16 ຄຳທຳນາຍຂອງພຣະພຸດທະເຈົ້າ ດັດແກ້

ຮູບ:273 Sjjj.jpg

16 ຄຳພະຍາກອນທຳນາຍຂອງພຣະພຸດທະເຈົ້າທີ່ຊີ້ຊະຕາມະນຸດໂລກ


ຄັ້ງໜຶ່ງໃນສະໄໜພຸດທະການ ຕອນທີ່ພຣະສັມມາສັມພຸດທະເຈົ້າຍັງມີຊີວິດຢູ່ ພຣະພຸດທະເຈົ້າໄດ້ສະເດັດປະທັບຢູ່ກຸງສາວັດຖີຢູ່ນັ້ນ . ຄືນໜຶ່ງ ພະເຈົ້າປະເສນທິໂກສົນຜູ້ປົກຄອງກຸງສາວັດຖີ ໃດ້ເຂົ້ານອນແລ້ວໃນລາຕີການ ແລ້ວລ່ວງເຂົ້າສູ່ປັດສິມະຍາມໃກ້ສະຫວ່າງ ໃດ້ທອດພະເນດເຫັນສຸບິນຄວາມຝັນທີແປກປະຫຼາດອັນໃຫ່ຍຫຼວງເຖິງ16 ປະການ ເຊິ່ງເຮັດໃຫ້ພະອົງຕົກໃຈແລ້ວກໍ່ຕື່ນບັນທົມແລະຮອດຍາມເຊົ້າ ພະອົງກໍ່ໃດ້ໃຫ້ພວກພາມປຸໂລຫິດປະຈຳພະລາດຊະສຳນັກທຳນາຍຄວາມຝັນຂອງພະອົງ ເຊິ່ງພວກພາມປຸໂລຫິດຕ່າງກໍ່ທຳນາຍກັນວ່າ ເປັນຄວາມຝັນທີ່ຮ້າຍ ແລະກໍ່ເວົ້າວ່າຈະເກີດເຫດຮ້າຍກັບພະອົງ 3 ປະການ ຄື ຖ້າບໍ່ເສຍລາດຊະຊັບກໍ່ຈະມີໂລກໄພໄຂ້ເຈັບ ຫຼື ບໍ່ກໍ່ຕ້ອງສະຫວັນນະຄົດ ຢ່າງໃດຢ່າງໜຶ່ງແນ່ນອນແລະແນະນຳໃຫ້ພະອົງເຮັດພິທີ່ບູຊາຍັນສັດເພື່ອສະເດາະເຄາະ ເມື່ອພະນາງມັນລິກາມະເຫສີ ຮູ້ເລື່ອງຈຶ່ງທູນເຊີນໃຫ້ໄປຂໍຄຳແນະນຳຈາກ ພຣະສະມານະໂຄດົມສັມມາສັມພຸດທະເຈົ້າ ເຊິ່ງພຣະພຸດທະອົງກໍ່ຊົງທຳນາຍໄວ້ວ່າ ເຫດຮ້າຍນັ້ນຈະເກີດຂື້ນແນ່ນ່ອນ ແຕ່ຈະບໍ່ເກີດຂື້ນກັບພະເຈົ້າ ປະເສນທິໂກສົນ ຫຼື ເຂດແຄ້ນຂອງພະອົງ ແຕ່ເຫດຮ້າຍເລົ່ານີ້ຈະເກີດຂື້ນກັບສັດແລະມະນຸດໂລກທົ່ວໆໄປໃນພາຍພາກໜ້າ ເມື່ອລ່ວງເລີຍຜ່ານສະໄໝພຸດທະການໄປແລ້ວ 2500 ປີ ເມື່ອສາສະໜາພຸດເຊື່ອມລົງ ( ເວົ້າໄວ້ວ່າ ອາຍຸຂອງສາສະໜາພຸດໃນກັບນີ້ຍາວພຽງ 5000 ປີເທົ່ານັ້ນ ຫຼັງຈາກນັ້ນ ກໍ່ຈະມີ ພຣະສີອາຣິຍະເມດໄຕ ລົງສະເດັດມາຕັດສະຮູ້ເປັນພະສັມມາສັມພຸດທະເຈົ້າອົງຕໍ່ໄປ ) ເຊິ່ງມີລາຍລະອຽດດັ່ງນີ້ :


