ໝູກະທະ (ໄທ: หมูกระทะ) ເປົນອາຫານຂອງບັນດາໃນປະເທດອາຊີຕາເວັນອອກສຽງໃຕ້ ໂດຍມີຕົ້ນກໍາເນີດ​ຈາກປະເທດໄທ​ ໃນປະເທດຟີລິບປິນ, ສິງກະໂປ, ອິນໂດເນເຊຍ ແລະມາເລເຊຍ ອາຫານປະເພດນີ້ຖືກເອີ້ນວ່າ ມູກາຕາ[1]

ໝູກະທະ
ໝູກະທະ
ກຳເໜີດ
ຊື່ອື່ນມູກາຕາ
ແຫຼ່ງກຳເໜີດປະເທດໄທ
ພູມິພາກອາຊີຕາເວັນອອກສຽງໃຕ້

ແຫຼ່ງ ດັດແກ້

ໝູກະທະແມ່ນ​ຂະ​ບວນ​ການ​ປຸງ​ແຕ່ງ​ອາ​ຫານ​ທີ່​ມີ​ອິດ​ທິ​ພົນ​ຈາກ​ວັດ​ທະ​ນະ​ທໍາ​ການ​ກິນຮອຕພອຕຂອງ​ຈີນ ​ແລະວັດທະນະທໍາອາຫານປີ້ງຈາກເກົາຫຼີແລ້ວນໍາເອົາມາຮ່ວມກັນ ມີການຕັ້ງສົມມຸດຕິຖານວ່າໝູກະທະແມ່ນມາຈາກອາຫານປີ້ງເກົາຫຼີ[2] ສຳລັບການກິນໃນປະເທດໄທນັ້ນນິຍົມໃຊ້ຖ່ານເພື່ອເຮັດຄວາມຮ້ອນໃນເຕົາ ໝູກະທະຖືວ່າເປັນຮູບແບບອາຫານທີ່ມີອິດທິພົນໃນວັດທະນະທໍາການກິນໃນປະເທດໄທ ກ່ອນ​ຈະ​ແຜ່​ຂະຫຍາຍ​ໄປ​ສູ່​ມາ​ເລ​ເຊຍ, ອິນ​ໂດ​ເນ​ເຊຍ, ຟີ​ລິບ​ປິນ ​ແລະ​ສິງກະ​ໂປ[2]

ປຸງ​ແຕ່ງ​ແລະ​ການ​ກິນ​ ດັດແກ້

ເຕົາ​ໝູກະທະແບ່ງ​ອອກ​ເປັນ 2 ສ່ວນ​ຄື ສ່ວນ​ກາງ​ເຕົາ​ສຳລັບ​ປີ້ງ ແລະສ່ວນອ້ອມຮອບຂອງກາງເຕົາສໍາລັບໃສ່ແກງໃຫ້ຕົ້ມ ອາຫານ​ທີ່​ໃສ່​ໃນ​ໝູກະທະ​ສ່ວນ​ຫຼາຍ​ແມ່ນ​ຊີ້ນ, ອາຫານ​ທະ​ເລ, ຜັກ​, ​ລູກ​ຊີ້ນ, ໄສ້ກອກ, ເສ້ນ ແລະອື່ນໆ ສຳລັບວິທີການປີ້ງສ່ວນຫຼາຍມັກໃຊ້ກ້ອນໄຂມັນສັດແທນນ້ຳມັນເພື່ອບໍ່ໃຫ້ເຄື່ອງປີ້ງຕິດຢູ່ໃນເຕົາ

ຄົນສ່ວນໃຫຍ່ໃນອາຊີຕາເວັນອອກສຽງໃຕ້ມັກກິນໝູກະທະກັບນ້ໍາຈິ້ມສຸກີ້ຫຼືຊອດເຜັດ[3] ແຕ່ໃນຮ້ານອາຫານບາງແຫ່ງຈະມີນ້ຳຈິ້ມອາຫານທະເລນຳອີກ

ອ້າງອີງ ດັດແກ້

  1. Lim, Jessie (21 April 2016). "From cheese tarts to mookata: 11 food fads that whetted Singaporean appetites". The Straits Times.
  2. 2.0 2.1 Songkaeo, Thammika (28 August 2014) "New Udon: Is Mookata Korean inspired?". Archived from the original on 2018-06-24. Retrieved 2021-08-10.{{cite web}}: CS1 maint: bot: original URL status unknown (link). Makansutra. Retrieved 3 December 2018.
  3. "Suki Dipping Sauce (Nam Jim Suki)". Siam Sizzles. Retrieved 2018-12-03.