ໂຣບົດສັດລ້ຽງ

ໂຣບົດສັດລ້ຽງ ແມ່ນເຄື່ອງຈັກເຊິ່ງມີປັນຍາປະດິດ ຫຼື ເອີ້ນວ່າ ໂຣບົດອັນມີຮຸບຮ່າງໜ້າຕາຄ້າຍຄືສັດລ້ຽງ ເຊັ່ນ ໝາ ຫຼື ແມວ.​

ຄວາມເປັນມາ ດັດແກ້

ໂຣບົດສັດລ້ຽງໂຕທຳອິດຂອງໂລກແມ່ນ ໄອໂບ້ ອັນເປັນໂຣບົດເຊິ່ງນັກວິທະຍາສາດຊາວຍີ່ປຸ່ນກໍ່ສ້າງຂຶ້ນໃນປີ ຄ.ສ. 1999. ໃນຊ່ວງທຳອິດ ໄອໂບ້ຈະຍ່າງບໍ່ກົງປານໝາຫາກໍເກີດ. ເມື່ອປະຄອງດີໆ ກໍຈະສາມາດຍ່າງກົງໆ ໄດ້. ສຳລັບໂຣບົດສັດລ້ຽງທຳອິດຂອງປະເທດເກົາຫຼີໃຕ້ແມ່ນ ເຈນິໂບ້ ອັນກໍ່ສ້າງຂຶ້ນໃນປີ ຄ.ສ. 2006. ເຈນິໂບ້ສາມາດເຂົ້າອົກເຂົ້າໃຈຄຳສັບເຖິງ 100 ຄຳ ແລະ ສະແດງຄວາມຮູ້ສຶກໄດ້ 30 ແບບ.

ອ້າງອີງ ດັດແກ້

  • กีซอง,โด. วิทยาศาสตร์ฉลาดรู้ เรื่อง หุ่นยนต์. กรุงเทพมหานคร: อมรินทร์คอมมิกส์, 2008. Print.