ຫໍພິພິທະພັນແຫ່ງຊາດຫຼວງພະບາງ
ຫໍພິພິທະພັນແຫ່ງຊາດຫຼວງພະບາງ ຫຼື ຫໍຄຳ ເດີມຄືພຣະລາຊະວັງຂອງເຈົ້າຊີວິດຫຼວງພະບາງ ຈຶ່ງເອີ້ນອີກຊື່ວ່າ ວັງເຈົ້າຊີວິດ ສ້າງຂຶ້ນເມື່ອປີ 1904 ໃນສະໄໝພຣະເຈົ້າສີສະຫວ່າງ ສືບທອດຕໍ່ມາເຖິງສະໄໝພຣະເຈົ້າສີສະຫວ່າງ ວັດທະນາ ພຣະມະຫາກະສັດອົງສຸດທ້າຍຂອງລາວ ຕໍ່ມາປັບເປັນຫໍພິພິທະພັນຫຼວງ ເມື່ອປີ 1796 ໂດຍໃຊ້ເປັນພິພິທະພັນຈັດສະແດງວັດຖຸບູຮານ ແລະ ສິ່ງຂອງມີຄ່າ ເຊັ່ນ: ບັນລັງ, ແທ່ນປາໄສ ເຄື່ອງສູງ ແລະ ເຄື່ອງໃຊ້ຂອງເຈົ້າຊີວິດ ພະພຸດທະຮູບ ແລະ ວັດຖຸບູຮານ ລວມເຖິງຂອງຂວັນຈາກຕ່າງປະເທດ
ຫໍພິພິທະພັນແຫ່ງຊາດຫຼວງພະບາງ | |
---|---|
ຫໍຄຳ | |
ຫໍພິພິທະພັນແຫ່ງຊາດຫຼວງພະບາງ | |
ຊື່ເດີມ | ຫໍຄຳ |
ສະຖິຕິຄວາມສູງ | |
ຂໍ້ມູນທົ່ວໄປ | |
ປະເພດ | ວັງເຈົ້າຊີວິດ, ພິພິທະພັນ |
ສະຖາປັດຕະຍະກຳ | ສະຖາປັດຕະຍະກຳສິລະປະກຳ ແລະ ລາວ |
ທີ່ຕັ້ງ | ຫຼວງພະບາງ, ລາວ |
ເລີ່ມສ້າງ | 1904 |
ສຳເລັດ | 1909 |
ເຈົ້າຂອງ | ລັດຖະບານລາວ |
ຂໍ້ມູນລິບຟ໌ | |
ຈຳນວນຊັ້ນ | 1 |
ພະລາຊະວັງຫຼວງພະບາງເປັນອາຄານແບບຝຣັ່ງແຕ່ຫຼັງຄາ ເປັນແບບຊົງລາວຕັ້ງຢູ່ແຄມແມ່ນ້ຳຂອງ ຫັນໜ້າເຂົ້າສູ່ພະທາດພູສີ ຕົວພະລາຊະວັງເປັນໝູ່ອາຄານເຕ້ຍໆ ຊັ້ນດຽວ ຕັ້ງຢູ່ເທິງພື້ນຍົກສູງ ມີຄວາມງົດງາມລົງຕົວຂອງສິລະປະ ຍຸກອານານິຄົມປະສົມກັບສິລະປະ ແບບລ້ານຊ້າງ ສະພາບໂດຍຮອບມີຄວາມຮົ່ມເຢັນດ້ວຍຕົ້ນໄມ້ ທີ່ບໍ່ໜາຈົນເກີນໄປ ປະຫວັດຂອງຫໍພິພິທະພັນ ແຫ່ງນີ້ສ້າງຂຶ້ນໃນປີ 1904 ສະໄໝເຈົ້າມະຫາຊີວິດສີສະຫວ່າງ ວົງ ສືບທອດຕໍ່ມາເຖິງສະໄໝ ເຈົ້າມະຫາຊີວິດສີສະຫວ່າງ ວັດທະນາ ເຈົ້າມະຫາຊີວິດອົງສຸດທ້າຍຂອງລາຊະອານາຈັກລາວ ພາຍຫຼັງຈາກການປ່ຽນແປງການປົກຄອງ ຫຼື ທີ່ຊາວລາວຮຽກວ່າ “ການປົດປ່ອຍ” ລັດຖະບານລາວໄດ້ປ່ຽນພະລາຊະວັງຫຼວງມາເປັນ “ຫໍພິພິທະພັນ” ໃນປີ 1975 ຫຼັງຈາກທີ່ ບໍ່ມີເຈົ້າມະຫາຊີວິດປະທັບ ຢູ່ບ່ອນນີ້ອີກຕໍ່ໄປແລ້ວ ລັກສະນະແຜນຜັງຂອງຕົວພະລາຊະວັງ ປະກອບດ້ວຍອາຄານຂວາງດ້ານໜ້າ ຫຼັງຄາມຸງກະເບື້ອງເຄິ່ງກາງມີມຸກຍື່ນອອກມາ ມີຮູບປັ້ນເປັນຮູບຊ້າງ 3 ຫົວ ມີສັດກາງຢູ່ເຄິ່ງກາງຂ້າງເທິງ ອັນເປັນສັນຍະລັກຂອງລາຊະອານາຈັກລາວລ້ານຊ້າງໃນລະບອບເດີມກົງເຂົ້າໄປເປັນຫ້ອງຟັງທຳຂອງ ເຈົ້າມະຫາຊີວິດ ແລະ ທ້ອງພະໂລງ ເບື້ອງຫຼັງທ້ອງພະໂລງເປັນອາຄານ ທີ່ມີຫຼັງຄາເປັນຍອດປາສາດຫຼັງດຽວ ເບິ່ງເຫັນເປັນສະຫງ່າເດັ່ນແຈ້ງຈາກພາຍນອກຕົວອາຄານ ແບ່ງອອກເປັນ 2 ສ່ວນ:
- ຫ້ອງຮັບແຂກຂອງເຈົ້າມະຫາຊີວິດ ຫຼື ຫ້ອງຮັບຕ້ອນ: ເປັນຫ້ອງສຳລັບຮັບມອບສານຕາຕັ້ງຕ່າງໆ ມີຮູບປັ້ນເຄິ່ງພະອົງຂອງເຈົ້າມະຫາຊີວິດມະຫິນທະຣະເທບ (ເຈົ້າອຸ່ນຄຳ), ເຈົ້າມະຫາຊີວິດສັກກະລິນ (ເຈົ້າຄຳສຸກ) ແລະ ເຈົ້າມະຫາຊີວິດສີສະຫວ່າງວົງ ເທິງຝາເປັນພາບຂຽນເທິງຜ້າໃບຜືນໃຫຍ່ກ່ຽວກັບຊີວິດປະຈຳວັນຂອງຊາວລາວ ຮີດຄອງປະເພນີລາວທີ່ສຳຄັນ ລັກສະນະງານສິລະປະ ແບບ impressionism ຝີມືຂອງຈິດຕະກອນຍິງຝຣັ່ງ ຊື່ ອະລິດ ເດີ ໂຟເຕີໂລ ຊຶ່ງ ຂຽນຂຶ້ນໃນປີ 1930 ແລະ ອີກຝາດ້ານໜຶ່ງຍັງມີພາບແກະໄມ້ ຈາກວັນນະຄະດີລາມະກຽນ ຝີມືສະກຸນຊ່າງຫລວງພະບາງສາຍເພຍຕັນ.
- ທ້ອງພະໂລງໃຫຍ່ ເປັນສະຖານທີ່ອອກຕ້ອນຮັບລາຊະທູດຈາກປະເທດຕ່າງໆ ທີ່ເຂົ້າມາຖວາຍພະລາຊະສານຕາຕັ້ງ ຝາປະດັບກະຈົກສີ ຫລື ງານປະດັບດອກດວງ ແບບດຽວກັບ ທີ່ວັດຊຽງທອງ ເປັນເລື່ອງນິທານພື້ນເມືອງຂອງລາວ ເຊັ່ນ ເລື່ອງທ້າວຈັນທະພານິດ, ເລື່ອງຂຸນົບລົມ ເລື່ອງຕຳນານການແຫ່ງພະບາງຂຶ້ນມາຈາກຂະເໝນ ລວມທັງເລື່ອງງານປະເພນີໃນຮອບປີ ຫຼື ຮີດສິບສອງຄອງສິບສີ່ ສຸດທ້ອງພະໂລງເປັນພະລາຊະບັນລັງ ເຮັດດ້ວຍໄມ້ແກະສະຫຼັກ ແລ້ວຫຸ້ມຄຳອີກຊັ້ນ (ມີເຊືອກກັ້ນຫ້າມນັກທ່ອງທ່ຽວເຂົ້າ) ບັນລັງນີ້ກຽມໄວ້ສຳລັບພິທີບໍລົມລາຊາພິເສກ ເຈົ້າມະຫາຊີວິດສີສະຫວ່າງວັດທະນາ ໃນປີ 1976 ແຕ່ປະເທດລາວປ່ຽນແປງການປົກຄອງກ່ອນ ຕູ້ແກ້ວທ້ອງພະໂລງນີ້ກໍຈັດສະແດງເຄື່ອງລາຊະກຸທະພັນ ສຳລັບໃຊ້ໃນພິທີນີ້ເຊັ່ນກັນ ເຊັ່ນ: ດາບ, ສະຫຼອງພະບາດ, ແສ້ຈາມະລີ.