1 . ຊົງຝັນວ່າ ມີງົວໂຕຜູ້ສີຄືດອກອັນຊັນ 4 ໂຕ ທີຄິດຈະຊົນກັນ ແລ້ວກໍ່ພາກັນແລ່ນເຂົ້າສູ່ເຂດສວນຫຼວງ ຈາກທິດທັງສີ່ ເຊິ່ງຄົນທັງຫຼາຍກໍ່ພາກັນເຝົ້າເບິ່ງ ງົວທັງສີ່ຕົວນັ້ນຕ່າງກໍ່ພາກັນສົ່ງສຽງຮ້ອງຄຳລາມຄືຊິຊົນກັນແຕ່ກໍ່ບໍ່ຊົນກັນແລ້ວກໍ່ຖອຍຫຼັງອອກໄປ - ພຣະພຸດທະເຈົ້າຊົງທຳນາຍໄວ້ວ່າ ໃນເມື່ອອານນາຄົດຊົ່ວສາສະໜາຂອງພະອົງ ເມື່ອໂລກໝຸນໄປເຖິງຈຸດທີ່ເສື່ອມລົງ ເມື່ອມະນຸດບໍ່ມີສີນລະທຳ ຝົນຟ້າຈະແລ້ງ ທຸກພິກະໄພຈະເກີດຂື້ນ ເມກຕັ້ງເຄົ້າຄືຈະມີຝັນຕົກແຕ່ແລ້ວກໍ່ບໍ່ຕົກ ກັບເລີຍຫາຍໄປ ເໜືອນກັບງົວທັ່ງ 4ໂຕທີ່ຈະຊົນກັນແຕ່ບໍ່ຊົນກັນ ສັນນັ້ນແລ

2. ຊົງຝັນວ່າ ຕົ້ນໄມ້ນ້ອຍໆ ຫຼື ຕົນໄມ້ໄຜ່ ທີໃຫ່ຍພຽງຄືບ ພຽງສອກ ເທົ່ານັ້ນກໍ່ສາມາອອກດອກໃດ້ແລ້ວ - ພຣະພຸດທະເຈົ້າຊົງທຳນາຍໄວ້ວ່າ ຕໍ່ໄປເມື່ອໂລກເສື່ອມ ມະນຸດເຖິງແມ່ນວ່າຈະມີອາຍຸນ້ອຍມີໄວອາຍຸຍັງບໍ່ສົມບຸນກໍ່ຈະມີຣາຄະ(ຄວາມຕ້ອງການ )ຫຼາຍແລະກໍ່ຈະສົມສູ່ກັນຕັ້ງແຕ່ອາຍຸຍັງນ້ອຍແລະຈະມີລູກແຕ່ນ້ອຍໆ ຄ້າຍຄືກັນກັບຕົ້ນໄມ້ນ້ອຍໆກໍ່ອອກຜົນແລ້ວ

3. ຊົງຝັນວ່າ ເຫັນແມ່ງົວໂຕໃຫ່ຍໆ ພາກັນດື່ມນ້ຳນົມນຳລູກງົວໂຕນ້ອຍໆ - ພຣະພຸດທະເຈົ້າຊົງທຳນາຍໄວ້ວ່າ ຕໍ່ໄປໃນອະນາຄົດ ການເຄົາລົບນົບນ້ອມຜູ້ໃຫ່ຍເຊັ່ນພໍ່ແມ່ ຄູບາອາຈານຈະເສື່ອມຖອຍ ຄົນເຖົ້າຄົນແກ່ພໍ່ແມ່ເມື່ອໝົດທີ່ເພິ່ງ ຫາລ້ຽງຕົນເອງບໍ່ໃດ້ແລ້ວ ກໍ່ຕ້ອງໃດ້ງໍ້ ປະຈົບປະແຈງເດັກນ້ອຍໆ ເໝືອນດັ່ງແມ່ງົວກິນນ້ຳນົມລູກນ້ອຍໆ ສັນນັ້ນແລ

