ລາຍຊື່ສັດລ້ຽງລູກດ້ວຍນ້ຳນົມໃນລາວ

ນີ້ແມ່ນລາຍຊື່ຂອງ ຊະນິດຂອງສັດລ້ຽງລູກດ້ວຍນ້ຳນົມທີ່ຖືກບັນທຶກໄວ້ໃນລາວ. ມີສັດລ້ຽງລູກດ້ວຍນ້ຳນົມ 178 ຊະນິດໃນ ລາວ, ໃນນັ້ນ ມີ 4 ຊະນິດມີຄວາມສ່ຽງຂັ້ນວິກິດຕໍ່ການສູນພັນ, 8 ຊະນິດໃກ້ຈະສູນພັນ, 23 ເກືອບຢູ່ໃນຂອບເຂດໃກ້ສູນພັນ ແລະ ອີກ 2 ຊະນິດເກືອບຢູ່ໃນຂອບເຂດສ່ຽງຕໍ່ການສູນພັນ. 1 ຊະນິດໄດ້ຖືກຖະແຫຼງໃນກອງປະຊຸມຄັ້ງຫຼ້າສຸດຂອງສະຫະພັນສາກົນເພື່ອການອະນຸລັກທຳມະຊາດ (IUCN).[1]

ປ້າຍຂໍ້ມູນຕໍ່ໄປນີ້ໃຊ້ເພື່ອຈຳແນກສະຖານະການອະນຸລັກຂອງແຕ່ລະຊະນິດຕາມການກຳນົດຂອງ IUCN:

EX ສູນພັນ ບໍ່ມີຂໍ້ສົງໄສວ່າປະຊາກອນລາຍສຸດທ້າຍໄດ້ຕາຍໄປແລ້ວ.
EW ສູນພັນຈາກທຳມະຊາດ ຮັບຮູ້ກັນວ່າມີຊີວິດຢູ່ພາຍໃຕ້ການຄວບຄຸມ ຫຼື ໃນສະຖານທີ່ທີ່ໄດ້ຮັບການປັບສະພາບແວດລ້ອມ.
CR ມີຄວາມສ່ຽງຂັ້ນວິກິດຕໍ່ການສູນພັນ ຊະນິດດັ່ງກ່າວຢູ່ໃນຄວາມສ່ຽງອັນໃກ້ຕໍ່ກັບການສູນພັນຈາກທຳມະຊາດ.
EN ໃກ້ສູນພັນ ຊະນິດດັ່ງກ່າວກຳລັງປະເຊີນໜ້າກັບຄວາມສ່ຽງຮຸນແຮງທີ່ຈະສູນພັນໄປຈາກທຳມະຊາດ.
VU ເກືອບຢູ່ໃນຂອບເຂດໃກ້ສູນພັນ ຊະນິດດັ່ງກ່າວກຳລັງປະເຊີນໜ້າກັບຄວາມສ່ຽງສູງທີ່ຈະສູນພັນໄປຈາກທຳມະຊາດ.
NT ເກືອບຢູ່ໃນຂອບເຂດສ່ຽງຕໍ່ການສູນພັນ ຊະນິດດັ່ງກ່າວບໍ່ມີເງື່ອນໄຂໃດໆທີ່ຈະຖືກຈຳແນກວ່າມີຄວາມສ່ຽງຕໍ່ກັບການສູນພັນ ແຕ່ມັນກໍອາດຈະເກີດຂຶ້ນໄດ້ໃນອະນາຄົດ.
LC ມີຄວາມສ່ຽງຕ່ຳຕໍ່ການສູນພັນ ໃນປັດຈຸບັນບໍ່ມີຄວາມສ່ຽງທີ່ລະບຸໄດ້ຕໍ່ກັບຊະນິດດັ່ງກ່າວ.
DD ບໍ່ມີຂໍ້ມູນ ບໍ່ມີຂໍ້ມູນທີ່ພຽງພໍທີ່ຈະປະເມີນຄວາມສ່ຽງຕໍ່ກັບຊະນິດນີ້.