- ທາງປີກຊ້າຍ ແລະ ຂວາ ຂອງຫ້ອງທ້ອງພະໂລງ ເປັນຕູ້ຈັດສະແດງພະພຸດທະຮູບທັງທ້ຳດ້ວຍ: ຄຳ, ແກ້ວ, ສຳລິດ ຫຼື ໄມ້ຕີຄຳຫຸ້ມ ສ່ວນໃຫຍ່ມີອາຍຸໃນປະມານພຸດທະສະຕະວັດທີ 20-21 ພະພຸດທະຮູບເຫຼົ່ານີ້ ສ່ວນຫລາຍພົບຢູ່ໃຕ້ຖານຂອງພະທາດຫະໝາກໂມ ຕອນທີ່ບູລະນະປະຕິສັງຂອນ ຄັ້ງໃຫຍ່ເມື່ອປີ 1914 ໃນສະໄໝພະເຈົ້າສີສະຫວ່າງວົງ
- ຫ້ອງພິທີການ ຫຼື ທ້ອງພະໂລງໜ້າ ເຄີຍໃຊ້ເປັນຫ້ອງຮັບແຂກພາຍໃນ ແລະ ຄະນະທູຕານຸທູດ ລະຫວ່າງເຝົ້າລໍຮັບສະເດັດ ແລະ ໃນບາງໂອກາດຫ້ອງພິທີການຍັງໃຊ້ເປັນ ບ່ອນຟັງທຳ ສຳລັບເຈົ້າມະຫາຊີວິດ ລວມທັງໃຊ້ຈັດງານສຳຄັນຂອງລາຊະສຳນັກ ເຊັ່ນ: ງານອະພິເສກສົມລົດ ຂອງບັນດາລາຊະວົງ ຝ່າຍໃນສິ່ງຂອງທີ່ຈັດສະແດງ ຢູ່ໃນປະຈຸບັນມີ ຫໍທຳມາດ ເປັນໄມ້ແກະສະຫຼັກດ້ວຍຝີມືສະກຸນຊ່າງຫຼວງພະບາງ, ພະພຸດທະຮູບສຳລິດ ສິລະປະລາວບູຮານ ມີອາຍຸລະຫວ່າງພຸດທະສະຕະວັດທີ 17-19, ສຽນພະພຸດທະຮູບ ຊຶ່ງໄດ້ຮັບມອບມາຈາກລັດຖະບານອິນເດຍ.
- ຫ້ອງຮັບແຂກຂອງມະເຫສີ ແບ່ງເປັນສອງຕອນ ຫ້ອງໃຫຍ່ ຊຶ່ງເຄີຍໃຊ້ເປັນຫ້ອງຮັບແຂກຂອງພະມະເຫສີ ມີຕູ້ຈັດສະແດງຂອງຂວັນຈາກປະເທດຕ່າງໆ ທີ່ສ່ວນໃຫຍ່ສົ່ງມາຖວາຍ ເຈົ້າມະຫາຊີວິດສີສະຫວ່າງວັດທະນາ ໃນລະຫວ່າງ ທີ່ຈະເຂົ້າພິທີລາຊາພິເສກ ສ່ວນຫ້ອງນ້ອຍດ້ານໃນສຸດຈັດວາງຮູບຂຽນສີນ້ຳມັນຂະໜາດໃຫຍ່ຂອງ ເຈົ້າມະຫາຊີວິດສີສະຫວ່າງວັດທະນາ, ຮູບພະມະເຫສີຄຳຜຸຍ ແລະ ຮູບເຈົ້າຊາຍວົງສະຫວ່າງ ອົງມົງກຸດລາຊະກຸມານ ວາດຂຶ້ນໃນປີ 1967 ວາດໂດຍຈິດຕະກອນຊາວຣັດເຊຍ
- ຍອດມົນທົບທອງ ແຕ່ເດີມອາຄານພະລາຊະວັງ ເປັນອາຄານຊັ້ນດຽວຍົກພື້ນສູງ ຮູບຊົງແບບໂຄໂລແນລສະໄຕລ໌ ຕໍ່ມາໃນປີ 1930 ພະເຈົ້າສີສະຫວ່າງວົງ ໂປດເກົ້າໃຫ້ສ້າງຫລັງຄາແບບມົນທົບເພິ່ມເຕີມຂຶ້ນ ເພື່ອໃຫ້ມີຮູບລັກ ແບບສິລະປະຕະເວັນອອກ ໂດຍມີຮູບຊ້າງສາມສຽນ ອັນເປັນສັນຍະລັກຂອງ "ລາຊະອານາຈັກລາວ"
