ສະບາຍດີ ທ່ານ LEAPTOUY. ຍິນດີຕ້ອນຮັບ ແລະ ຂອບໃຈຫຼາຍໆ ທີ່ ສົນໃຈເຂົ້າມາປະກອບສ່ວນ. ໄດ້ຍ້າຍ ບົດຄວາມ ໑.໑_ກຸ່ມບ້ານພະບາດ ໄປເປັນ ກຸ່ມບ້ານພະບາດ ແລ້ວ ເພາະ ຊື່ບົດຄວາມບໍ່ຄວນມີໂຕເລກນຳໜ້າ. ຖ້າທ່ານມີຂໍ້ສົນໃຈຫຍັງກ່ຽວກັບ ວິທີໃຊ້ ເຊີນຖາມໄດ້ໂດຍບໍ່ຕ້ອງເກງໃຈເດີ້. Tuinui ໐໘:໐໐, ໖ ເມສາ ໒໐໐໙ (UTC)

ກ່ຽວກັບ ການແຊກແຜນທີ່ google ເຂົ້າໃນບົດຄວາມ ດັດແກ້

ຂໍອະນຸຍາດໃຫ້ຄຳເຫັນຢູ່ນີ້ ເພາະ ອາດມີທ່ານອື່ນສົນໃຈກ່ຽວກັບ ບັນນີ້ຄືກັນ. ຂ້າພະເຈົ້າ ບໍ່ແນ່ໃຈຄືກັນວ່າ ວິກິພີເດຍ ອະນຸຍາດ ຫຼືມີວິທີການ ໃຫ້ແຊກແຜນທີ່ google ເຂົ້າໃນບົດຄວາມຫຼືບໍ່ ແຕ່ ມາຮອດປະຈຸບັນ ຍັງບໍ່ປະກົດເຫັນບົດຄວາມ ເຮັດແນວນັ້ນເທື່ອ. ເຫດຜົນອາດຈະແມ່ນ ບັນຫາລິຂະສິດ ເພາະ ເນື້ອໃນວິກິພີເດຍ ໃຜກໍ່ສາມາດເອົາໄປໃຊ້ໄດ້ ຢ່າງອິດສະຫຼະ ແຕ່ ແຜນທີ່ກູກໂກ້ ອາດຈະມີຂໍ້ຈຳກັດຫຼາຍກວ່າຢູ່. ຫຼືອາດຈະແມ່ນເຫດຜົນອື່ນເຊິ່ງ ຂ້າພະເຈົ້າ ກໍ່ບໍ່ແນ່ໃຈຄືກັນ. ຊິລອງພະຍາຍາມຊອກຫາຄຳຕອບ ຢູ່ ສະບັບພາສາອື່ນເບິ່ງ ແລະ ຊິມາຂຽນຢູ່ນີ້ອີກ ຖ້າພົບຄຳຕອບທີ່ແຕກຕ່າງ. ຂອບໃຈຫຼາຍໆ. Tuinui ໐໕:໑໙, ໒໘ ເມສາ ໒໐໐໙ (UTC)