ບາງຊະນິດໄດ້ຖືກປະເມີນໂດຍໃຊ້ຊຸດຂອງເງື່ອນໄຂທີ່ເກົ່າກວ່າ. ຊະນິດທີ່ຖືກປະເມີນໂດຍໃຊ້ລະບົບນີ້ມີດັ່ງຕໍ່ໄປນີ້:

LR/cd ຄວາມສ່ຽງຕ່ຳ/ອີງໃສ່ການອະນຸລັກ ຊະນິດທີ່ຖືກສຸມໃສ່ໃນລາຍການອະນຸລັກ ແລະ ອາດຈະຖືກຍ້າຍໄປໝວດໝູ່ທີ່ມີຄວາມສ່ຽງສູງຂຶ້ນຖ້າລາຍການດັ່ງກ່າວຖືກຢຸດດຳເນີນການ.
LR/nt ຄວາມສ່ຽງຕ່ຳ/ເກືອບຢູ່ໃນຂອບເຂດສ່ຽງຕໍ່ການສູນພັນ ຊະນິດທີ່ໃກ້ຈະຖືກຈັດວ່າເປັນຢູ່ໃນຂອບເຂດໃກ້ສູນພັນ ແຕ່ວ່າບໍ່ໄດ້ຢູ່ພາຍໃຕ້ລາຍການອະນຸລັກ.
LR/lc ຄວາມສ່ຽງຕ່ຳ/ມີຄວາມສ່ຽງຕ່ຳຕໍ່ການສູນພັນ ຊະນິດທີ່ບໍ່ມີຄວາມສ່ຽງທີ່ລະບຸໄດ້.

ຊັ້ນຍ່ອຍ: ເທີເຣຍ

ດັດແກ້

ອັນດັບ: ອັນດັບຊ້າງ (ຊ້າງ)

ດັດແກ້

 
ຊ້າງ

ຊ້າງປະກອບມີສາມຊະນິດ ແລະ ເປັນສັດລ້ຽງລູກດ້ວຍນ້ຳນົມທີ່ອາໄສຢູ່ເທິງບົກທີ່ມີຂະໜາດໃຫຍ່ສຸດ.


ກະແຕເປັນສັດລ້ຽງລູກດ້ວຍນ້ຳນົມຂະໜາດນ້ອຍທີ່ເປັນສັດພື້ນເມືອງຢູ່ໃນປ່າເຂດຮ້ອນຂອງອາຊີຕາເວັນອອກສ່ຽງໃຕ້. ເຖິງແມ່ນວ່າຈະຖືກເອີ້ນວ່າກະແຕ (treeshrew), ແຕ່ວ່າພວກມັນບໍ່ແມ່ນ shrew (ໜູຜີ) ແທ້ ແລະ ກໍບໍ່ໄດ້ອາໄສຢູ່ເທິງຕົ້ນໄມ້ເລີຍ.


 
ຄ່າງຫົວມົງກຸດ

ອັນດັບວານອນປະກອບດ້ວຍ ມະນຸດ ແລະ ຍາດໃກ້ຊິດທີ່ສຸດຄື: ລີເມີ, ລີງລົມ, ລີງ, and ລີງບໍ່ມີຫາງ.


 
ໜູໂປລີນີຊີ

ສັດແຂ້ວແຫ້ນເປັນອັນດັບທີ່ໃຫຍ່ທີ່ສຸດຂອງສັດລ້ຽງລູກດ້ວຍນ້ຳນົມ, ເຊິ່ງກວມເອົາເຖິງ 40% ຂອງຊະນິດທັງໝົດ. ພວກມັນມີແຂ້ວໜ້າໜຶ່ງຄູ່ໃນຄາງກະໄຕເທິງ ແລະ ຄາງກະໄຕລຸ່ມ ທີ່ສືບຕໍ່ຂະຫຍາຍຂຶ້ນເລື້ອຍໆ ແລະ ຈະຖືກເຮັດໃຫ້ສັ້ນລົງດ້ວຍການແຫ້ນ. ສັດແຂ້ວແຫ້ນສ່ວນຫຼາຍແມ່ນມີຂະໜາດນ້ອຍ ເຖິງແມ່ນວ່າໂຕ ຄາປີບາຣາ ຈະສາມາດມີນ້ຳໜັກໄດ້ເຖິງ 45 ກິໂລກຣາມ (100 ປອນ).