- ອະນຸສາວະລີພະເຈົ້າສີສະຫວ່າງວົງ ເຈົ້າມະຫາຊີວິດຜູ້ຄອງລາດ ຕັ້ງແຕ່ປີ 1905-1959 ແລະ ເປັນຜູ້ພະລາຊະທານລັດຖະທຳນູນສະບັບແຮກ ທີ່ຂຽນຂຶ້ນໂດຍຄົນລາວເມື່ອປີ 1947
- ແຖວຕົ້ນຕານໜ້າຫໍພິພິທະພັນ ອີກໜຶ່ງຈຸດເດັ່ນຢ່າງໜຶ່ງຂອງຫໍພິພິທະພັນຄື: ແຖວຕົ້ນຕານຂະໜາດໃຫຍ່ທີ່ປູກນາບສອງຂ້າງທາງຍ່າງເຂົ້າ ຕາມປະຫວັດເລົ່າກັນວ່າ ພະເຈົ້າສີສະຫວ່າງວົງໂປດໃຫ້ປູກຂຶ້ນ ເພື່ອໃຫ້ສອດຮັບກັບມຸມມອງຈາກທ້ອງພະໂລງໄປຍັງພູສີ.
- ຫ້ອງປະດິດສະຖານພະບາງ
ຢູ່ທາງປີກດ້ານຂວາສຸດຂອງອາຄານ ຜູ້ເຂົ້າຊົມສາມາດກາບບູຊາຂ້າງນອກໄດ້ຂ້າງໆ ມົນທົບພະບາງມີງາຊ້າງຄູ່ໜຶ່ງແກະສະຫຼັກເປັນຮູບພະພຸດທະເຈົ້າຫລາຍອົງ ເປັນຂອງເກົ່າບູຮານທີ່ນຳມາຈາກວັດວິຊຸນນະຣາດ ພ້ອມກັບພະບາງ ເມື່ອຕອນຍ້າຍຫໍພິພິທະພັນ ມາພະລາຊະວັງຫຼວງ. ເປັນສິລະປະຂະເໝນສະໄໝຫຼັງບາຍົນ ອາຍຸປະມານ 3000 ປີມາແລ້ວຫຼໍ່ດ້ວຍທອງຄຳບໍລິສຸດ 90% ໜັກ 54 ກິໂລກຣາມ, ສູງ 80-85 ຊມ. ຊຶ່ງເປັນທີ່ມາຂອງຊື່ “ເມືອງຫຼວງພະບາງ” ອັນໝາຍເຖິງເມືອງທີ່ມີ “ພະບາງ” ປະດິດສະຖານຢູ່ນັ້ນເອງ ທຸກມື້ຂຶ້ນປີໃໝ່ລາວ (ເດືອນເມສາ) ຈະມີການອັນເຊີນ “ພະບາງ” ລົງມາປະດິດຖານທີ່ “ວັດໃໝ່” ເພື່ອໃຫ້ປະຊາຊົນສົງນ້ຳສັກກາລະບູຊາ ເພື່ອຄວາມເປັນສິລິມົງຄົນຂອງຊາວຫຼວງພະບາງ ແລະ ຊາວລາວທົ່ວປະເທດ ພາຍໃນຫ້ອງພຣະນີ້ຍັງເປັນທີ່ປະດິດສະຖານພຣະພຸດທະຮູບນາກປົກ ສະຫຼັກດ້ວຍຫີນ. ໃນຮູບແບບສິລະປະຂະເໜນອີກ 4 ອົງ ແລະ ມີກອງມະໂຫລະທຶກອີກຫຼາຍໜ່ວຍ ຊຶ່ງບໍ່ຮູ້ຊັດເຈນວ່າມາຈາກທີ່ໃດນອກຈາກນັ້ນຍັງມີພວງມາລາຂອງສົມເດັດພະເທບພະລັດລາຊະສຸດາຯ ຊຶ່ງຖວາຍເປັນພຸດທະບູຊາໄວ້ເມື່ອຕອນທີ່ສະເດັດ ມາຍັງປະເທດລາວ ແລະ ເມືອງຫຼວງພະບາງ ເມື່ອເດືອນມີນາປີ 1990.