ສິລະປະປະຍຸກ (ຄຳເຄົ້າ: ສິລປປຍຸກຕ໌[1], ອັງກິດ: applied arts, ຝຣັ່ງ: arts appliqués) ໝາຍເຖິງສິລະປະທີ່ສາມາດເຂົ້າໄປໝູນໃຊ້ໄດ້ ເປັນສິລະປະທີ່ອຳນວຍປະໂຫຍດທາງກາຍ ແລະ ຈິດໃຈມຸ່ງເນັ້ນການໃຊ້ສອຍຫຼາຍກວ່າຈິດໃຈ ຫຼື ເປັນສິ່ງທີ່ມະນຸດສ້າງຂື້ນເພື່ອຕອບສະໜອງທາງກາຍ ເຊັ່ນ ສະຖາປັດຕະຍະກຳ ພູມິສະຖາປັຕະຍະກຳ ມັນທະນະສິນ ລວມທັງເຄື່ອງປັນດິນເຜົາທີ່ໃຊ້ເປັນພາຊະນະ.

ປະເພດຂອງສິລະປະປະຍຸກ

ດັດແກ້

ສິລະປະປະຍຸກ ສາມາດແບ່ງອອກເປັນ 5 ສາຂາ ໄດ້ແກ່ ພານິດສິນ (Commercial Art) ມັນທະນະສິນ (Decorative Art) ອຸດສາຫະກຳສິນ (Industrial Art) ການອອກແບບ (Design) ສິນລະປະຫັດຖະກຳ.

ອ້າງອີງ

ດັດແກ້
  1. ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.

ແຫຼ່ງຂໍ້ມູນອື່ນ

ດັດແກ້