4. ຊົງຝັນວ່າ ຄົນທັງຫຼາຍບໍ່ໃຊ້ງົວໂຕໃຫ່ຍ ທີ່ສົມບຸນແຂງແຮງມາລາກກວຽນ ແຕ່ພັດໄປໃຊ້ງົວທີ່ຍັງປາດສະຈາກກຳລັງມາລາກເມື່ອມັນລາກກວຽນແລ່ນບໍ່ໃດ້ກໍ່ສະລັດກວຽນນັ້ນຖີ້ມ ພຣະພຸດທະເຈົ້າຊົງທຳນາຍໄວ້ວ່າ ໃນພາຍພາກໜ້າເມື່ອຜູ້ມີອຳນາດບໍ່ຕັ້ງຢູ່ໃນສີນທຳ ແທນທີ່ຈະຍົກຍ້ອງແລະມອບໝາຍໜ້າທີ່ໃຫ້ກັບຜູ້ມີສະຕິປັນຍາຄວາມຮູ້ກັບໄປມອບຍົກຖານະບັນດາສັກໃຫ້ກັບຄົນໜຸ່ມທີ່ອ່ອນຫັດປະສົບການ ເຮັດໃຫ້ປະຕິບັດໜ້າທີ່ບໍ່ດີກິດຈະການຕ່າງໆກໍ່ບໍ່ສຳເລັດກໍ່ເໝືອນໃຊ້ງົວອ່ອນມາລາກກວຽນ ກໍ່ສາມາດເຮັດໃຫ້ກວຽນແລນໄປໃດ້ ສັນນັ້ນແລ

5. ຊົງຝັນເຫັນວ່າມີມ້າໂຕໜຶ່ງ ແຕ່ມີປາກສອງຂ້າງ ຝຸງຊົນກໍ່ພາກັນເອົາຫຍ້າໄປປ້ອນໃຫ້ມ້າຕົວນັ້ນມັນກໍ່ກິນທັງສອງຂ້າງ ພຣະພຸດທະເຈົ້າຊົງທຳນາຍໄວ້ວ່າ ໃນອານາຄົດເມື່ອຜູ້ບໍ່ລິຫານຫຼືຜູ້ມີອຳນາດບໍ່ຕັ້ງຢູ່ໃນສີນທຳ ຕັ້ງຄົນພານ ຫຼື ຄົນບໍ່ມີສີນທຳໄວ້ໃນຕຳແໜ່ງອັນມີຜົນຕໍ່ຜູ້ອື່ນ ຄົນເຫຼົ່ານັ້ນກໍ່ຈະບໍ່ນຶກເຖິງ ບາບບຸນຄຸນໂທດ ແຕ່ຈະຕັດສີນຄະດີຕ່າງໆ ຕາມໃຈມັກ ໂດຍເອົາສີນບົນທັງສອງຝ່າຍເປັນປະມານ ດັ່ງມ້າທີ່ກິນຫຍ້າທັງສອງປາກ

6. ຊົງຝັນວ່າ ຝຸງຊົນໃດ້ເອົາຖາດທອງຄຳທີ່ລາຄາແພງໄປໃຫ້ໝາຈິງຈອກແກ່ຕົວໜຶ່ງ ພ້ອມທັງເຊີນໃຫ້ໝາຈິງຈອກຕົວນັ້ນ ຖ່າຍປັດສະວະໃສ່ ຖາດທອງຄຳນັ້ນ ພຣະພຸດທະເຈົ້າຊົງທຳນາຍໄວ້ວ່າ ຕໍ່ໄປຄົນດີມີສະກຸນທັງຫຼາຍຈະສີ້ນອຳນາດວາດສະໜາ ຄົນຕະກຸນຕ່ຳຫຼືຄົນພານຈະໃດ້ເປັນໃຫ່ຍເປັນໂຕແລະຄົນມີຕະກຸນສູງກໍ່ຕ້ອງຍົກລູກສາວໃຫ້ແກ່ຜູ້ໄຮ້ຕະກຸນເຫຼົ່ານັ້ນເໝືອນກັບເອົາຖາດທອງຄຳໄປໃຫ້ໝາປັດສະວະໃສ່

