ທະນາຄານອິນດູຈີນ (ສະຫະພັນອິນດູຈີນຝະລັ່ງ)

ເງິນອິນດູຈີນຝະລັ່ງ ໃບ 20 ປີອາດ 1898, ສາຂາໄຊງ່ອນ

ປະຫວັດ ດັດແກ້

ທະນາຄານອິນດູຈີນ(Banque de l'Indochine) ແມ່ນ ທະນາຄານຈັດພິມທະນາບັດ ຕັ້ງຂຶ້ນ ຢູ່ ນະຄອນຫຼວງປາລີ ໃນ ວັນທີ 21 ມັງກອນ ປີ 1875 ສຳລັບ ຫົວເມືອງຂຶ້ນ ຂອງ ຝະລັ່ງ ຢູ່ ອາຊີອາຄະເນ ແລະ ອາຊີຕາເວັນອອກໄກ. ທະນາຄານດັ່ງກ່າວ ໄດ້ໂຮມໂຕເຂົ້າກັບ ທະນາຄານຊູເອ (Banque de Suez)ໃນປີ 1974 ເປັນ ທະນາຄານອິນໂດຊູເອ (Indosuez) ເຊິ່ງຍັງດຳເນີນງານພາຍໃຕ້ ກຸ່ມບໍລິສັດເຄຣດີອາກຣີໂກລ (Crédit Agricole).

ສາຂາຢູ່ອາຊີ ດັດແກ້

ເມືອງ ປະເທດ ເປີດ ປິດ
ໂຕກຽວ ຍີ່ປຸ່ນ ພະຈິກ 1942 ກັນຍາ 1945
ໂຢະໂກະຮະມະ ຍີ່່ປຸ່ນ ມີຖຸນາ 1941 ພະຈິກ 1942
ຊຽງໄຮ້ ຈີນ 1899 1955
ທຽນສິງ ຈີນ 1902 ບໍ່ຊັດເຈນ
ປັກກິ່ງ ຈີນ ບໍ່ຊັດເຈນ ບໍ່ຊັດເຈນ
ຮ່າໂນ້ຍ ຫວຽດນາມ 1887 ບໍ່ຊັດເຈນ
ຮາຍຟອງ ຫວຽດນາມ 1885 ບໍ່ຊັດເຈນ
ກວາງຊູວັນ ຫົວເມືອງຂຶ້ນຝະລັ່ງ ບໍ່ຊັດເຈນ ບໍ່ຊັດເຈນ
ຮົງກົງ ຈີນ 1894 19742
ສິງກະໂປ ສິງກະໂປ 1905 ບໍ່ຊັດເຈນ
ພອດວິລາ ນິວເຮບຣິດ 1948 ອິນໂດຊູເອ ເອົາສາຂາ ຕັ້ງເປັນທະນາຄານອິນໂດຊູເອວານູອາຕູ ໃນ ປີ 1978. ໃນປີ 1993, ທະນາຄານອິນໂດຊູເອ ຂາຍກິດຈະການ ຢູ່ ວານູອາຕູ ໃຫ້ ທະນາຄານຮາວາຍ.
ປາປີເຕ ໂປລີເນເຊຍຝະລັ່ງ 1905 ເປັນທະນາຄານຈັດພິມເງິນ ຈົນຮອດ ກາງຊຸມປີ 1960. ໃນ 1990, ເວັສເພັກ ຊື້ ກິດຈະການ ຂອງ ອິນໂດຊູເອ ຢູ່ ຕາຮິຕີ.
ນິວກາເລໂດເນຍ ຫົວເມືອງຂຶ້ນຝະລັ່ງ 1888 ເປັນທະນາຄານຈັດພິມເງິນ ຈົນຮອດ 1966.