ມິສຢູນິເວີຣສ 2022

(ປ່ຽນເສັ້ນທາງມາຈາກ ນາງງາມຈັກກະວານ 2022)

ມິສຢູນິເວີຣສ 2022 ຫຼື ນາງງາມຈັກກະວານ 2022 (ອັງກິດ: Miss Universe 2022) ເປັນການຈັດປະກວດມິສຢູນິເວີຣສ ຄັ້ງທີ 71 ແລະ ເປັນການຈັດການປະກວດມິສຢູນິເວີຣສຄັ້ງທຳອິດຂອງບໍລິສັດ ເຈເຄເອັນ ໂກລບອລ ກຣຸ໊ບ ຈຳກັດ (ມະຫາຊົນ) ຈາກປະເທດໄທ ຫຼັງຈາກເຂົ້າຊື້ທຸລະກິດທັງໝົດຂອງອົງກອນມິສຢູນິເວີຣສ (MUO) ມາຈາກເອັນເດຟເວີຂອງສະຫະລັດອາເມຣິກາ[2][3] ກຳນົດຈັດຂຶ້ນໃນວັນທີ 14 ມັງກອນ 2023 ຕາມເວລາທ້ອງຖິ່ນໃນ ນິວອໍລີນ ມໍຣຽລ ຄອນເວນຊັນ ເຊັນເຕີ ໃນ ນະຄອນນິວອໍລີນ ລັດຫຼຸຍເຊຍນາ ສະຫະລັດອາເມຣິກາ ໂດຍ ຫາຣນາສ ສັນດຸ ມິສຢູນິເວີຣສ 2021 ຈາກປະເທດອິນເດຍ ໄດ້ສົ່ງມົງກຸດໃຫ້ແກ່ ອາຣ໌ ບອນນີ ເກບຣຽລ ຈາກສະຫະລັດອາເມຣິກາ ເປັນມິສຢູນິເວີຣສຄົນທີ 71 ຂອງໂລກ ແລະ ເປັນນາງງາມຄົນທີ 9 ຈາກສະຫະລັດອາເມຣິກາທີ່ໄດ້ຮັບຕຳແໜ່ງນີ້

ມິສຢູນິເວີຣສ 2022
ວັນທີ14 ມັງກອນ 2023
ພິທີກອນ
ສິລະປິນຮັບເຊີນ
  • ບິກ ຟຣີເດຍ
  • ບິກ ແຊມສ໌ ຟັງກີ ເນຊັນ
  • ອາແມນດາ ຊໍ
  • ແທງ ແອນ ເດິແບນແກສ
  • ໂຢລັນດາ ອາດຳ
ສະຖານທີ່ຈັດນິວອໍລີນ ມໍຣຽລ ຄອນເວນຊັນ ເຊັນເຕີ, ນິວອໍລີນ ລັດຫຼຸຍເຊຍນາ ສະຫະລັດອາເມຣິກາ
ຖ່າຍທອດທາງ
ຜູ້ເຂົ້າຮ່ວມປະກວດ84[1]
ຜ່ານເຂົ້າຮອບ16
ເຂົ້າຮ່ວມຄັ້ງທໍາອິດ
ຖອນຕົວ
ກັບມາເຂົ້າຮ່ວມ
ຜູ້ຊະນະເລີດທຸງຊາດຂອງສະຫະລັດອາເມຣິກາ ສະຫະລັດອາເມຣິກາ
ອາຣ໌ ບອນນີ ເກບຣຽລ
ມິດຕະພາບ
← 2021
2023 →

ເຈົ້າພາບ ດັດແກ້

 
ນິວອໍລີນ ເອີຣ໌ເນສ ເອັນ. ມໍຣຽລ ຄອນເວນຊັນ ເຊັນເຕີ ໃນ ນິວອໍລີນ ລັດຫຼຸຍເຊຍນາ ສະຫະລັດອາເມຣິກາ, ສະຖານທີ່ສຳລັບການປະກວດມິສຢູນິເວີຣສ 2022

