ໂລລິຄອນ
ໃນວັດທະນະທຳປະຊານິຍົມສະໄໝໃໝ່ຂອງຍີ່ປຸ່ນ, ໂລລິຄອນ ຫຼື ໂລລິຄອມ(ロリコン, ຂຽນໂດຍອັກສອນໂຣແມງເປັນ rorikon ຫຼື lolicom) ແມ່ນປະເພດຂອງສື່ເລື່ອງແຕ່ງທີ່ເນັ້ນໄປທີ່ຕົວລະຄອນເດັກນ້ອຍຜູ້ຍິງ(ຫຼື ຄ້າຍຄື), ໂດຍສະເພາະໃນທາງດ້ານສື່ທາງເພດ ຫຼື ລາມົກ. ຕົວຄຳ"ໂລລິຄອນ"ເປັນການລວມກັນຂອງຄຳອັງກິດ"ໂລລິຕ້າ (Lolita)"ກັບ"ຄອມເພລັກຊ໌ (complex)", ເຊິ່ງຍັງໝາຍເຖິງຜູ້ທີ່ມີຄວາມມັກຮັກ ຫຼື ເປັນແຟນຄລັບຕໍ່ສະເໜ່ຂອງຕົວລະຄອນແນວນີ້(ロリ, "ໂລລິ"). ມີຄວາມກ່ຽວພັນກັບພວກມັງງະ, ອະນິເມະ ແລະ ວີດີໂອເກມເປັນຫຼັກ, ໂລລິຄອນໃນວັດທະນະທຳໂອຕາຄຸໂດຍທົ່ວໄປແມ່ນເປັນທີ່ເຂົ້າໃຈກັນຢ່າງຊັດເຈນວ່າແຕກຕ່າງກັບຄວາມຕ້ອງການທາງເພດຕໍ່ເດັກໃນຊີວິດຈິງ ຫຼື ເດັກຜູ້ຍິງແທ້ໆ,[1][2][3] ແລະ ເປັນຄວາມກ່ຽວພັນກັນກັບແນວພາບໂມເອ ຫຼື ຄວາມຮູ້ສຶກມັກຮັກຕໍ່ຕົວລະຄອນສົມມຸດ.
ຄຳວ່າ"ໂລລິຕ້າ ຄອມເພລັກຊ໌ (Lolita complex)"ແມ່ນມາຈາກນິຍາຍໂລລິຕ້າ, ເລີ່ມໃຊ້ໃນຍີ່ປຸ່ນຊ່ວງຊຸມປີ1970 ເພື່ອບັນຍາຍເຖິງຄວາມຮູ້ສຶກຮັກ ແລະ ກາມຕໍ່ຍິງສາວຫຼາຍກວ່າຜູ້ຍິງຜູ້ໃຫຍ່. ໃນຊ່ວງຍຸກ"ໂລລິຄອນບູມ"ຂອງມັງງະສຳລັບຜູ້ໃຫຍ່ໃນຊ່ວງຕົ້ນທົດສະວັດ1980, ຄຳນີ້ໄດ້ຖືກດັດມານຳໃຊ້ໃນວັດທະນະທຳໂອຕາຄຸທີ່ຫາກໍຕັ້ງຂຶ້ນ ເພື່ອສະແດງເຖິງຄວາມມັກຮັກຕົວລະຄອນແນວບິໂຊໂຈ(ສາວໜ້າຮັກ), ຕໍ່ມາໄດ້ປ່ຽນເປັນໝາຍເຖິງສະເພາະແຕ່ສາວທີ່ອອ່ນໄວເທົ່ານັ້ນ ອັນເປັນເຫດມາຈາກການອອກແບບຕົວລະຄອນແນວບິໂຊໂຈທີ່ມີຄວາມຫຼາກຫຼາຍຂຶ້ນ. ຜົນງານໃນຍຸກຮຸ່ງເຮືອງໄດ້ຮັບອິດທິພົນຢ່າງຫຼາຍຈາກຮູບແບບການແຕ້ມແບບມົນໆຂອງມັງງະແນວໂຊໂຈ, ເຊິ່ງຖືເປັນການປ່ຽນທິດທາງຈາກເນັ້ນຄວາມສົມຈິງ ແລະ ການກຳເນີດຂຶ້ນຂອງ"ກາມນິຍົມໜ້າຮັກ"(ຄາວາອິ ເອໂຣ), ເຊິ່ງໄດ້ກາຍເປັນແນວທາງໜຶ່ງຂອງສູນທະລີຍະສາດທີ່ພົບໄດ້ທົ່ວໄປໃນມັງງະ ແລະ ອະນິເມະຢ່າງກວ້າງຂວາງຫຼາຍຂຶ້ນໃນປັດຈຸບັນ. ກະແສຂອງໂລລິຄອນເລີ່ມຈາງຫາຍໄປໃນຊ່ວງກາງທົດສະວັດ1980 ແລະ ແຕ່ນັ້ນມາ, ແນວນີ້ກໍໄດ້ກາຍເປັນມັງງະໂປ້ສ່ວນໜ້ອຍໄປໃນທີ່ສຸດ.
