ພະຍາດໂປລິໂອ

​ໂປ​ລິ​ໂອ​ ແມ່ນ​ພະຍາດ​ຊຶມ​ເຊື້ອ​ຮ້າຍ​ແຮງ​ຊະນິດ​ໜຶ່ງ ​ທີ່​ມີ​ສາ​ເຫດ​ມາ​ຈາກ​ເຊື້ອ​ຈຸລະ​ໂລກ​​ໂປ​ລິ​ໂອ ​ເຊິ່ງເຂົ້າໄປຮຸກຮານລະບົບປະສາດ ​ເຮັດ​ໃຫ້​ຄົນ​ທີ່​ຕິດ​ເຊື້ອ​ ມີ​ອາການ​ລ່ອຍກະທັນຫັນ ​ແລະ ອາດ​ເສຍ​ຊີວິດ​ໄດ້. ​ເຊື້ອ​ນີ້ ຈະ​ຢູ່​ໃນ​ລຳ​ໄສ້ ​ແລະ ອອອມາ​ພ້ອມ​ກັບ​ອາຈົມ ​ເຊິ່ງສົ່ງ​ເຊື້ອ​ຈາກ​ຄົນຫາ​ຄົນ ​ໂດຍ​ເຊື້ອ​ເຂົ້າ​ໄປ​ທາງ​ປາກ ຫລື ຈາກ​ການ​ສໍາ​ພັດ​​ໃກ້ຊິດ​ກັບ​ຄົນ​ທີ່ມີ​ເຊື້ອ​ພະຍາດ​ນີ້​ເຊັ່ນ: ການ​ຈັບ​ຕ້ອງ​​​ເຄື່ອງ​ໃຊ້​ສອຍ​ຂອງ​ຜູ້​ທີ​ມີ​ເຊື້ອ​ນີ້​ຕິດ​ຢູ່ ຫລື ​ເຊື້ອ​ເຂົ້າ​ໄປກັບ​ອາຫານ, ອາດ​ຈະ​ພົບ​ເຊື້ອ​ໃນ​ອາຈົມ​ດົນ​ປະມານ 6-8 ອາທິດ. ​ໃນ​ໄລຍະ​ອາທິດ​ທຳ​ອິດ ອາດ​ຈະ​ພົບ​ເຊື້ອ​ໂປ​ລິ​ໂອ​ຢູ່​ໃນ​ຄໍ​ຂອງ​ຄົນ​ເຈັບ ດັ່ງ​ນັ້ນ ການ​ໄອ ຫລື ຈາມ ຈຶ່ງ​ເປັນ​ທາງ​ຕິດ​ຕໍ່​ໄດ້​ທາງ​ໜຶ່ງ, ​ເຊື້ອ​ພະຍາດ​ຈະ​ເຂົ້າ​ໄປ​ສູ່​ລະບົບ​ປະສາດ​ໄດ້ ​ໂດຍ​ຜ່ານ​ທາງ​ເດີນ​ນໍ້າ​ເຫລືອງ.

ອາການ​ຂອງ​ພະຍາດ​ໂປ​ລິ​ໂອ ​ແມ່ນ​ຫລັງ​ຈາກ​ໄລຍະ​ຟັກ​ໂຕ​ປະມານ 7-21 ວັນ, ​ສ່ວນ​ໃຫຍ່​ບໍ່​ມີ​ອາການ ຫລື ມີ​ອາການ​ບໍ່​ຫລາຍ, ​ໃນ​ກໍລະນີ​ຜູ້​ທີ່​ເປັນ​ພະຍາດ​ນີ້ ຈະ​ເລີ່​ມມີ​ໄຂ້​ຕໍ່າ, ອ່ອນ​ເພຍ, ມີ​ອາການ​ເຈັບຫົວ ​ແລະ ຄ້າຍຄື​ກັບ​ເປັນຫວັດ. ສຳລັບ​ເດັກນ້ອຍ ມີ​ອາການ​ຖ່າຍໜັກ​ແຫລວ ​ແລະ ຮາກ ຕໍ່​ມາ​ເລີ່​ມມີ​ອາການ​ປວດ​ຫລັງ, ປວດ​​ຄໍ ​ແລະ ​ແຂນ​ຂາ. ຈະ​ມີ​ອາການ​ຄໍ​ແຂງ ​ແລະ ຫລັງ​ແຂງ​ຕາມ​ມາ. ກໍລະນີ​ຜູ້​ທີ່​ມີ​ອາການ​ຮຸນ​ແຮງ ຈະ​​ເປັນອຳມະພາດ​ຢູ່​ແຂນ​ຂາ​ແບບ​ກ້າມ​ຊີ້ນ​ອ່ອນ​ແຮງ ​ເຮັດ​ໃຫ້​ເຄື່ອນ​ໄຫວ​ບໍ່​ໄດ້. ຖ້າ​ກ້າມ​ຊີ້ນ​ກະບັງ​ລົມ ​ເຊິ່ງມີ​ຄວາມ​ສຳຄັນຕໍ່​ການ​ຫາຍ​ໃຈ​ເປັນ​ອຳມະພາດ ຈະ​ເຮັດ​ໃຫ້ຫາ​ຍ​ໃຈ​ບໍ່​ໄດ້ ​ແລະ ອາດ​ຈະ​​ເສ​ຍຊີວິດ​ ຖ້າ​ບໍ່​ໄດ້​ຮັບ​ການ​ຊ່ວຍ​ຫາຍ​ໃຈ​ທັນ​ເວລາ.

