ສັດກິນຊີ້ນ

(ປ່ຽນເສັ້ນທາງມາຈາກ ສັດກິນຊິ້ນ)

ສັດກິນຊີ້ນ (ຊື່ວິທະຍາສາດ: Carnivora) ຈັດຢູ່ໃນຟີລຳສັດມີແກນສັນຫຼັງ ຊັ້ນສັດລ້ຽງລູກດ້ວຍນ້ຳນົມ. ໝາຍເຖິງສັດທີ່ກິນຊີ້ນສັດເປັນຂອງກິນຫຼັກ. ບໍ່ວ່າຊີ້ນສັດນັ້ນຈະມາແຕ່ສັດທີ່ເປັນຫຼືຕາຍແລ້ວ. ສັດບາງຊະນິດຈຳເປັນຕ້ອງກິນຊີ້ນເພື່ອຄວາມຢູ່ລອດປອດໄພ ອັນເນື່ອງມາຈາກພັນທຸກຳ.​ ເອີ້ນສັດໃນກຸ່ມນີ້ວ່າ "true carnivore" (ສັດກິນຊິ້ນແທ້) ຫຼື "obligate carnivores" (ສັດກິນຊິ້ນຍ້ອນຄວາມຈຳເປັນ). ສັດໃນກຸ່ມນີ້ອາດກິນຜັກຫຼືຂອງກິນຢ່າງອື່ນໄດ້ ແຕ່ຕ້ອງກິນຊີ້ນເພື່ອເປັນແຫຼ່ງສານອາຫານຫຼັກ. ລະບົບຮ່າງກາຍຂອງສັດໃນກຸ່ມນີ້ ເຮັດໃຫ້ບໍ່ສາມາດຍ່ອຍອາຫານພວກຜັກໄດ້ຢ່າງມີປະສິດທິພາບ.

ອ້າງອີງ ດັດແກ້

ແຫຼ່ງຂໍ້ມູນອື່ນ ດັດແກ້