7. ຊົງຝັນວ່າ ມີຊາຍຄົນໜຶ່ງນັ່ງຝັ້ນເຊືອກ ແລ້ວຍ່ອນລົງໄປໃນທີ່ໃກ້ຕີນ ມີໝາແມ່ຈິງຈອກຕົວໜຶ່ງ ນອນຢູ່ໃຕ້ຕັ່ງທີ່ຊາຍຄົນນັ້ນນັ່ງຢູ່ ແລ້ວກໍ່ກັດກິນເຊືອກນັ້ນໂດຍທີຊາຍຄົນນັ້ນບໍ່ຮູ້ຕົວ ພຣະພຸດທະເຈົ້າຊົງທຳນາຍໄວ້ວ່າ ໃນການຂ້າງໜ້າຜູ້ຍິງຈະ ເລາະແຫຼະ ໂລເລ ລຸ້ມລົງໃນສຸລາ ເອົາແຕ່ແຕ່ງຕົວໄປທ່ຽວປະພຶດຜິດສີນ ແລ້ວຈະເອົາຊັບສີນທີ່ສາມີຫາມາໃດ້ດ້ວຍຄວາມລຳບາກໄປໃຊ້ ຫຼື ໃຫ້ຊາຍຊູ້ ເໝືອນໝາຈິງຈອກນອນໂຊທີ່ໃຕ້ຕັ່ງ ແລ້ວຄ່ອຍໆກັດກິນເຊືອກທີ່ຊາຍຄົນນັ້ນຝັ້ນປ່ອຍລົງທີ່ກ້ອງຕັ່ງນັ້ນ

8 . ຊົງຝັນວ່າ ມີອ່າງນຳ້ຕຸມໜຶ່ງມີນຳ້ເຕັມ ວາງຢູ່ຊື່ປະຕູວັງແວດລ້ອມດ້ວຍອ່າງນຳ້ວ່າງເປົ່າເປັນອັນມາກແຕ່ຄົນກໍ່ຍັງຕັກນຳ້ໃສ່ຕຸມທີ່ເຕັມຢູ່ຈົນລົ້ນແລ້ວລົ້ນອີກ ໂດຍບໍ່ຫຼຽວແລທີ່ຈະຕັກນຳ້ໃສ່ອ່າງວ່າງໆນັ້ນເລີຍ ພຣະພຸດທະເຈົ້າຊົງທຳນາຍໄວ້ວ່າ ໃນອານາຄົດເມື່ອສາສະໜາເສືອມ ຄົນເປັນໃຫ່ຍຫຼືມີອຳນາດ ຈະບຽດບຽນເອົາປຽກຄົນທີ່ດ້ອຍກ່ວາ ຄົນທີ່ຮັງມີຢູ່ແລ້ວ ກໍ່ຈະມີຄົນຈົນຫາລາຍໃດ້ໄປສົ່ງເສີມໃຫ້ລວຍຍິ່ງຂຶ້ນ ດັງຝຸງຊົນຈະຕ້ອງຕັກນຳ້ໃສ່ອ່າງໃຫ່ຍທີ່ເຕັມຢູ່ແລ້ວ ສ່ວນອ່າງທີ່ວ່າງຢູ່ກັບບໍ່ໄປຕັກນຳ້ໃສ

