ປະເທດກົວເຕມາລາ
ກົວເຕມາລາ (ຫຼື ສະກົດ ກວາເຕມາລາ; ແອັດສະປາຍ: Guatemala) ມີຊື່ຢ່າງເປັນທາງການວ່າ ສາທາລະນະລັດກົວເຕມາລາ (ແອັດສະປາຍ: República de Guatemala) ແມ່ນປະເທດໃນພາກພື້ນອາເມລິກາກາງ ຕັ້ງຢູ່ທາງຕອນໃຕ້ຂອງທະວີບອາເມລິກາເໜືອ ມີຊາຍຝັ່ງຕິດກັບທັງມະຫາສະໝຸດປາຊີຟິກແລະທະເລກາຣາອິບ ພົມແດນດ້ານຕາເວັນຕົກຈົດເມັກຊິກ ຕາເວັນອອກສຽງເໜືອຈົດເບລິດ ແລະຕາເວັນອອກສຽງໃຕ້ຈົດຮົງດູຣັດແລະຊານວາດໍ.
ປະຊາກອນສາດ ແກ້ໄຂ
ປະເທດກົວເຕມາລາມີປະຊາກອນທັງໝົດປະມານ 14,647,083 (ປີ ຄ.ສ. 2014) ເຊິ່ງແມ່ນປະເທດທີ່ມີປະຊາກອນຫຼາຍເປັນອັນດັບທີ 70 ຂອງໂລກ.[1]
ເຊື້ອຊາດ ແກ້ໄຂ
ປະເທດກົວເຕມາລາມີປະຊາກອນທີ່ມີເຊື້ອຊາດຫຼາກຫຼາຍ ມີຜູ້ທີ່ມີເຊື້ອສາຍເມສະຕີໂຊ (ລູກຊອດຊາວແອສະປາຍແລະຊາວພື້ນເມືອງ) ແລະຜູ້ທີ່ມີເຊື້ອສາຍເອີລົບ ປະມານ 59.4% ສ່ວນທີ່ເຫຼືອແມ່ນຊາວພື້ນເມືອງອື່ນ ໆ (ປີ ຄ.ສ. 2001)[1].
ພາສາ ແກ້ໄຂ
ພາສາລັດຊະການຂອງປະເທດແມ່ນພາສາແອສະປາໂຍນ[1]ເຊິ່ງມີຜູ້ເວົ້າເປັນພາສາທຳອິດປະມານ 60% ຂອງປະເທດ ສ່ວນທີ່ເຫຼືອແມ່ນພາສາຊາວພື້ນເມືອງຂອງ ເຊິ່ງແມ່ນພາສາທີ່ເຄີຍເວົ້າກັນຢ່າງແພ່ຫຼາຍໃນປະເທດກ່ອນທີ່ກົວເຕມາລາຕົກເປັນຫົວເມືອງຂອງຈັກກະວັດແອສະປາຍ ພາສາຊາວພື້ນເມືອງທີ່ລັດຖະບານກົວເຕມາລາຮັບຮູ້ມີ 23 ພາສາ.[1]
ສາສະໜາ ແກ້ໄຂ
ຊາວກົວເຕມາລານັບຖືສອງສາສະໜາຫຼັກ ໆ ໄດ້ແກ່ ສາສະໜາຄະລິດ ແລະ ສາສະໜາທ້ອງຖີ່ນຂອງຊາວມາຢາຕ່າງ ໆ[1] ໂດຍສາສະໜາຄະລິດແບ່ງອອກເປັນສອງນິກາຍ ແມ່ນ ໂຣມັງກາໂຕລິກ ແລະ ປະໂຣແຕສະຕັງ.[1]