ອັນດັບກະຕ່າຍປະກອບດ້ວຍສອງຕະກຸນຄື: ຕະກຸນກະຕ່າຍ (ກະຕ່າຍປ່າ ແລະ ກະຕ່າຍ), ແລະ ກະຕ່າຍຫູສັ້ນ (ໄພກາ). ເຖິງແມ່ນວ່າພວກມັນຈະຄ້າຍຄືກັບສັດແຂ້ວແຫ້ນ, ແລະ ຖືກຈັດໝວດໝູ່ເປັນ ຕະກຸນໃຫຍ່ ໃນອັນດັບນັ້ນຈົນເຖິງຕົ້ນສະຕະວັດທີ 20, ແຕ່ຫຼັງຈາກນັ້ນມາພວກມັນກໍໄດ້ຖືກແຍກອອກມາເປັນອັນດັບໃໝ່ຕ່າງຫາກ. ພວກມັນແຕກຕ່າງຈາກສັດແຂ້ວແຫ້ນໃນດ້ານລັກສະນະທາງຟີຊິກຫຼາຍຢ່າງ ເຊັ່ນ ມີແຂ້ວໜ້າສອງຄູ່ຢູ່ໃນຂາກະໄຕເທິງ ໃນຂະນະທີ່ສັດແຂ້ວແຫ້ນມີພຽງແຕ່ຄູ່ດຽວ.

ອັນດັບ: ເໝັ້ນ (Erinaceomorpha) (ເໝັ້ນ ແລະ ໜູຜີປ່າ)

ດັດແກ້

ອັນດັບເໝັ້ນປະກອບດ້ວຍຕະກູນດຽວຄື ຕະກູນເໝັ້ນ (Erinaceidae), ເຊິ່ງປະກອບດ້ວຍ ເໝັ້ນ ແລະ ໜູຜີປ່າ. ເໝັ້ນມີລັກສະນະພິເສດຄືລຳຕົວປົກຄຸມດ້ວຍໜາມແຫຼມ ໃນຂະນະທີ່ໜູຜີປ່າມີລັກສະນະຄ້າຍຄືໜູູທີ່ມີຂະໜາດລຳໂຕໃຫຍ່.

ອັນດັບ: ຕຸ່ນ (Soricomorpha) (ໜູຜີ, ຕຸ່ນ ແລະ ໂຊເລນໂນດອນ)

ດັດແກ້

ສັດໃນອັນດັບນີ້ມີຮູບຮ່າງຄ້າຍຄືໜູຜີ ແລະ ກິນແມງໄມ້ເປັນອາຫານ. ໜູຜີ ແລະ ເຊເລນໂນດອນມີຮູບຮ່າງຄ້າຍຄືໜູ ໃນຂະນະທີ່ຕຸ່ນເປັນສັດນັກຂຸດດິນທີ່ລຳຕົວຕຸ້ຍປ້ອມ.

ອັນດັບ: ເຈຍ ()

ດັດແກ້

ລັກສະນະພິເສດຂອງເຈຍແມ່ນຂາຄູ່ໜ້າທີ່ໄດ້ພັດທະນາກາຍມາເປັນປີກ, ເຊິ່ງໄດ້ເຮັດໃຫ້ມັນກາຍເປັນສັດລ້ຽງລູກດ້ວຍນ້ຳນົມຈຳພວກດຽວທີ່ສາມາດບິນໄດ້ໂດຍທຳມະຊາດ. ເຈຍເປັນຊະນິດທີ່ກວມເອົາເຖິງ 20% ຂອງສັດລ້ຽງລູກດ້ວຍນ້ຳນົມທັງໝົດ.

ອັນດັບ: ລິ່ນ (pangolins)

ດັດແກ້

 
ລິ່ນງົວ

ອັນດັບລິ່ນປະກອບດ້ວຍລິ່ນ 8 ຊະນິດ. ລິ່ນເປັນສັດກິນມົດ ມີເລັບທີ່ແຂງແຮງ, ມີດັງ ແລະ ປາກທີ່ຍາວອອກໄປທາງໜ້າ ແລະ ມີລິ້ນທີ່ຍາວ ເຊິ່ງເປັນລັກສະນະທົ່ວໄປທີ່ພົບໄດ້ໃນຊະນິດຂອງສັດກິນມົດອື່ນໆ.


ອັນດັບວານ ແລະ ໂລມາ (Cetacea) ຮວມມີ ວານ, ໂລມາ ແລະ ພໍພອຍ. ສັດລ້ຽງລູກດ້ວຍນ້ຳນົມຈຳພວກນີ້ໄດ້ປັບຕົວສຳລັບການອາໄສຢູ່ໃນນ້ຳຢ່າງສົມບູນທີ່ສຸດ ໂດຍມີຮູບຮ່າງສ້ວຍຍາວ, ຮ່າງກາຍທີ່ເກືອບຈະບໍ່ມີຂົນເລີຍ ເຊິ່ງໄດ້ຮັບການປົກປ້ອງດ້ວຍຊັ້ນໄຂມັນໜາ. ສ່ວນຂາໜ້າ ແລະ ຫາງກໍໄດ້ປັບປ່ຽນສຳລັບການເຄື່ອນທີ່ໃນນ້ຳ.