9 ຝັນເຫັນວ່າ ມີໜອງນຳ້ແຫ່ງໜຶ່ງ ມີດອກບົວນານາຊະນິດຂຶ້ນຢູ່ເຕັມແລະມີທ່າຂຶ້ນລົງໂດຍຮອບໆ ສັດຕ່າງໆກໍ່ພາກັນດື່ມນຳ້ໃນໜອງດັ່ງກ່າວ ແຕ່ແທນທີ່ນຳ້ບໍ່ລິເວນນັ້ນຈະຂຸ່ນແຕ່ພັດໃສສະອາດ ສ່ວນນຳ້ທີ່ຢູ່ກາງໜອງທີ່ສັດບໍ່ໃດ້ໄປດື່ມຫຼືຢຽບໃສ່ແທນທີຈະໃສ ພັດຂຸ່ນ ພຣະພຸດທະເຈົ້າຊົງທຳນາຍໄວ້ວ່າ ຕໍ່ໄປເມື່ອຄົນຜູ້ມີອຳນາດບໍ່ໃດ້ຕັ້ງຢູ່ໃນສີນລະທຳ ຂາດເມດຕາ ມັກໃຊ້ອຳນາດ ຂູດຂີ່ຫຼືຮັບກິນສິນບົນ ຊາວບ້ານຊາວເມຶອງກໍ່ຈະໜີໄປຢູ່ຕາມຊາຍແດນຫຼືບ່ອນອື່ນໆເຮັດໃຫ້ທີ່ນັ້ນມີຜູ້ຄົນອາໄສຢູ່ຢ່າງປຶກແຜ່ນເໝຶອນນຳ້ຮອບໆໜອງທີ່ໃສ ສ່ວນເມືອງຫຼວງກັບວ່າງເປົ່າເໝືອນກັບນຳ້ທີ່ຂຸນ

10.  ເຫັນຄົນໜຶຸ້ງເຂົ້າໃນໝໍ້ດຽວກັນແຕ່ສຸກບໍ່ເທົ່າກັນແບ່ງອອກເປັນ3 ຄື ມີເຂົ້າແຊະ ເຂົ້າດິບແລະເຂົ້າສຸກດີ     ພຣະພຸດທະເຈົ້າຊົງທຳນາຍໄວ້ວ່າ  ໃນອານາຄົດເມື່ອຄົນທັງຫຼາຍບໍ່ຕັ້ງຢູ່ໃນສີນລະທຳຫຼາຍຂຶ້ນ ກໍ່ຈະ

ເຮັດໃຫ້ຝົນຟ້າບໍ່ຕົກຖືກຕາມລະດູການ ຫຼື ຕົກບໍ່ທົ່ວເຖິງ ເຮັດໃຫ້ການເພາະປູກໃນບາງແຫ່ງໃດ້ຮັບຜົນ ບາງແຫ່ງບໍ່ໃດ້ຮັບຜົນ ເຊັ່ນດຽວກັບທີ່ມີ ເຂົ້າແຊະ ຂ້າວດິບ ແລະເຂ້າສຸກດີ ສັນນັ້ນ

11 ຊົງຝັນວ່າ ມີຄົນນຳເອົາແກ່ນຈັນທີ່ມີລາຄາແພງໄປປ່ຽນກັບປ່ຽງເນົາ ຄຳວ່າປ່ຽງນັ້ນມີສາມປະການຄື ນົມສົ້ມປະສົມກັບນຳ້ແລ້ວຂົ້ວໃຫ້ແຕກ ນຳ້ມັນຈາກໄຂຂໍ້ງົວ ເຖົາວັນປ່ຽນ ແຕ່ໃນຄວາມຝັນນີ້ອາດຈະແມ່ນເຖົາວັນ ທີ່ເປັນໄມ້ມາທຽບກັບແກ່ນຈັນ ພຣະພຸດທະເຈົ້າຊົງທຳນາຍໄວ້ວ່າ ການພາຍພາກໜ້າ ພະພິສຸອັນລັດຊີເຫັນແກ່ໃດ້ທັງຫຼາຍ ຈະນຳທຳມະ ທີ່ພະພຸດທະອົງສອນໄປສັ່ງສອນ ໄປສັງສອນໃຫ້ຄົນຫຼຸດພົ້ນຈາກຄວາມທຸກແລະລະຄວາມໂລບໄປໃຊ້ເພື່ອເປັນເຄື່ອງມືຫາກິນ ຫາປັດໃຈບໍລິຈາກເຂົ້າຕົວເອງ ເໝືອນເອົາແກ່ນຈັນ ທຳມະຄຳສອນທີ່ດີໄປແລກເອົາເຖົາວັນເນົ່າ ລາກອາມິດທີ່ໃດ້ມາແຕ່ບໍ່ຈີລັງ ຍັ້ງຍືນແລະບໍ່ສາມາດຊ່ວຍໃຫ້ໄດ້ພົ້ນທຸກຈິງໆ

