ຫຼ

ຕົວອັກສອນລາວ

ພະຍັນຊະນະ "ຫລ, ຫຼ" ໃນພາສາລາວ

ອັກສອນລາວ
ຫຼ
ພະຍັນຊະນະ
ຫງ ຫຍ ຫຼ
ຫວ
ສະຫຼະ
- ິ - ີ - ຶ - ື - ຸ - ູ
- ໍ - ໍາ - ັ
- ົ
ວັນນະຍຸດ
–້ –້ –໊ –໋
ເຄື່ອງໝາຍອື່ນໆ
–໌
ເຄື່ອງໝາຍວັກຕອນ
ຯລຯ

ເພື່ອນຜູ້ອ່ານຫລາຍຄົນ ປະກອບຄວາມເຫັນ ໃຫ້ກອງບັນນາທິການ ປະເທດລາວ ໃຫ້ເອົານຳໄປຄົ້ນຄິດ ແລະ ສ່ອງແສງ ໃຫ້ສັງຄົມວ່າ ການໃຊ້ພະຍັນຊະນະຕົວ ລ ຫ້ອຍ ຍັງໄປຕາມຄວາມຄິດ ແລະ ເຂົ້າໃຈຂອງໃຜລາວ, ໂດຍສະເພາະມັກພົບເຫັນ ການໃຊ້ກັບຄຳທັບສັບ ຫລື ຄຳຢືມຈາກພາສາອື່ນ ເຊັ່ນ: ຄຼີນິກ, ຄຣີນິກເປັນປ້າຍ ໂຄສະນາ ເອກະຊົນ ຫລື ທຸລະກິດບຸກຄົນ… ສະນັ້ນມື້ນີ້ ຈຶ່ງຂໍນຳມາແລກ ປ່ຽນ ນໍາບັນດາທ່ານ ຜູ້ຮອບຮູ້ພາສາລາວ ບາງອັນຄືດັ່ງນີ້:


ຕາມການສຶກສາ ເບິ່ງໄວຍາກອນລາວ ທັງສະບັບໃຊ້ຢູ່ດຽວນີ້ ແລະ ແຕ່ປາງກ່ອນ (ກ່ອນ 1975), ການກຳນົດຮູບອັກສອນ ລ ຫ້ອຍບໍ່ໄດ້ຕ່າງກັນ ຫລື ໄປຕາມຍຸກ ສະໄໝການພັດທະນາ ເຊິ່ງໄດ້ກຳນົດ ໃຊ້ກັບ ພະຍັນຊະນະປະສົມ ຫລ ສະເພາະມີສອງຮູບຂຽນຄື ຫລ ແລະ ຫຼ ມີເຄື່ອງໝາຍອັກສອນ ຕາມການຈົດສຽງສາກົນຄື /l/. ໃນຄວາມເຂົ້າໃຈ ຂອງຜູ້ຂຽນ, ການພົບເຫັນໃຊ້ ຫ້ອຍແທນສຽງ ຣ ອາດເປັນຄວາມເຂົ້າໃຈ ສະເພາະຂອງຜູ້ໃຊ້ ເຊິ່ງອາດຈະມາຈາກ ຍັງຊິນເຄີຍ ສະພາບແວດລ້ອມ ໃນໄລຍະກ່ອນນີ້ ຫລາຍສິບປີ ທີ່ໄວຍາກອນລາວ ບໍ່ໄດ້ກຳນົດເອົາຮູບ ພະຍັນຊະນະ ຫລື ອັກສອນ ໄວ້ເນື່ອງຈາກເຫດຜົນບາງປະການ, ແຕ່ຕອນນັ້ນກໍ່ບໍ່ພົບວ່າ ໃຫ້ໃຊ້ ລ ຫ້ອຍແທນຕົວ , ພົບແຕ່ການຂຽນທັບ ສັບພາສາຕ່າງປະເທດ ທີ່ອອກສຽງ ຣ /r/ປ່ຽນເປັນ “ລ”, ແຕ່ບໍ່ຄ່ອຍໃຊ້ຮູບ ລ ຫ້ອຍ. ຫລາຍປີມານີ້ ຂະແໜງການກ່ຽວຂ້ອງ ໄດ້ບັນຈຸພະຍັນຊະນະ “” ໄວ້ໃນປຶ້ມໄວຍາກອນລາວ ເປັນພະຍັນຊະນະພິເສດ ຍ້ອນຄວາມຮຽກຮ້ອງ ຕ້ອງການທາງດ້ານວິຊາການ. ດຽວນີ້ບໍ່ສະເພາະຕົວ “”, ຍັງມີການ ເພີ່ມ ຕົວສະກົດພິເສດອີກ 3 ຕົວຄື: , , ເຊິ່ງ ຕຳລາສິດສອນ ວິຊາອັກຂະຫລະ ວິທີຂອງມະຫາ ວິທະຍາໄລແຫ່ງຊາດ ກໍ່ອະທິບາຍໄວ້ວ່າ: ໂຕສະກົດພິເສດນີ້ ອະນຸຍາດ ໃຫ້ໃຊ້ສຳລັບຂຽນ ທັບສັບທີ່ຢືມ ມາຈາກພາສາຕ່າງປະເທດເທົ່ານັ້ນ , ໂດຍບໍ່ໄດ້ກວມເອົາ ເຄົ້າສັບທີ່ມາຈາກ ພາສາປາລີ-ສັນສະກິດ… ສະເພາະຮູບ ຫລ ຫລື ຫຼ ບໍ່ມີຍັງປ່ຽນແປງ ຍັງຮັກສາໄວ້ສຽງ /l/ ແລະ ບໍ່ໄດ້ແທນ ຕົວ “” ແຕ່ປະການໃດ.

ພາສາລາວ ປັດຈຸບັນພວມຢູ່ ໃນໄລຍະການພັດທະນາ, ທຸກພາກສ່ວນ ຂອງພາສາລາວ ນັບແຕ່ອັກຂະຫລະ, ວັດຈະນາ ແລະ ໄວຍາກອນພວມ ໄດ້ຮັບການສົນທະນາ, ຖົກຖຽງກັນດຸເດືອດ ພໍສົມຄວນ ທັງຢູ່ຕາມສະຖາບັນ ການສຶກສາ, ສຳນັກງານ-ອົງການ, ຕະຫລອດສະພາກາເຟ ແລະ ອື່ນໆ ເຊິ່ງສິ່ງດັ່ງກ່າວ ລ້ວນແຕ່ສະທ້ອນ ຄວາມຮັກ ທີ່ມີຕໍ່ພາສາແມ່.