ພອນມະຫັດສະຈັນ

ຮູບເງົາແອນິເມຊັນຂອງດິສນີປີ 2023
(ປ່ຽນເສັ້ນທາງມາຈາກ Wish (2023))

ພອນມະຫັດສະຈັນ (ອັງກິດ: Wish) ເປັນຮູບເງົາປະເພດຄອມພິວເຕີແອນິເມຊັນ[5] ແນວຈິນຕະນາການ-ດົນຕີທີ່ສາຍໃນປີ 2023 ອຳນວຍການສ້າງໂດຍວໍລ ດິສນີ ແອນິເມຊັນ ສະຕູດິໂອສ໌ ແລະ ຈັດຈຳໜ່າຍໂດຍວໍລ ດິສນີ ສະຕູດິໂອສ໌ ໂມຊັນ ພິກເຈີ ເປັນຮູບເງົາແອນິເມຊັນລຳດັບທີ 62 ທີ່ສ້າງໂດຍສະຕູດິໂອສ໌ ກຳກັບໂດຍຄຣິສ ບັກ ແລະ ຝົນ ວີຣະສຸນທອນ (ຜົນງານການກຳກັບເລື່ອງທຳອິດ) ອຳນວຍການສ້າງໂດຍ Peter Del Vecho ແລະ Juan Pablo Reyes ຂຽນບົດໂດຍເຈນນິເຟີ ລີ ແລະ ອັລລິສັນ ມົວຣ໌ ລັກສະນະງານສິລະປະເປັນການປະສົມປະສານຄອມພິວເຕີແອນິເມຊັນເຂົ້າກັບແອນິເມຊັນສີນ້ຳແບບດັ້ງເດີມຂອງດິສນີ ຜູ້ພາກສຽງຕົວລະຄອນຫຼັກໄດ້ແກ່: ອາຣີອານາ ເດີໂບສ, ຄຣິສ ພາຍ, Alan Tudyk, Angelique Cabral, Victor Garber, Natasha Rothwell, ເຈນນິເຟີ ຄູມິຢາມະ, ເອວັນ ປີເຕີສ໌, Harvey Guillén, Ramy Youssef, Niko Vargas, Della Saba ແລະ Jon Rudnitsky.

ພອນມະຫັດສະຈັນ
ໂປສເຕີຮູບເງົາ ພອນມະຫັດສະຈັນ ສະບັບພາສາອັງກິດ
ກຳກັບ
ຂຽນບົດ
ອຳນວຍການສ້າງ
ນັກສະແດງນຳ
ດົນຕີປະກອບDavid Metzger
ບໍລິສັດຜູ້ສ້າງ
ຈຳໜ່າຍ/ເຜີຍແຜ່ວໍລ ດິສນີ ສະຕູດິໂອສ໌ ໂມຊັນ ພິກເຈີ
ວັນສາຍ22 ພະຈິກ 2923 (ສະຫະລັດອາເມຣິກາ)
23 ພະຈິກ 2023 (ລາວ)
ຄວາມຍາວ92 ນາທີ[1]
ປະເທດສະຫະລັດອາເມຣິກາ
ພາສາອັງກິດ
ທຶນສ້າງ200 ລ້ານໂດລາສະຫະລັດ[2]
ລາຍໄດ້209.8 ລ້ານໂດລາສະຫະລັດ[3][4]

ພອນມະຫັດສະຈັນ ມີກຳນົດອອກສາຍໃນສະຫະລັດອາເມຣິກາໃນວັນທີ 22 ພະຈິກ 2023 ໂດຍວໍລ ດິສນີ ສະຕູດິໂອສ໌ ໂມຊັນ ພິກເຈີ ແລະ ມີກຳນົດອອກສາຍໃນປະເທດລາວໃນວັນທີ 23 ພະຈິກ ໃນປີດຽວກັນ.

ອ້າງອີງ ດັດແກ້

  1. Freitag, Lee (September 15, 2023). "Disney's Wish Movie Gets a Surprisingly Short Runtime". Comic Book Resources (in ອັງກິດ). Retrieved September 19, 2023.
  2. Fuster, Jeremy (June 19, 2023). "The Flash and Elemental Flops Send Red Alerts for 2 of Hollywood's Biggest Box Office Brands | Analysis". TheWrap. Retrieved July 19, 2023.
  3. "Wish (2023) - Financial Information". The Numbers. Retrieved January 10, 2024.
  4. "Wish (2023)". Box Office Mojo. Retrieved January 10, 2024.
  5. https://www.ign.com/articles/wish-filmmakers-considered-going-full-2d-for-disneys-100th-anniversary-heres-why-they-didnt

ແຫຼ່ງຂໍ້ມູນອື່ນ ດັດແກ້