ການ​ປິ່ນປົວ​ພະຍາດ​ນີ້ ​ແມ່ນ​ເບິ່ງ​ແຍງ​ຕາມ​ຄຳແນະນຳຂອງ​ແພດ​ໝໍ ສ່ວນ​ຜູ້​ທີ່​​ເປັນ​ອຳມະພາດ​ຫລາຍ​ສ່ວນ​ຂອງ​ຮ່າງກາຍ ​ໄລຍະ​ທຳ​ອິດ​ຕ້ອງ​ປິ່ນປົວ​ຢູ່​ໂຮງໝໍ, ​ໄລຍະ​ທີ່​ມີ​ໄຂ້ ຄວນ​ຈະ​ໃຫ້​ນອນ​ພັກ​ ​ໃນ​ທ່າ​ທີ່​ສະບາຍ ຈຶ່ງ​ບໍ່​​ເຮັດ​ໃຫ້​ກ້າມ​ຊີ້ນ​ເຄັ່ງ​ຕຶງ ​​ແລະ ຊ່ວຍ​ໃຫ້​ອາການ​ເຈັບ​ປວດ​ຫລຸດ​ລົງ. ​ເອົາ​​ແພ​ຈຸ່ມ​ນໍ້າ​ອຸ່ນໆ ຕົບ​ເຊັດ​ຄ່ອຍໆ​ຕາມ​ແຂນ​ຂາ​ທີ່​ປວດ ຫລື ອາດ​ຈະ​ໃຫ້​ຢາ​​ແກ້​ປວດ​ໄດ້​ຕາມ​ຄຳ​ແນະນຳ​ຂອງ​​ແພດ. ​ກໍລະນີ​ຜູ້​ທີ່​ເປັນ​ອຳມະ​ພາດ​ແຂນ​ຂາ ການ​ບີບ​ນວດ Archived 2020-10-18 at the Wayback Machine​ທີ່​ຖືກ​ວິທີ​ຈະ​ຊ່ວຍ​ໃຫ້​ກ້າມ​ຊີ້ນ​ກັບ​ມາ​ເຮັດ​ວຽກ​ໄດ້​ໄວ​ຂຶ້ນ, ຖ້າ​ກ້າມຊ​ີ້ນກັບ​ມາ​ເຮັດ​ວຽກ​ໄດ້​ປົກກະຕິ ສ່ວນ​ໃຫຍ່​ຈະ​ດີ​ຂຶ້ນ​ພາຍ​ໃນ​ໄລຍະ 3-6 ​ເດືອນ ຫລັງ​ຈາກ​ໄລຍະ 18 ​ເດືອນ​​ທີ່​ເລີ່​ມຕິດ​ເຊື້ອ. ສ່ວນ​ວ່າ​ຈະ​ເຊົາ​ເປັນ​ປົກກະຕິ​ນັ້ນ ​ແມ່ນ​​ເປັນ​ໄປ​ໄດ້​ຍາກ.

​ພະຍາດ​ນີ້ບໍ່​ສາມາດ​ປິ່ນປົວ ​ໃຫ້​ກັບ​ຄືນ​ເປັນ​ປົກກະຕິ​ໄດ້​ຄື​ເກົ່າ, ​ແຕ່​ສາມາດ​ປ້ອງ​ກັນ​ດ້ວຍ​ການ​ຢອດ​ຢາ ​ວັກ​​ແຊັງກັນ​ພະຍາດ​ໂປ​ລິ​ໂອ​ ໃຫ້​ເດັກນ້ອຍລຸ່ມອາຍຸ 15 ປີ ແມ່ນໃຫ້ຢອດວັກແຊງໂປລິໂອ ແລະ ເດັກລຸ່ມ 1 ປີ ແມ່ນໃຫ້ຢາວັກແຊງ ຮອບ ປົກກະຕິ. ສຳລັບວິທີປ້ອງກັນທີ່ມີປະສິດທິຜົນ ແລະ ກຸ້ມຄ່າທີ່ສຸດ ແມ່ນໃຫ້ວັກແຊັງໂປລິໂອຊະນິດກິນທາງປາກ (OPU) ແລະ ຊະນິດສັກ (IPV). ໃນ 2000 ສປປ ລາວ ​ໄດ້​ປະກາດ​ປອດ​ພະຍາດ​ໂປ​ລິ​ໂອ, ​ແຕ່​ປັດຈຸບັນ​ ​ໄດ້​ມີ​ການ​ພົບ​ ພະຍາດ​ດັ່ງກ່າວ​ອີກ. ດັ່ງ​ນັ້ນ ຈຶ່ງ​ໄດ້ຈັດວັນສັກຢາກັນພະຍາດ ຫລື ວສຊ ກັນໂປລິໂອໃນປີ 2015 ກໍເພື່ອຕັດຕ່ອງໂສ້ການຈໍລະຈອນເຊື້ອພະຍາດໂປລິໂອ ໂດຍການຍົກ ລະດັບອັດຕາພູມຄຸ້ມກັນໃນເດັກນ້ອຍອາຍຸລຸ່ມ 15 ປີລົງມາ.