 
ເສືອແມວລາຍຫີນອ່ອນ
 
ເສືອດາວ
 
ແພນດ້າແດງ
 
ເໝືອຍ

ມີສັດລ້ຽງລູກດ້ວຍນ້ຳນົມຫຼາຍກວ່າ 260 ຊະນິດໃນລາວ, ເຊິ່ງສ່ວນໃຫຍ່ດຳລົງຊີວິດດ້ວຍການກິນຊີ້ນ. ພວກມັນມີໂຄງກະໂຫຼກຫົວ ແລະ ແຂ້ວທີ່ມີເອກະລັກ.


 
ແຮດສອງນໍ
 
ໝູງວງ

ສັດຕີນກີບຄີກເປັນສັດລ້ຽງລູກດ້ວຍນ້ຳນົມທີ່ກິນພືດ. ໂດຍປົກກະຕິແລ້ວ ສັດຈຳພວກນີ້ຈະມີຂະໜາດໃຫຍ່ໄປຈົນເຖິງໃຫຍ່ຫຼາຍ ແລະ ມີກະເພາະອາຫານທີ່ບໍ່ຊັບຊ້ອນ ພ້ອມທັງມີກີບກາງທີ່ໃຫຍ່.


 
ໂອງ-ມັ່ງ
 
ຟານເລົ່າ
 
ໝູປ່າ
 
ໄກ້
 
ງົວປ່າ

ສັດຕີນກີບຄູ່ແມ່ນສັດລ້ຽງລູກດ້ວຍນ້ຳນົມທີ່ມີນິ້ວຕີນເປັນກີບສອງອັນ ແລະ ເປັນສັດກິນພືດ ເຊິ່ງແຕກຕ່າງຈາກສັດຕີນກີບຄີກທີ່ມີນິ້ວຕີນເປັນກີບສາມອັນ. ມີສັດຕີນກີບຄູ່ຈຳນວນ 220 ຊະນິດ ເຊິ່ງໃນນັ້ນລວມມີສັດຕີນກີບຄູ່ຈຳນວນຫຼາຍທີ່ສຳຄັນຕໍ່ເສດຖະກິດຂອງມະນຸດ.

ເບິ່ງເພີ່ມ

ດັດແກ້
  1. ລາຍຊື່ລຸ່ມນີ້ແມ່ນຄັດມາຈາກ ບັນຊີແດງຂອງ IUCN ເຊິ່ງບັນທຶກລາຍຊື່ຂອງສັດລ້ຽງລູກດ້ວຍນ້ຳນົມໄວ້ ແລະ ລາຍຊື່ຂອງສັດລ້ຽງລູກດ້ວຍນ້ຳນົມທີ່ທີ່ໄດ້ຖືກລະບຸວ່າສູນພັນແລ້ວ (ຕັ້ງແຕ່ປີ ຄສ 1500). ການຈັດໝວດໝູ່ ແລະ ການເອີ້ນຊື່ຂອງແຕ່ລະຊະນິດ ແມ່ນອີງໃສ່ຂໍ້ມູນທີ່ມີມາກ່ອນແລ້ວຂອງບົດຄວາມວິກິພີເດຍໃນວັນທີ 21 ພຶດສະພາ 2007 ແລະ ເພີ່ມເຕີມໂດຍຊື່ສາມັນ ແລະ ການຈັດໝວດໝູ່ຈາກ IUCN, ສະຖາບັນສະມິດໂຊນຽນ, ຫຼື ມະຫາວິທະຍາໄລແຫ່ງມິຊິແກນ ເຊິ່ງບໍ່ມີຢູ່ໃນບົດຄວາມຂອງວິກິພີເດຍ.

ອ້າງອີງ

ດັດແກ້
  • "The IUCN Red List of Threatened Species: Mammals of Laos". IUCN. 2001. Retrieved 22 May 2007. [dead link]
  • "Mammal Species of the World". Smithsonian National Museum of Natural History. 2005. Archived from the original on 27 ເມສາ 2007. Retrieved 22 May 2007.
  • "Animal Diversity Web". University of Michigan Museum of Zoology. 1995–2006. Retrieved 22 May 2007.

ແມ່ແບບ:Asia topic