ປັດຊະຍາ
ປັດຊະຍາ (ຄຳເຄົ້າ: ປຣັຊຍາ[1] ອັງກິດ: Philosophy ຈາກພາສາ ເກຣັກ: φιλοσοφία) ແມ່ນການສຶກສາທາງດ້ານການຄິດ ແລະ ການຕັດສິນໃຈຢ່າງເປັນລະບົບ ກ່ຽວກັບຄຳຖາມພື້ນຖານຂອງຊີວິດ ເຊັ່ນ: ຄວາມເປັນຈິງແມ່ນຫຍັງ, ເຮົາຮູ້ຈັກສິ່ງຕ່າງໆໄດ້ແນວໃດ, ອັນໃດແມ່ນຄວາມດີ ແລະ ຄວາມຊົ່ວ, ຫຼື ມະນຸດຄິດ ແລະ ໃຊ້ເຫດຜົນແນວໃດ.

ຈຸດປະສົງຂອງປັດຊະຍາແມ່ນ ເພື່ອສ້າງຄວາມເຂົ້າໃຈທີ່ເລິກເຊິ່ງ ແລະ ຊອກຫາຄຳຕອບທີ່ມີເຫດມີຜົນຕໍ່ຄຳຖາມທີ່ສຳຄັນທີ່ສຸດຂອງມະນຸດ.
ປະຫວັດ
ດັດແກ້ປັດຊະຍາ ເຊິ່ງມີຄວາມໝາຍວ່າ “ຄວາມຮູ້ອັນປະເສີດ” ຈາກພາສາສັນສະກິດໂດຍໄດ້ມາຈາກສອງຄຳສັບຄື: “ປະຣະ” ທີ່ແປວ່າປະເສີດ ແລະ ຄຳວ່າ: “ຊະຍາ” ທີ່ແປວ່າຄວາມຮູ້ອັນປະເສີດ ໝາຍເຖິງຄວາມຮູ້ທີ່ເກີດຂຶ້ນພາຍຫຼັງໄດ້ຮັບການພິຈາລະນະຢ່າງຖີ່ຖ້ວນ, ໃນພາສາອັງກິດໃຊ້ຄຳວ່າ: Philosophy ເຊິ່ງມີເຄົ້າເດີມມາຈາກສັບວ່າ philo-sophia (Φιλοσοφία) ໃນພາສາເກຣັກ philos ແປວ່າ: ຄວາມຮັກ ແລະ sophia ແປວ່າ ຄວາມຮູ້ ເມື່ອຮວມເຂົ້າກັນຈຶ່ງມີຄວາມໝາຍວ່າ: “ຄວາມຮັກໃນຄວາມຮູ້” ຫຼື ຄວາມປາຖະໜາທີ່ຈະເຂົ້າເຖິງຄວາມຮູ້ ຄືປຣັດຊະຍາ.
ມີປັດຊະຍາຫຼາຍປະເພດທີ່ເກີດຈາກເວລາ ແລະ ສະຖານທີ່ທີ່ແຕກຕ່າງກັນ. ບາງປັດຊະຍາກອນເກີດມາຈາກ ເກຣັກແບບເກົ່າ (Ancient Greece), ເຊັ່ນ ປະລາຕົງ ແລະ ອາຣິສໂຕເຕິນ. ບາງຄົນກໍ່ມາຈາກອາຊີເຊັ່ນ: ຂົງຈື້, ພະພຸດທະເຈົ້າ, ອາດິ ຊັງກາຣາ, ແລະ ເລາຈື້. ສ່ວນບາງຄົນເປັນນັກປັດຊະຍາຍຸກກາງໃນເອີຣົບ, ເຊັ່ນ ວິລລຽມ ອອຟ ອອກແຄມ ຫຼື ເຊນ ໂທມັສ ອະຄິນນາສ.
ນັກປັດຊະຍາຜູ້ມີອິດທິພົນໃນ ຊຸມປີ 1600-1700 ລວມມີ ໂທມັສ ຮັບບສ (Thomas Hobbes), ເຣເນ ເດກາຣຕ (René Descartes), ຈອນ ລັອກ (John Locke), ກັອດຟຣິດ ໄລບນິດ (Gottfried Leibniz), ເດວິດ ຮູມ (David Hume), ແລະ ອິມມານູເວລ ຄັນ (Immanuel Kant).
ສ່ວນນັກປັດຊະຍາສຳຄັນໃນ ຊຸມປີ 1800 ແມ່ນ ເຈອກ ເຮເກລ (Georg Hegel), ເຊີເຣນ ເຄຍເກກາດ (Søren Kierkegaard), ແລະ ຟຣິດຣິດ ນີຊເຊ (Friedrich Nietzsche), ໃນຂະນະທີ່ ຊຸມປີ 1900 ໃຫ້ເຮົາມີ ມາຣຕິນ ໄຮເດກເກີ (Martin Heidegger) ແລະ ລຸດວິກ ວິດຕະກິນສະໄຕນ (Ludwig Wittgenstein).
ອ້າງອີງ
ດັດແກ້- ↑ ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.