ເຈົ້າຟ້າຊາຍມົງກຸດລາຊະກຸມານວົງສະຫວ່າງ

ເຈົ້າຟ້າຊາຍມົງກຸດລາຊະກຸມານວົງສະຫວ່າງ (ຄຳເຄົ້າ: ເຈົ້າຟ້າຊາຍມຸງກຸຕຣາຊກຸມາຣວົງສວ່າງ[1]) ປະສູດ 27 ກັນຍາ ຄ.ສ 1931 - ສິ້ນພະຊົນ 2 ພຶດສະພາ ຄ.ສ 1981) ມົງກຸດລາຊະກຸມານ ແຫ່ງລາຊະອານາຈັກລາວ ພະອົງສຸດທ້າຍ ເປັນພະລາດໂອລົດໃນພະບາດສົມເດັດພະເຈົ້າມະຫາຊີວິດສີສະຫວ່າງວັດທະນາ ແລະ ພະລາຊີນີເຈົ້າຟ້າຄຳຜຸຍ ເປັນຜູ້ອ້າງສິດ ໃນລາດຊະບັນລັງລາວ ຖັດຈາກພະລາຊະບິດາ ແຕ່ຫລັງຈາກຝ່າຍປະເທດລາວ ຍຶດອຳນາດສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພະອົງຖືກຈັບໄປເຂົ້າຄ້າຍສຳມະນາ ທີ່ເມືອງວຽງໄຊ ແຂວງຫົວພັນ ແລະ ຄາດວ່າພະອົງຈະສິ້ນພະຊົນໃນສູນສຳມະນາ ໝາຍເລກ 5 ກ່ອນ ພະນາງຄຳຜຸຍ ແລະ ພະເຈົ້າມະຫາຊີວິດ ທີ່ຖືກຄຸມຂັງຢູ່ທີ່ດຽວກັນ.

ເຈົ້າຟ້າຊາຍມົງກຸດລາຊະກຸມານວົງສະຫວ່າງ
Dynastyລາຊະວົງລ້ານຊ້າງຮົ່ມຂາວ
ເຈົ້າມະຫາຊີວິດ
– ຕຳແໜ່ງໃນນາມ –
ລາຊະວົງລ້ານຊ້າງຫຼວງພະບາງ
ເຈົ້າສຸລິຍະວົງ
ເຈົ້າຈັນສຸກ ສຸກທາລາ

ອ້າງອີງ ດັດແກ້

  1. ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.