ໃນເດືອນກັນຍາ ປີ 2022 ໜັງສືພິມ El Vocero ຂອງປວຍໂຕຣີໂກລາຍງານວ່າອົງກອນມິສຢູນິເວີຣສ (MUO; ໃນຂະນະນັ້ນເອນເດຟເວີຂອງສະຫະລັດອາເມຣິກາຍັງເປັນເຈົ້າຂອງ) ໄດ້ສົ່ງອີເມລສົ່ງຜູ້ອຳນວຍການລະດັບປະເທດ ໂດຍລະບຸວ່າ ມິສຢູນິເວີຣສ 2022 ຈະຈັດຂຶ້ນໃນຊ່ວງໄຕມາດທໍາອິດຂອງປີ 2023 ເນື່ອງຈາກມີການແຂ່ງຂັນບານໂລກ 2022 ໃນເດືອນພະຈິກ ແລະ ເດືອນທັນວາ ເພື່ອບໍ່ໃຫ້ເກີດການຕຳກັນຂອງກິດຈະກຳ ແລະ ຖ່າຍທອດສົດ[4][5] El Vocero ຍັງຄາດການນຳວ່າ ລອນແອນເຈິລີສ, ໄມແອມີ, ນິວອໍລີນ ສະຫະລັດອາເມຣິກາ ແລະ ເມືອງຍາຈາງ ແຂວງແຄງຮ່ວາ ປະເທດຫວຽດນາມ ເປັນໜຶ່ງໃນເມືອງທີ່ຈະເປັນເຈົ້າພາບຈັດການປະກວດ[6][7][8] ຕໍ່ມາບໍ່ດົນ ພອລລາ ຊູກຣາດ ປະທານ MUO ໃຫ້ສຳພາດກັບ ABS-CBN News and Current Affairs ວ່າການປະກວດຈະຈັດຂຶ້ນໃນເດືອນມັງກອນ 2023 ໂດຍຢືນຢັນວ່າສາເຫດຂອງການເລື່ອນຄືເພື່ອຫຼີກລ້ຽງບານໂລກ 2022 ຕໍ່ມາເມື່ອວັນທີ 19 ກັນຍາ MUO ປະກາດວ່າການປະກວດຈະຈັດຂຶ້ນໃນວັນທີ 14 ມັງກອນ 2023 ຕາມເວລາທ້ອງຖິ່ນໃນນິວອໍລີນ ມໍຣຽລ ຄອນເວນຊັນ ເຊັນເຕີ ໃນນິວອໍລີນ ລັດຫຼຸຍເຊຍນາ ສະຫະລັດອາເມຣິກາ[9]

ທັງນີ້ ຄັ້ງນີ້ຈະເປັນຄັ້ງທີ 4 ໃນປະຫວັດສາດຂອງການປະກວດທີ່ຈັດຫຼັງຈາກສິ້ນສຸດປິປະຕິທິນ ຕັ້ງແຕ່ມິສຢູນິເວີຣສ 2014, ມິສຢູນິເວີຣສ 2016 ແລະ ມິສຢູນິເວີຣສ 2020 ເຊິ່ງຈັດການປະກວດຂຶ້ນໃນປີຖັດຈາກນັ້ນ

ຜົນການປະກວດ ດັດແກ້

 
ຜົນການປະກວດມິສຢູນິເວີຣສ 2022 ຮອບໄຟນອລ
ຜົນການປະກວດ ຜູ້ເຂົ້າປະກວດ
ມິສຢູນິເວີຣສ 2022
ຮອງອັນດັບ 1
ຮອງອັນດັບ 2
3 ຄົນສຸດທ້າຍ
5 ຄົນສຸດທ້າຍ
16 ຄົນສຸດທ້າຍ
  • § – ຜ່ານເຂົ້າຮອບ 16 ຄົນສຸດທ້າຍຈາກການໂຫວດອອນລາຍ

