ໝ່ອມລາຊະວົງຖະໜັດສີ ສະຫວັດດິວັດ

ໝ່ອມລາຊະວົງຖະໜັດສີ ສະຫວັດດິວັດ (ໄທ: หม่อมราชวงศ์ถนัดศรี สวัสดิวัตน์) (ຄຳເຄົ້າ: ຫມ່ອມຣາຊວງສ໌ຖນັດສຣີ ສວັສດິວັຕນ໌) (28 ພຶດສະພາ ຄ.ສ. 1927-27 ສິງຫາ ຄ.ສ. 2019) ແມ່ນນັກສະແດງ ນັກຮ້ອງ ນັກຂຽນ ແລະນັກຈັດລາຍການວິທະຍຸໂທລະທັດ ມີຊື່ສຽງແມ່ນທີຮູ້ຈັກການແນະນຳແລະຈັດລະດັບຄວາມແຊ່ບຂອງຮ້ານອາຫານ ໃນຊື່ "ເຊລລ໌ຊວນຊິມ" ສັນຍາລັກຖ້ວຍລາຍຂຽວ ທາງໜັງສືພິມສະຫຍາມລັດ ຕັ້ງແຕ່ ຄ.ສ. 1962 ໂດຍດັດແປງມາຈາກ "ມິດຊະລິນໄກດ໌" ຂອງຜະລິດຕະພັນມິດຊະລິນ

ໝ່ອມລາຊະວົງຖະໜັດສີ ສະຫວັດດິວັດ
ຊື່ເກີດໝ່ອມລາຊະວົງຖະໜັດສີ ສະຫວັດດິວັດ
ຊື່ຫຼີ້ນຄຸນຊາຍໝຶກ
ເກີດ 28 ພຶດສະພາ ຄ.ສ. 1927
ໝ່ອມລາຊະວົງຖະໜັດສີ ສະຫວັດດິວັດ
ເສຍຊີວິດ 27 ສິງຫາ ຄ.ສ. 2019 (92 ປີ)
ຄູ່ສົມລົດ ໝ່ອມຫຼວງປະອອນ ມາລາກຸນ (2495-2501)
ໂລດຈະນາ ສະຫວັດດິວັດ ນະ ອະຍຸດທະຍາ (2505-ປັດຈຸບັນ)
ບຸດ ໝ່ອມຫຼວງສິຣິສະເຫຼີມ ສະຫວັດດິວັດ
ໝ່ອມຫຼວງເພີ່ມວຸດ ສະຫວັດດິວັດ
ໝ່ອມຫຼວງພາສັນ ສະຫວັດດິວັດ
ອາຊີບ ນັກຊິມ, ນັກຈັດລາຍການວິທະຍຸແລະໂທລະພາບ, ນັກຂຽນ, ນັກຮ້ອງ, ນັກສະແດງ
ປີທີ່ສະແດງ ຄ.ສ. 1943- ປັດຈຸບັນ
ສິລະປິນແຫ່ງຊາດ
ຄ.ສ. 2008 - ສາຂາສິລະປະການສະແດງ (ດົນຕີໄທສາກົນ-ຂັບຮ້ອງ )
ຮາງວັນໂທລະພາບທອງຄຳ
ຄ.ສ. 2008 - ກຽດຕິຍົດຄົນທີວີ

ລາຍການໂທລະພາບ "ການບິນໄທໄຂຈັກກະວານ" "ຄອບຈັກກະວານ" (ແລະມີລາຍການວິທະຍຸ) ຕິດຕໍ່ກັນມານານຫຼາຍປິ

ນອກຈາກນີ້ຍັງເປັນນັກຮ້ອງເພງລູກກຸງ ທີມີຊື່ສຽງ ເຊັ່ນ ຂ້ອງຈິດ, ສີຊັງ, ຍາມຮັກ, ຫວງຮັກ, ວະນາສະຫວາດ, ລະຄັງທອງ, ໂສກ

ປະຫວັດ ດັດແກ້

ໝ່ອມລາຊະວົງຖະໜັດສີ ສະຫວັດດິວັດ ແມ່ນບຸດຄົນໂຕໃນໝ່ອມເຈົ້າສະເຫຼີມສີ ສະຫວັດດິວັດ ກັບໝ່ອມຈະເລີນ ສະຫວັດດິວັດ ນະ ອະຍຸດທະຍາ ເກີດທີ່ວັງເພັດຊະບູນ (ປັດຈຸບັນຄືສູນການຄ້າເຊັນທຣັລເວີລດ໌) ເຕີບໂຕຢູ່ພາຍໃນວັງສະປະທຸມມີພີ່ນ້ອງ ຄື ໝ່ອມລາຊະວົງສະໜອງສີ ສະຫວັດດິວັດ ແລະໝ່ອມລາຊະວົງເພີ່ມສີ ສະຫວັດດິວັດ ຕາມລຳດັບ

ເລິ່ມທີ່ໂຮງຮຽນລາຊິນີ ພ.ສ. 2481 ແລະໂຮງຮຽນເທບສິລິນ ພ.ສ. 2485 ມີເລກປະຈຳໂຕນັກຮຽນ ທ.ສ. 5444 ຈົນຈົບຊັ້ນມັດຖະຍົມໃນປິຕໍ່ມາ ນັບລຸ້ນຄືນັກຮຽນເກົ່າເທບສິລິນລຸ້ນປີ 2485 ແລ້ວສຶກສາຕໍ່ທີ່ມະຫາວິທະຍາໄລທຳມະສາດແລະການເມືອງພ້ອມກັບເລິ່ມເຂົ້າວົງການບັນເທິງ ແມ່ນນັກສະແດງແລະຮ້ອງເພງຫາລາຍໄດ້ ຊ່ວງຫຼັງສົງຄາມໂລກຄັ້ງທີ 2 ເດິນທາງໄປສຶກສາຕໍ່ທີ່ອັງກິດ