ເກໂກລີ ເລີມາກຊານ

ເກໂກລີ ຊັງ-ປອນ ເລີມາກຊານ[1] (ຝຣັ່ງ: Grégory Jean-Paul Lemarchal ຄຳອ່ານ:/ɡʀegɔʀi ʒᾶpɔl ləmaʀʃal/) ເກີດວັນທີ 13 ພຶດສະພາ ຄ.ສ. 1983 ຢູ່ເມືອງລາຕົງ ປະເທດຝະລັ່ງ ແລະເສຍຊີວິດດ້ວຢພະຍາດຊິສະຕິກ ຟີໂບຊິດ (Cystic fibrosis) ໃນວັນທີ 30 ເມສາ ຄ.ສ. 2007 ຢູ່ເມືອງຊູແລນ. ເປັນນັກຮ້ອງຊາວຝະລັ່ງ ໂດ່ງດັງຈາກການເປັນຜູ້ຊະນະການປະກວດໃນປີ 4 ຂອງລາຍການທີວີຍອດນິຍົມຂອງຝະລັ່ງ ຊື່ ສະຕາກ ອາກາເດມີ (Star Academy) ໃນປີ 2004. ມີເນື້ອສຽງທີ່ຄ່ອນຂ້າງສູງ. ນອກຈາກນີ້ ປາສະການ ແນກ ຍັງໄດ້ກ່າວດ້ວຍວ່າ ສຽງຂອງເກໂກລີນັ້ນສູງເຖິງ 4 ອອກຕາບເຖິງແມ່ນວ່າຂໍ້ມູນນີ້ຄວນຈະໄດ້ຮັບການກວດສອບກໍຕາມ.

ອ້າງອີງ ດັດແກ້

  1. ຫຼື ຂຽນຕາມເຄົ້າແມ່ນ ເກຣໂກຣີ ເລີມາກຊາລ
ບັນນານຸກົມ

ແຫຼ່ງຂໍ້ມູນອື່ນ ດັດແກ້