ລຳດັບການປະກວດຊື່ ດັດແກ້

16 ຄົນສຸດທ້າຍ
  1.   ປວຍໂຕຣີໂກ – ແອຊລີ ຄາຣິໂຢ
  2.   ເຮຕິ – ມິນິລິນ ເຟລິຊໍ
  3.   ອົດສະຕຣາລີ – ໂມນິໄຄວ ຣີລີ
  4.   ສາທາລະນະລັດໂດມິນີກັນ – ອັນເດຣນາ ມາຣ໌ຕິເນຊ
  5.   ລາວ – ປ່າເຢັ້ງຊາ ລໍ່ §
  6.   ອາຟຣິກາໃຕ້ – ເອັນດາວີ ໂນເຄຣີ
  7.   ປອກຕຸຍການ – ເທລມາ ມາເດຣາ
  8.   ການາດາ – ອາເມເລຍ ຕູ
  9.   ເປຣູ – ອາເລສເຊຍ ໂຣເວໂຢ
  10.   ຕຣີນີດັດ ແລະ ໂຕບາໂກ – ທີຢາ ເຈນ ຣາເມຢ໌
  11.   ຄູຣາຊາວ – ກາເບຣຍລາ ດອສ ຊານໂດສ
  12.   ອິນເດຍ – ດິວີຕາ ຣາຍ
  13.   ເວເນຊູເອລາ – ອາແມນດາ ດູດາເມລ
  14.   ແອສະປາຍ – ອາລີເຊຍ ໂຟເບລ
  15.   ສະຫະລັດອາເມລິກາ – ອາຣ໌ ບອນນີ ເກບຣຽວ
  16.   ໂຄລັມເບຍ – ມາເຣຍ ເຟີນັນດາ ອາຣິສຕິຊາບັລ
5 ຄົນສຸດທ້າຍ
  1.   ເວເນຊູເອລາ – ອາແມນດາ ດູດາເມລ
  2.   ສະຫະລັດອາເມລິກາ – ອາຣ໌ ບອນນີ ເກບຣຽວ
  3.   ປວຍໂຕຣີໂກ – ແອຊລີ ຄາຣິໂຢ
  4.   ຄູຣາຊາວ – ກາເບຣຍລາ ດອສ ຊານໂດສ
  5.   ສາທາລະນະລັດໂດມິນີກັນ – ອັນເດຣນາ ມາຣ໌ຕິເນຊ
3 ຄົນສຸດທ້າຍ
  1.   ສາທາລະນະລັດໂດມິນີກັນ – ອັນເດຣນາ ມາຣ໌ຕິເນຊ
  2.   ສະຫະລັດອາເມລິກາ – ອາຣ໌ ບອນນີ ເກບຣຽວ
  3.   ເວເນຊູເອລາ – ອາແມນດາ ດູດາເມລ

ລາງວັນພິເສດ ດັດແກ້

ລາງວັນ ຜູ້ເຂົ້າປະກວດ
Impact Wayv Award ຜູ້ສ້າງອິນແພັກໃຫ້ກັບສັງຄົມ
  •   ໄທ – ແອນນາ ເສືອງາມອ່ຽມ
ນາງງາມມິດຕະພາບ

ກຳມະການ ດັດແກ້

ເມື່ອວັນທີ 10 ມັງກອນ ປີ 2023 ອົງກອນໄດ້ປະກາດຄະນະກຳມະການຄັດເລືອກ:[10]

