ສາສະໜາຢິວ (ອັງກິດ: Judaism) ຫຼື ສາສະໜາຊູດາ (ຝຣັ່ງ: Judaïsme) ແມ່ນວິຖີຊີວິດ ປັດຊະຍາ ແລະສາສະໜາປະເພດເອກະເທວະນິຍົມຕາມຄວາມເຊື່ອຂອງຊາວຢິວ. ມີຕົ້ນກຳເນີດໃນຄຳພີຮີບູ (ຫຼືຄຳພີທານັກ) ໂຮມເຖິງຄຳພີຊັ້ນຫຼັງ ເຊັ່ນ ຄຳພີທາວມຸດ.​ ສາສະນິກະຊົນຢິວຖືວ່າວິຖີນີ້ແມ່ນພັນທະສັນຍາລະຫວ່າງພະຢາເວກັບວົງວານອິສະລາເອວ.​ ສາສະໜາຢິວແບບຮັບບີຖືວ່າພະຢາເວໄດ້ປະທານທຳມະບັນຍັດອັນເອີ້ນວ່າຄຳພີທໍລ້າແກ່ໂມເສດຢູ່ພູຊີນາຍ.