ຕັ້ງແຕ່ທົດສະວັດ1990ເປັນຕົ້ນມາ, ໂລລິຄອນໄດ້ກາຍເປັນປະເດັນສຳຄັນຫຼັກໃນການຖົກຖຽງເລື່ອງມັງງະທັງໃນຍີ່ປຸ່ນ ແລະ ທົ່ວໂລກ. ກົດໝາຍວ່າດ້ວຍສື່ລາມົກອະນາຈານເດັກໃນບາງປະເທດແມ່ນລວມຕົວລະຄອນເດັກສົມມຸດນຳ, ໃນຂະນະທີ່ປະເທດອື່ນໆລວມເຖິງຍີ່ປຸ່ນບໍ່ນັບ.[4] ທັງຝ່າຍຄັດຄ້ານ ແລະ ຝ່າຍສະໜັບສະໜຸນກໍຕ່າງຖົກຖຽງກັນວ່າສື່ປະເພດນີ່ມີສ່ວນສົ່ງເສີມໃຫ້ເກີດການລ່ວງລະເມີດທາງເພດເດັກບໍ່. ນັກວິຈານວັດທະນະທຳໂດຍທົ່ວໄປໄດ້ລະບຸວ່າ ໂລລິຄອນ ມີການແບ່ງແຍກລະຫວ່າງເລື່ອງແຕ່ງກັບຄວາມເປັນຈິງໃນເລື່ອງທາງເພດຂອງໂອຕາຄຸໃນວົງກວ້າງ.
ອ້າງອີງ
ດັດແກ້- ↑ Galbraith 2016, pp. 113–114: "Given its importance, it is not surprising that lolicon has been well researched in Japan over the course of decades, which has led to numerous insights. [...] Characters are not compensating for something more 'real,' but rather are in their fiction the object of affection. This has been described as 'finding sexual objects in fiction in itself', which in discussions of lolicon is made explicitly distinct from desire for and abuse of children."
- ↑ McLelland 2011b, p. 16
- ↑ Kittredge 2014, p. 524: "The majority of the cultural critics responding to the Japanese otakuແມ່ແບບ:'s erotic response to lolicon images emphasize, like Keller, that no children are harmed in the production of these images and that looking with desire at a stylized drawing of a young girl is not the same as lusting after an actual child."
- ↑ McLelland, Mark (2016). "Introduction: Negotiating 'cool Japan' in research and teaching". In McLelland, Mark (ed.). The End of Cool Japan: Ethical, Legal, and Cultural Challenges to Japanese Popular Culture. London and New York: Routledge. pp. 1–30 [11]. ISBN 978-1-317-26937-3.