ອົງການໄປສະນີ ແລະ ໂທລະຄົມມະນາຄົມ ແຫ່ງຊາດ

ອົງການໄປສະນີ ແລະ ໂທລະຄົມມະນາຄົມ ແຫ່ງຊາດ,ໄດ້ຮັບການສ້າງຕັ້ງຂື້ນໃນທ້າຍປີ 2007 ຕາມດຳລັດເລກທີ່ 375/ສນຍ ລົງວັນທີ່ 20 ຕຸລາ 2007 ທາມກາງການຂະຫຍາຍຕົວຂອງເຕັກໂນໂລຊີຂໍ້ມູນຂ່າວສານ ຊື່ງມີທີ່ຕັ້ງຂື້ນກັບ ສຳນັກງານນາຍົກລັດຖະມົນຕີ ແລະ ມີໂຄງປະກອບການຈັດຕັ້ງເບື້ອງຕົ້ນ,ຄື:

1.ຫ້ອງການ
2.ກົມໄປສະນີ
3.ກົມແຜນການ ແລະ ຮ່ວມມື
4.ກົມໂທລະຄົມມະນາຄົມ ແລະ ອິນເຕີແນັດ
5.ສະຖາບັນໄປສະນີ ແລະ ໂທລະຄົມມະນາຄົມ

ໃນນີ້,ມີ 1 ໂຄງການໃຫ່ຍ(ສ້າງສູນອິນເຕີແນັດແຫ່ງຊາດ)ທີ່ຂື້ນກັບກົມໂທລະຄົມມະນາຄົມ ແລະ ອິນເຕີແນັດ
ອົງການໄປສະນີ ແລະ ໂທລະຄົມມະນາຄົມແຫ່ງຊາດ,ເອີ້ນຫຍໍ້ວ່າ: ອປທ ຫລື ພາສາອັງກິດວ່າ: NAPT( National Authority of Posts and Telecommunications).

 ອປທ Archived 2009-10-13 at the Wayback Machine ມີຫນ້າທີ່,ດັ່ງນີ້: ຄຸ້ມຄອງມະຫາພາກທາງດ້ານ ການໄປສະນີ, ການໂທລະຄົມມະນາຄົມ ແລະ ອິນເຕີແນັດ ໃນຂອບເຂດທົ່ວປະເທດ