12 ຊົງຝັນເຫັນນຳ້ເຕົ້າຈົມນຳ້ໃດ້ ພຣະພຸດທະເຈົ້າຊົງທຳນາຍໄວ້ວ່າ ຄຳເວົ້າຂອງຄົນທີ່ບໍ່ໃດ້ຮັບຄວາມເຊື່ອຖື ພັດໃດ້ຮັບຄຳເຊື່ອຖື ໂດຍປຽບທຽບຖ້ອຍຄຳຂອງຄັນທີ່ບໍ່ໃດ້ຮັບຄວາມເຊື່ອຖື ທີມີນຳ້ໜັກເບົາເໜືອນກັນນ້ຳເຕົ້າເຊິ່ງປົກກະຕິຈະລອຍນຳ້ແຕ່ຄົນເຊືອຄຳເວົ້ານັ້ນມີນຳ້ໜັກຫຼືໜັກແໜ້ນຈຶ່ງເຊື່ອຄຳເວົ້ນນັ້ນວ່າມີນຳ້ໜັກ ເໝືອນນຳ້ເຕົ້າທີ່ຈົມນຳ້ໃດ້

13  ຊົງຝັນເຫັນສິລາຫີນແທ່ງໃຫ່ຍສຳກັບເຮືອນ ລອຍນຳ້ໃດ້ຄືກັບເຮືອ ພຣະພຸດທະເຈົ້າຊົງທຳນາຍໄວ້ວ່າ  ຖ້ອຍຄຳຂອງຄົນທີ່ໜັກແໜ້ນປຽບເທົ່າກັບສິລາຫີນທີ່ໜ້າຈະໃດ້ຄວາມເຊື່ອຖື ພັດບໍ່ໃດ້ຮັບຄວາມເຊື່ອຖື ຫຼື ກາຍເປັນຄຳທີ່ບໍ່ມີນຳ້ໜັກປຽບເໝືອນກັບເຮືອທີ່ລອຍໃດ້ ຂໍ້ນີ້ກົງກັນຂ້າມຈາກຂໍ້ທີ່ແລ້ວ ຄື ຄົນພາກັນຫັນໄປເຊື່ອຄຳເວົ້າທີ່ບໍ່ຄວນເຊື່ອ ເໝືອນກັບສິ່ທີ່ຄວນຈົມກັບລອຍໃດ້ ສິງທີ່ລອຍໃດ້ພັດຈົມ

14 ຊົງຝັນວ່າເຫັນຝຸງຂຽດໂຕນ້ອຍໆ ແລ່ນໄລກວດງູເຫົາໃຫ່ຍຕົວໜຶ່ງແລ້ວກໍ່ກັດກິນເນື້ອງູເຫົາຄືກັບກັດກ້ານບົວແລ້ວກືນລົງທ້ອງ ພຣະພຸດທະເຈົ້າຊົງທຳນາຍໄວ້ວ່າ ພາຍພາກໜ້າ ເມືອມະນຸດປ່ອຍຕົວປ່ອຍໃຈໄປຕາມກິເລດ ຣາຄະ ສາມີຈະຕົກຢູ່ໃນອຳນາດຂອງເມຍນ້ອຍແລະຈະຖືກນິນຖາວ່າຮ້າຍເຊັ່ນດຽວກັບຄົນຮັບໃຊ້ ເໝືອນກັບຂຽດຕົວນ້ອຍໆທີ່ສາມາດກິນງູໃດ້

