos) ພະນາງ ແລະ ພະສະຫວາມີ ໄດ້ປະກອບພະລາຊະກໍລະນີຍະກິດ ທາງສາທາລະນະ ແລະ ງານປະເພນີການກຸສົນຢ່າງສະຫມ່ຳສະເໝີ ໃນວັນທີ 26 ພະຈິກ ຄ.ສ 1975 ພະເຈົ້າມະຫາຊີວິດສີສະຫວ່າງວັດທະນາ ຊົງສະລະລາຊະບັນລັງ ກ່ອນການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ 1 ອາທິດ ໂດຍຝ່າຍປະເທດລາວໄດ້ກໍ່ການລັດຖະປະຫານຍຶດອຳນາດ ແລະ ປ່ຽນແປງການປົກຄອງ ພະນາງ ແລະ ພະລາຊະວົງ ຊົງຖືກສົ່ງໄປຈອງຈຳທີ່ຄ້າຍສຳມະນາ ທີ່ບ້ານສົບຮາວ ພາຍຫລັງພະນາງກໍສິ້ນພະຊົນໃນວັນທີ່ 12 ທັນວາ ຄ.ສ 1981 ສິລິພະຊົນມາຍຸ 69 ພັນສາ.