ວໍລ ດິສນີ ແອນິເມຊັນ ສະຕູດິໂອສ໌

ວໍລ ດິສນີ ແອນິເມຊັນ ສະຕູດິໂອສ໌ (ອັງກິດ: Walt Disney Animation Studios; WDAS)[5] ບາງຄັ້ງເອີ້ນສັ້ນໆ ວ່າ ດິສນີ ແອນິເມຊັນ (ອັງກິດ: Disney Animation) ເປັນສະຕູດິໂອແອນິເມຊັນທີ່ຜະລິດຮູບເງົາແອນິເມຊັນ ແລະ ຮູບເງົາສັ້ນຂອງບໍລິສັດ ວໍລ ດິສນີ ກໍ່ຕັ້ງເມື່ອ 16 ຕຸລາ ຄ.ສ. 1923 ໂດຍສອງອ້າຍນ້ອງ ວໍລ ດິສນີ ແລະ ຣອຍ ໂອ. ດິສນີ ເປັນສະຕູດິໂອທີ່ສ້າງຮູບເງົາແອນິເມຊັນທີ່ເກົ່າແກ່ທີ່ສຸດໃນໂລກ ໂດຍມີສຳນັກງານທີ່Burbank ໃນແຄລິຟໍເນຍ[6] ປັດຈຸບັນມີທັງໝົດ 58 ເລື່ອງ ເຊິ່ງເປັນກາຕູນທີ່ມີຊື່ສຽງເຊັ່ນ ມິກກີ ເມົາສ໌, ມິນນີ ເມົາສ໌, ໂດນັລ ດັກ, ເດຊີ ດັກ, ກູບຟີ ແລະ ພລູໂຕ ເຊິ່ງມີຊື່ສຽງ ແລະ ໄດ້ກາຍເປັນວັດທະນະທຳ ສັນຍະລັກຂອງບໍລິສັດ ເດິ ວໍລ ດິສນີ

ວໍລ ດິສນີ ແອນິເມຊັນ ສະຕູດິໂອສ໌
ຊື່ເດີມ
  • ດິສນີ ບຣາເທີ ກາຕູນ ສະຕູດິໂອ (1923–1926)
  • ວໍລ ດິສນີ ສະຕູດິໂອ (1926–1929)
  • ວໍລ ດິສນີ ໂປຣດັກຊັນສ໌ (1929–1986)
  • ວໍລ ດິສນີ ຟີເຈີ ແອນິເມຊັນ (1986–2007)
ອຸດສາຫະກຳຮູບເງົາ
ກ່ອນໜ້າLaugh-O-Gram Studio
ກໍ່ຕັ້ງ16 ຕຸລາ 1923; 100 ປີກ່ອນ (1923-10-16)
ຜູ້ກໍ່ຕັ້ງວໍລ ດິສນີ
ຣອຍ ໂອ. ດິສນີ
ສຳນັກງານໃຫຍ່2100 West Riverside Drive, ,
ບຸກຄະລາກອນຫຼັກ
ຜະລິດຕະພັນຮູບເງົາແອນິເມຊັນ
ບໍລິສັດແມ່ເດີ ວໍລ ດິສນີ ສະຕູດິໂອສ໌
ເວັບໄຊdisneyanimation.com
ໝາຍເຫດ / ອ້າງອີງ
[1][2][3][4]

ເບິ່ງເພີ່ມເຕີມ ດັດແກ້

ອ້າງອີງ ດັດແກ້

  1. "The Walt Disney Studios". The Walt Disney Company. Archived from the original on November 5, 2015. Retrieved July 7, 2013.
  2. "Contact". Walt Disney Animation Studios. Archived from the original on 2016-01-09. Retrieved August 3, 2014.
  3. Ryan, Faughnder. "Disney shuffles animation and Blue Sky studio ranks after Fox acquisition", Los Angeles Times, August 9, 2019. ຮຽກຂໍ້ມູນວັນທີ August 9, 2019
  4. Lang, Brent. "Disney Taps Andrew Millstein, Clark Spencer for Top Animation Posts", Variety, August 9, 2019. ຮຽກຂໍ້ມູນວັນທີ August 9, 2019 (in en)
  5. "Our Studio". Walt Disney Animation Studios. Walt Disney. Retrieved November 24, 2017. Combining masterful artistry and storytelling with groundbreaking technology, Walt Disney Animation Studios is a filmmaker-driven animation studio responsible for creating some of the most beloved films ever made. Located in Burbank, WDAS continues to build on its rich legacy of innovation and creativity, stretching from the first fully-animated feature film, 1937's Snow White and the Seven Dwarfs, to 2013's Academy Award®-winning Frozen, the biggest animated film of all time.
  6. "Walt Disney Animation Studios – Our studio". Walt Disney Animation Studios. Retrieved July 7, 2013.

ແຫຼ່ງຂໍ້ມູນອື່ນ ດັດແກ້