15 ຊົງຝັນວ່າ ເຫັນພະຍາຫົງທອງ ທີ່ມີຂົນເປັນທອງ ທີແວດລ້ອມດ້ວຍກາ ພຣະພຸດທະເຈົ້າຊົງທຳນາຍໄວ້ວ່າ ຜູ້ມີຕະກຸນຈະຕ້ອງໃດ້ໄປທ່ຽວປະຈົບແລະສະຫວາມິພັກຕໍ່ຄົນບໍ່ມີຕະກຸນ ເໝືອນຫົງທີ່ແວດລ້ອມດ້ວຍກາ

16 ຊົງຝັນວ່າ ຝຸງແກະພາກັນໄລ່ກວດຝຸງເສືອເຫຼຶອງແລະກັດກິນ ເຮັດໃຫ້ເສືອຕົວອື່ນສະດຸ້ງຢ້ານກົວ ຈົນຕ້ອງໃດ້ຫຼົບຊ່ອນຈາກຝຸງແກະດັ່ງກ່າວ ພຣະພຸດທະເຈົ້າຊົງທຳນາຍໄວ້ວ່າ ຕໍ່ໄປພາຍພາກໜ້າ ຄົນຊົ່ວຫຼືຄົນທີ່ບໍ່ດີຈະເຮືອງອຳນາດແລະໃຊ້ອຳນາດບໍ່ເປັນທຳ ໃສ່ຮ້າຍຄົນດີ ຫຼືບໍ່ໃດ້ຮັບຄວາມເປັນທຳຈຳຕ້ອງຫຼົບໜີສ່ວນຕົວຈາກໄພຮ້າຍເຫຼົ່ານີ້ ເໝືອນກັບເສືອຊ່ອນຕົວຈາກແກະ

ໂດຍ ທ້າວ ບັນດິດສີນ ວັດທະນາທອນກັນລະຍານະມິດ ທີຢາກແນະນຳໃຫ້ທຸກຄົນທີເປັນພຸດທະສາສະນິກະຊົນແລະມະນຸດໂລກທັງຫຼາຍໃຫ້ຫັນມາກະທຳດີ , ປະພຶດດີ, ບໍ່ປະມາດໃນການດຳລົງຊີວິດເພາະຊີວິດຂອງຄົນເຮົານັ້ນແສນສັ້ນຈົ່ງກະທຳກຳດີ ໃຫ້ພຽນກັນສ້າງບຸນ ຮັກສາສີນ ຈະເລີນສະມາທິພາວະນາ ແລ້ວຊີວິດຂອງທ່ານຈະມີຄວາມສຸກໃນພາຍພາກໜ້າ ກາລະອານາຄົດບໍ່ແນ່ນອນຈົ່ງຈື່ຈຳແລະເຊື່ອໝັ້ນໄວ້ວ່າ ທຳດີໃດ້ດີ ທຳຊົ່ວໃດ້ຊົ່ວ ຂຽນມາດ້ວຍຄວາມນັບຖືແລະຍາກເຜີຍແຜ່ ຄຳທຳນາຍທີ່ແທ້ຈິງແລະກໍ່ຖືກຕ້ອງຕາມຄວາມເປັນຈິງຂອງສັງຄົມສະໄໝນີ້ ທີ່ ພຣະອະຣະຫັນຕະສັມມາສັມພຸດທະເຈົ້າໃດ້ທຳນາຍໄວ້ໃນອະດີດແລະເປັນຄຳທຳນາຍຖືກຕ້ອງທີ່ສຸດ

                ຂໍກາບອານຸໂມທະນາທານນຳທຸກຄົນທີ່ອ່ານຄຳທຳນາຍນີ້ ສາທຸ ສາທຸ ສາທຸ