ຕາມຄວາມເຊື່ອແລະບັນເທີງຄະດີແຕ່ບູຮານ ຜີ (ອັງກິດ: ghost) ເປັນວິນຍານ (soul) ຫຼືສະປິລິດ (spirit) ຂອງຄົນຫຼືສັດທີ່ຕາຍ ເຊິ່ງສາມາດປາກົດໃຫ້ຄົນເປັນເຫັນໄດ້. ບໍ່ວ່າຈະໃນຮູບທີ່ເບິ່ງເຫັນໄດ້ຫຼືສຳແດງອອກມາໃນຮູບອື່ນ. ລາຍລະອຽດການປາກົດໂຕຂອງຜີ ແມ່ນມີຫຼາກຫຼາຍຫຼາຍຕັ້ງແຕ່ການສະແດງຕົນແບບເບິ່ງບໍ່ເຫັນ ປາກົດເປັນຮູບຮ່າງບອບບາງທີ່ໂປ່ງແສງຫຼືແທບເບິ່ງບໍ່ເຫັນ ໄປຈົນເຖິງການເຫັນພາບສົມຈິງດຸດມີຊີວິດ.

ຜີ

ຄວາມເຊື່ອໃນການສະແດງຕົນຂອງວິນຍານຜູ້ຕາຍ ແມ່ນມີແພ່ຫຼາຍ ຢ້ອນໄປຕັ້ງແຕ່ວິນຍານນິຍົມຫຼືການບູຊາບັນພະບຸລຸດໃນວັດທະນະທຳກ່ອນຮູ້ປຶ້ມ. ຫຼັກໃນບາງສາສະໜາ ເຊັ່ນ ພິທີກຳງານສົບ ພິທີໄລ່ຜີ ຫຼັກເຈຕະນິຍົມບາງປະການແລະເວດມົນ ໄດ້ຮັບການອອກແບບມາເພື່ອປອບວິນຍານຂອງຜູ້ຕາຍໃຫ້ສະຫງົບໂດຍສະເພາະ. ຜີມັກໄດ້ຮັບການອະທິບາຍວ່າ ແມ່ນສິ່ງທີ່ຢູ່ໂດດດ່ຽວເຊິ່ງສິງສູ່ໃນສະຖານທີ່ ວັດຖຸຫຼືບຸກຄົນໜຶ່ງ ໆ ທີ່ຜີຜູກພັນຍາມມີຊີວິດຢູ່.