ຮູບເງົາໄທ ມີປະຫວັດຄວາມເປັນມາທີ່ຍາວນານ ຮູບເງົາໄທເລື່ອງທຳອິດຖ່າຍທຳໃນເມືອງໄທຄືເລື່ອງ ນາງສາວສຸວັນ ຜູ້ສ້າງ ຄື ບໍລິສັດຮູບເງົາ ຍູນິເວີຊັລ ຮູບເງົາເລື່ອງນີ້ໃຊ້ຜູ້ສະແດງທັງງໝົດເປັນຄົນໄທ[1] ຄ.ສ. 1927 ຮູບເງົາເລື່ອງ ໂຊກສອງຊັ້ນ ເປັນຮູບເງົາຂະໜາດ 35 ມິລລິແມັດ ຂາວດຳ ບໍ່ມີສຽງ ໄດ້ຮັບການຍອມຮັບໃຫ້ເປັນຮູບເງົາປະເພກເລື່ອງສະແດງເພື່ອການຄ້າເລື່ອງທຳອິດທີ່ສ້າງໂດຍຄົນໄທ[2]

ໃນຊ່ວງຫຼັງ ພ.ສ. 2490 ຖືເປັນຍຸກເຟື່ອງຟູຂອງຮູບເງົາໄທ ສະຕູດິໂອ ຖ່າຍທຳແລະຮູບເງົາມີຈຳນວນຫຼາຍຕື່ມຫຼາຍຂຶ້ນ ຫຼັງຈາກນັ້ນປະເທດໄທເຂົ້າສູ່ສົງຄາມໂລກຄັ້ງທີ 2 ຖືເປັນຊ່ວງຊົບເຊົາຂອງຮູບເງົາໄທ ເມື່ອສົງຄາມໂລກຄັ້ງທີ 2 ຍຸດຕິລົງ ກິດຈະການຮູບເງົາໃນປະເທດໄທຄ່ອຍໆ ຟື້ນຄືນກັບມາ ໄດ້ປ່ຽນໄປສ້າງຮູບເງົາຂະໜາດ 16 ມິລລິແມັດແທນ ແລະເມື່ອບ້ານເມືອງເຂົ້າສູ່ສະພາວະຄັບຂັນ ຮູບເງົາໄທຫຼາຍເລື່ອງໄດ້ສະແດງບົດບາດຂອງຕົນໃນຖານະກະຈົກສະທ້ອນບັນຫາການເມືອງ ແລະສັງຄົມ ໃນຊ່ວງໄລຍະເວລາລະຫວ່າງປີ ພ.ສ. 2516-2529 ຕໍ່ມາຮູບເງົາໄທໃນຊ່ວງປີ ພ.ສ. 2530-2539 ໂດຍໃນຕອນຕົ້ນທົດສະວັດວັຍລຸ້ນເປັນກຸ່ມເປົ້າໝາຍໃໝ່ ນອກຈາກຮູບເງົາປະເພດວັຍລຸ້ນແລ້ວ ໜັງຜີແລະໜັງບູ້ ຮວມໜັງໂປ້ ແລະໜັງເກຣດບີກໍມີການຜະລິດມາຫຼາຍຂຶ້ນ

ປັດຈຸບັນປະເທດໄທມີຮູບເງົາທີ່ມຸ່ງສູ່ຕະຫຼາດໂລກ ເຊັ່ນ ຮູບເງົາເລື່ອງຕົ້ມຍຳກຸ້ງ ທີ່ສາມາດຂຶ້ນໄປຢູ່ເທິງຕາລາງບັອກອອຟຟິສໃນປະເທດສະຫະລັດອາເມລິກາ ແລະຍັງມີຮູບເງົາໄທຫຼາຍເລື່ອງທີ່ເປັນທີ່ຍອມຮັບໃນເທດສະການຮູບເງົາ ຫຼ້າສຸດຮູບເງົາເລື່ອງລຸງບຸນມີລະລຶກຊາດກຳກັບໂດຍອະພິຊາດພົງ ວີລະເສດຖະກຸນໄດ້ຮັບລາງວັນປາມທອງຄຳຈາກງານເທດສະການຮູບເງົາເມືອງຄານຄັ້ງທີ 63 ນັບເປັນຮູບເງົາຈາກພູມິພາກອາຊີຕາເວັນອອກສຽງໃຕ້ເລື່ອງທຳອິດໄດ້ຮັບລາງວັນນີ້[3]

ສ່ວນການສົ່ງເສີມອຸສາຫະກຳຮູບເງົາໄທທັງໜ່ວຍງານລັດແລະເອກະຊົນໄດ້ມີການຈັດເທດສະການຮູບເງົາແລະການມອບລາງວັນທາງຮູບເງົາຢູ່ຫຼາຍໂຄງການ

ສະຫຍາມເທຍເຕີ້

ອ້າງອີງ ດັດແກ້

  1. "ประวัติภาพยนตร์ไทย Archived 2007-06-15 at the Wayback Machine" เว็บไซต์ rimpingfunds.com
  2. ประวัติภาพยนตร์ไทย Archived 2007-06-15 at the Wayback Machine" เว็บไซต์ rimpingfunds.com
  3. ""ลุงบุญมีระลึกชาติ"ของ"เจ้ย"คว้าปาล์มทองคำ". Archived from the original on 2010-05-25. Retrieved 2016-12-05.