ບລູ ບີດໂທຣ (ຮູບເງົາ)

ບລູ ບີດໂທຣ (ອັງກິດ: Blue Beetle) ເປັນຮູບເງົາຊູເປີຮີໂຣອາເມຣິກາທີ່ກຽມອອກສາຍສ້າງຈາກຕົວລະຄອນຂອງດີຊີ ຄໍມິກສ໌ ບລູ ບີດໂທຣ/ເຈມ ເຣສ໌ ຜະລິດໂດຍດີຊີ ສະຕູດິໂອສ໌ ແລະ Safran Company ກຳກັບໂດຍແອງເຈລ ມາດູເອລ ໂຊໂຕ ຈາກບົດຮູບເງົາຂອງແກເຣດ ດັນເນັດ-ອັລໂຄເຊີ ມີເປົ້າໝາຍໃຫ້ເປັນຮູບເງົາເລື່ອງທີ 14 ໃນຈັກກະວານຂະຫຍາຍດີຊີ ຮູບເງົາເລື່ອງນີ້ນຳສະແດງໂດຍໂຊໂລ ມາຣິດູເອວຢາ ໃນບົດ ເຈມ ເຣສ໌/ບລູ ບີດໂທຣ ຮ່ວມກັບ Adriana Barraza, Damián Alcázar, Raoul Max Trujillo, ຊູຊານ ຊາແຣນດອນ ແລະ ຈັອດຈ໌ ໂລເປຊ.

ບລູ ບີດໂທຣ
ໂປສເຕີຮູບເງົາ
ກຳກັບແອງເຈລ ມາດູເອລ ໂຊໂຕ
ຂຽນບົດແກເຣດ ດັນເນັດ-ອັລໂຄເຊີ
ສ້າງຈາກຕົວລະຄອນ
from ດີຊີ
ອຳນວຍການສ້າງ
  • John Rickard
  • Zev Foreman
ນັກສະແດງນຳ
ກຳກັບພາບPawel Pogorzelski
ຕັດຕໍ່Craig Alpert
ດົນຕີປະກອບBobby Krlic
ບໍລິສັດຜູ້ສ້າງ
ຈຳໜ່າຍ/ເຜີຍແຜ່ວໍເນີ ບຣາເທີສ໌ ພິກເຈີສ໌
ວັນສາຍ
  • 18 ສິງຫາ ຄ.ສ. 2023 (2023-08-18)

17 ສິງຫາ 2566 (ປະເທດລາວ)
ຄວາມຍາວ127 ນາທີ[1]
ປະເທດສະຫະລັດອາເມຣິກາ
ພາສາ
ທຶນສ້າງ120 ລ້ານໂດລາສະຫະລັດ[2]

ການພັດທະນາຮູບເງົາເລີ່ມຂຶ້ນໃນປາຍເດືອນພະຈິກປີ 2018 ໂດຍມີ ດັນເນັດ-ອັລໂຄເຊີ ຮັບໜ້າທີ່ຂຽນບົດຮູບເງົາ ໂຊໂຕໄດ້ຮັບການວ່າຈ້າງໃຫ້ກຳກັບຮູບເງົາເລື່ອງນີ້ໃນເດືອນກຸມພາປີ 2021 ສຳລັບບໍລິການສະຕຣີມມິງເອັສບີໂອ ແມັກຊ໌ ມາຣິດູເອວຢາໄດ້ຮັບຄັດເລືອກໃນເດືອນສິງຫາ ແລະ ຮູບເງົາເລື່ອງນີ້ໄດ້ຮັບການປ່ຽງສາຍໃນໂຮງຮູບເງົາໃນເດືອນທັນວາ ການຄັດເລືອກໃນສະແດງເພີ່ມເຕີມມີຂຶ້ນໃນຊ່ວງປີ 2022 ກ່ອນທີ່ການຖ່າຍທຳຈະເລີ່ມຂຶ້ນຕັ້ງແຕ່ປາຍເດືອນພຶດສະພາ ຫາ ກາງເດືອນກໍລະກົດໃນນະຄອນແອດແລນຕາທີ່ Wilder Studios ໃນດີເຄເຕີ ລັດຈໍເຈຍ ລວມເຖິງໃນເອລ ປາໂຊ ລັດເທັກຊັດ ແລະ ປອກໂຕຣິໂກ.

ບລູ ບີດໂທຣ ມີກຳນົດເຂົ້າສາຍໃນອາເມຣິກາວັນສຸກທີ 18 ສິງຫາ 2023 ໂດຍວໍເນີ ບຣາເທີສ໌ ພິກເຈີສ໌ ສຳລັບໃນປະເທດລາວມີກຳນົດເຂົ້າສາຍໃນວັນພະຫັດທີ 17 ສິງຫາ 2023

ອ້າງອີງ ດັດແກ້

  1. Lang, Brad (July 10, 2023). "Blue Beetle's Lengthy Runtime Reportedly Surfaces". CBR. Archived from the original on July 10, 2023. Retrieved July 10, 2023.
  2. Cite error: Invalid <ref> tag; no text was provided for refs named Budget