ຮູບເງົາລາມົກ

ຮູບເງົາລາມົກ ຄື ຮູບເງົາ ດ້ວຍ​ເຈດ​ຕະ​ນາ​ທີ່​ຈະ​ກະ​ຕຸ້ນອາລົມທາງເພດໃຫ້ແກ່ຜູ້ຊົມ ເຊິ່ງມັກຈະສະແດງໃຫ້ເຫັນພາບໂປ້ເປືອຍກາຍ ຫຼືການຮ່ວມເພດ ຊຶ່ງ​ສາ​ມາດ​ແບ່ງ​ອອກ​ກວ້າງໆໄດ້ສອງຢ່າງຄື ຊັອຟຄໍຣ໌ ກ່າວເຖິງຮູບເງົາບໍ່ມີການຮ່ວມເພດ ແລະຮາດຄໍຣ໌ ກ່າວເຖິງຮູບເງົາທີ່ມີການຮ່ວມເພດ ຊື່ຂອງຮູບເງົາລາມົກມີຫຼາກຫຼານເຊັ່ນໃນພາສາປາກເອີ້ນ ໜັງໂປ້ ຫຼື ເອີ້ນ ຮູບເງົາເອວີ (AV - adult video) ຫຼື ຮູບເງົາຜູ້ໃຫຍ່

ຢູ່ທາງເຂົ້າຂອງຮ້ານເຊົ່າ ມັກຈະມີສັນຍານເຕືອນຄົນອາຍຸຕ່ຳກວ່າ 18 ປີບໍ່ໃຫ້ເຂົ້າໄປ

ຮູບເງົາລາມົກໃນຕອນຕົ້ນແມ່ນມັກຈະຢູ່ໃນຮູບແບບຂອງວິດີໂອທີ່ເປີດ​ໃຫ້​ເບິ່ງ​ຊົມກັນໃນ​ເຮ​​ືອນ​ ແລະ ພຽງແຕ່ຢູ່ໃນສະຖານທີ່ເຊັ່ນຮູບເງົາສາຍໂດຍສະເພາະ ແລະ ຕໍ່ມາໄດ້ປ່ຽນຮູບແບບເປັນດີວີດີແລະບລູເຣ ລວມເຖິງເຜີຍແຜ່ໃນອິນເຕີເນັດ ຮູບເງົາທີ່ມີການເຜີຍໃຫ້ເຫັນອະໄວຍະວະເພດຫຼື ສະແດງ ການຮ່ວມເພດນັ້ນ ແມ້ວ່າຈະແມ່ແບບ:Cn-span ແລະແມ່ແບບ:Cn-span ​ແຕ່​ກໍ​ຍັງ​ມີ​ການ​ຜະລິດ ​ແລະ ​ແຈກ​ຢາຍ ຫຼື ຈຳໜ່າຍ​ຢ່າງ​ຜິດ​ກົດໝາຍຢູ່

ບັນ​ຫາ​ສຸ​ຂະ​ພາບ ດັດແກ້

ການຮ່ວມເພດໃນໜັງໂປ້ມັກເຮັດໂດຍບໍ່ມີການໃຊ້ຖົງຢາງອະນາໄມຈຶ່ງເຮັດໃຫ້ນັກສະແດງມີຄວາມສ່ຽງຕິດພະຍາດຕິດຕໍ່ທາງເພດສໍາພັນ ໃນປີ 1986 ແລະ ການລະບາດຂອງເຊື້ອເຮສໄອວີ ເປັນເຫດ​ໃຫ້​ນັກ​ສະ​ແດງ​ຊາຍ ​ແລະ ຍິງ​ເສຍ​ຊີວິດ​ຫຼາຍ​ຄົນດ້ວຍໂລກເອດ ເຫດການນີ້ນໍາໄປສູ່ການສ້າງຕັ້ງກອງທຶນສຸຂະພາບອຸດສາຫະກໍາຮູບເງົາສໍາລັບຜູ້ໃຫຍ່ (Adult Industry Medical Health Care Foundation ຫຼື AIM) ໃນ 1998 ເຊິ່ງຊ່ວຍສ້າງຕັ້ງລະບົບການເຝົ້າສັງເກດໃນອຸດສາຫະກໍາໜັງໂປ້ຂອງສະຫະລັດ ໂດຍບັງຄັບໃຫ້ນັກສະແດງຕ້ອງກວດເຮສໄອວີ ທຸກໆ 30 ມື້[1] ຈົນເຖິງ ປີ 2013 ການຕິດເຊື້ອເຮສໄອວີໃນບັນດານັກສະແດງຈາກອຸດສາຫະກໍາໜັງໂປ້ຂອງສະຫະລັດແມ່ນບໍ່ຄ່ອຍມີ ແລະ ໃນສາມທົດສະວັດ ມີການລະບາດເກີດຂຶ້ນພຽງບໍ່ຈັກຄັ້ງ AIM ປິດຕົວລົງໃນເດືອນ ພຶດສະພາ ປີ 2011 ແລະຍື່ນຟ້ອງລົ້ມລະລາຍໃນຄະດີກ່ຽວກັບການຮົ່ວໄຫລຂໍ້ມູນກ່ຽວກັບຄົນເຈັບທີ່ຄວນຈະເປັນຄວາມລັບ ລວມທັງຊື່ ແລະຜົນຂອງການກວດພະຍາດຕິດຕໍ່ທາງເພດສຳພັນ[2][3]

ເບິ່ງເພີ່ມເຕີມ ດັດແກ້

ອ້າງອີງ ດັດແກ້

  1. Basten, Fred; Holmes, Laurie; Holmes, John C. (1998). Porn King: The John Holmes Story. John Holmes Inc. ISBN 1-880047-69-1.
  2. Dennis Romero (May 3, 2011). "Porn Clinic AIM Closes For Good: Valley-Based Industry Scrambles to Find New STD Testing System". LA Weekly. Retrieved May 3, 2011.
  3. Williams, Mitchell. "How a Straight Adult Performer Convinced Me That Condoms Are Useless in Porn". Huffington Press. Retrieved 18 February 2014.