  • ຈິເບນາ ນາບາເຣເຕ – ນັກສະແດງ ນາງແບບ ພິທີກອນ ລາຍການໂທລະພາບຊາວເມັກຊິໂກ ແລະ ມິສຢູນີເວີຣສ 2010
  • ບິກ ຟຣີເດຍ – ແຣັບເປີ ແລະ ນັກສະແດງຊາວອາເມລິກາ
  • ມາຣາ ມາຕິນ – ນາງແບບ ແລະ ຜູ້ຮ່ວມກໍ່ຕັ້ງ ໄວຣັລ ມີເດຍ ພີອາຣ໌
  • ເວນດີ ຟີດຊ໌ວິລລຽມ – ນັກສະແດງຍິງ ນາງແບບ ທະນາຍຄວາມຊາວຕຣີນີດັດ ແລະມິສຢູນີເວີຣສ 1998
  • ເອມິລີ ອອສຕິນ – ນັກສະແດງຍິງ ນັກຂ່າວກິລາ ນາງແບບຊາວອາເມລິກາ ແລະ ຜູ້ມີອິດທິພົນໂຊຊຽວມີເດຍ
  • ໂອລິເວຍ ຄິໂດ – ຊີອີໂອ ແລະ ຜູ້ກໍ່ຕັ້ງ ໂອສກິນ ເມດ ສະປາ
  • ເມຍກາ ເດລລາໂນສ – ພິທີກອນລາຍການໂທລະພາບ ແລະ ວິທະຍຸ ນັກຂ່າວ ນັກຂຽນ ແລະ ນັກສັງຄົມສົງເຄາະຊາບອາເມລິກາ
  • ສະເວຕາ ພາເທລ – ນັກຂຽນ ສະມາຊິກສະພາຟອບສ໌ ແລະ ຜູ້ກໍ່ຕັ້ງ ຮີລເວດາ
  • ໂອລິເວຍ ຈໍແດນ – ນັກສະແດງ ນາງແບບ ພິທີກອນລາຍການໂທລະພາບຊາວອາເມລິກາ ແລະ ມິສຢູເອສເອ 2015 (ກຳມະການສະເພາະຮອບພຣີລີມມິເນຣີ)
  • ແຄທລີນ ເວເທຣລລາ – ປະທານເຈົ້າໜ້າທີ່ຝ່າຍການຕະຫຼາດຂອງອິມແພັດທ໌ ເວຍ໌ ວີ(ກຳມະການສະເພາະຮອບພຣີລີມມິເນຣີ)

ຜູ້ເຂົ້າປະກວດ ດັດແກ້

ໝາຍເຫດ ດັດແກ້

ການເຂົ້າຮ່ວມປະກວດລະດັບນານາຊາດໃນເວທີອື່ນ ດັດແກ້

ອ້າງອີງ ດັດແກ້

  1. "Miss Universe 2022". Miss Universe (in ອັງກິດ). Retrieved 17 November 2022.
  2. "การได้มาซึ่งกิจการทั้งหมดขององค์กรนางงามจักรวาล (Miss Universe Organization) รวมถึงลิขสิทธิ์ที่เกี่ยวข้องกัน", ตลาดหลักทรัพย์แห่งประเทศไทย, 2022-10-26 Archived 2022-10-27 at the Wayback Machine
  3. "'แอน-จักรพงษ์' ถือครองกิจการ 'องค์กรนางงามจักรวาล' เป็นความภูมิใจของคนไทย". เดลินิวส์ (in ໄທ).
  4. Jan Figueroa Roqué. "Aplazado Miss Universe para 2023 y suena Puerto Rico como sede – Habrá dos ediciones de Miss Universe el próximo año", September 2, 2022 (in es)
  5. "Miss Universe 2022 postponed to next year". The National. 4 September 2022. Retrieved 2022-09-06.
  6. "Miss Universe 2022 moved to 2023" (in ຕາກາລອກ). PEP.ph. 2022-09-02.
  7. "Miss Universe postpones the date of the contest for 2023" (in ອັງກິດ). Rival Times. September 1, 2022.
  8. Tagala, Don (16 September 2022). "Miss Universe Organization president talks pageant changes, 'for sale' report". ABS-CBN News. Retrieved 16 September 2022.
  9. Bracamonte, Earl (2022-09-19). "Miss Universe 2022 reveals date, venue; confirms moms, wives can join". The Philippine Star (in ອັງກິດ). Retrieved 2022-09-19.
  10. "Meet our Selection Committee". Instagram. 11 January 2023.

ແຫຼ່ງຂໍ້ມູນອື່ນ ດັດແກ້